September 9/2019


(ມື້ທີ23) ວັນທີ່ 1.9.2019

ມື້ນີ້ວັນອາທິດ ຂ້ອຍຕື່ນປົກກະຕິ ຊ່ວງນີ້ຂ້ອຍຕື່ນສວຍຫຼາຍ 8 ໂມງເຊົ້າຕະຫຼອດຂ້ອຍຕ້ອງປັບປຸງການຕື່ນໃຫ້ເຊົ້າກ່ອນນີ້ມາ ອ່ານໜັງສື ຫຼື ມາເບີ່ງການເທຣດ ມາວິເຄາະຕົວເອງ ຂ້ອຍຝືກນິດໄສໃຫມ່ນີ້ຕັ້ງແຕ່ເດືອນ 9 ນີ້ເປັນຕົ້ນໄປຕ້ອງເຮັດໃຫ້ໄດ້ ເປັນຫຍັງຂ້ອຍຈື່ງຕ້ອງຕື່ນເຊົ້າມາເຮັດແບບນີ້ເພາະຂ້ອຍຕ້ອງການສໍາເລັດຈິງ ບໍ່ແມ່ນຢາກປະສົບຄວາມສໍາເລັດໃນສາຍນີ້ ຖ້າຂ້ອຍຕ້ອງການປະສົບຄວາມສໍາເລັດຂ້ອຍກໍ່ຕ້ອງທໍາຫຼາຍກວ່າຄົນອື່ນ ເຮັດວຽກໜັກກວ່າຄົນອື່ນ ຮຽນຮູ້ຫຼາຍກວ່າຄົນອື່ນ ຕ້ອງຝືກວິໄນໃຫ້ຫຼາຍກວ່າຄົນອ່ື່ນ ແບບນີ້ຂ້ອຍຈື່ງສາມາດປະສົບຄວາມສໍາເລັດໄດ້ໄວກວ່າຄົນທີ່ເຂົ້າເທຣດໃນປີດຽວກັນ ຄໍາຄົມຂອງຂ້ອຍຄິດມາໃຊ້ຄື "ຕ້ອງການເປັນຄົນທີ່ບໍ່ທໍາມະດາ ຕ້ອງເຮັດສິ່ງທີ່ບໍ່ທໍາມະດາ"

ມາເວົ້າເລື່ອງຜົນການເທຣດຂອງມື້ນີ້ ມື້ນີ້ຂ້ອຍເຂົ້າເທຣດຕອນ 15 ໂມງ ຂ້ອຍເຂົ້າເທຣດສອງຮອບລວມກັນເປັນ 8 ໄມ້ win5 lose3 ແຕ່ມື້ນີ້ຂ້ອຍແກ້ໄມ້ແລ້ວມັນ lose ຫຼາຍກວ່າ win ເຮັດໄດ້ເງິນກກໍາໄລ ແຕ່ສຸດທ້າຍກໍ່ບວກໄດ້

ສີ່ງທີ່ຜິດພາດມື້ນີ້ຄືຕີແນວຜິດພາດ ສາເຫດເພາະມີແນວທັບຊ້ອນຫຼາຍເກີນໄປອັນນີ້ໂມເດວ2 ເພາະວັນເສົາວັນທິດເທຣດໄດ້ແຕ່ໂມເດວ2 ເທົ່ານັ້ນ ແລະ ເລື່ອງແກ້ໄມ້

ມື້ນີ້ເປັນມື້ທໍາອິດຂອງເດືອນ 9 ເປັນເດືອນໃຫມ່ຕ້ອງຕັ້ງເປົ້າໝາຍການເທຣດໃຫມ່ ເຖິງຂ້ອຍຈະເຝີກເທຣດບັນຊີເດໂມມາຫຼາຍເດືີອນລ້າງພອດເງິນແທ້ມາສອງຄັ້ງ ແລ້ວແຕ່ຂ້ອຍຍັງບໍ່ໄດ້ມີຍັງພັດທະນາເລີຍ ຍັງຫາເງິນຫຼືຫາກໍາໄລຈາກຕະຫຼາດ Binary Option ບໍ່ໄດ້ເລີຍ ແລະ ອີກທັງຍັງຢູ່ລອດໃນຕະຫຼາດບໍ່ໄດ້ແຕ່ຂ້ອຍຈະອົດທົນແລະສູ້ຈົນໃຫ້ມັນໄດ້ເລີຍເພາະຂ້ອຍໃຫ້ເວລາ 2 ປີໃຫ້ປະສົບຄວາມສໍາເລັດໃນສາຍນີ້ ແຕ່ຖ້າບໍ່ສໍາເລັດຂ້ອຍກໍ່ ອີກ 2ປີທັດໄປຈົນສໍາເລັດໃນທີ່ສຸດເພາະຂ້ອຍເຊື່ອວ່າຂ້ອງຕ້ອງເຮັດໄດ້ ຂ້ອຍຈື່ງອອກຈາກວຽກມາເທຣດແຕ່ເທຣດມາ 4 ເດືອນແລ້ວບໍ່ໄປໃສເລີຍ

ມາທົບທວນກັນວ່າຂ້ອຍບໍ່ກ້າວໜ້າເລີຍ ຫຼື ວ່າພັດທະນາໄປນ້ອຍໜື່ງແລ້ວ
ຈາກທີ່ບໍ່ເຄີຍເຂົ້າໃຈການເທຣດເປັນແນວໃດຈົນເຂົ້າໃຈການເທຣດ ຈາກການທີ່ຕ້ອງການແຕ່ກໍາໄລຈົນເຂົ້າໃຈເລື່ອງຄວາມສ່ຽງວ່າກ່ອນຈະເອົາກໍາໄລຕ້ອງຮັກສາທຶນ 
* ເຂົ້າໃຈວ່າອົງປະກອບສໍາຄັນເປັນແນວໃດເຊັ່ນ ເທັກນິດການເທຣດຕ້ອງຝືກທຸກມື້ແຕ່ຕ້ອງເປັນເທຣດເທັກນິດເກົ່າທໍາຈົນໃຫ້ຊໍານານແລະເຂົ້າໃຈແພັດເທີອັນນີ້ຍັງບໍ່ໄດ້ຄ່ອງຕ້ອງຝືກຈົນເຂົ້າຈິງຈິງເລີກເຊີ້ງຈົນທໍາເປັນປື້ມອອກມາໄດ້ແລະໃຫ້ຄົນທີ່ບໍ່ເຄີຍຮູ້ເລື່ອງນີ້ມາອ່ານໃຫ້ເຂົ້າໃຈແລະທໍາຕາມໄດ້ຂ້ອຍຈື່ງຖືໄດ້ວ່າເປັນເທັກນິຂ້ອຍທີ່ປະສົບຄວາມສໍາເລັດ  
* ເຂົ້າໃຈວິໄນສໍາຄັນຫຼາຍ ຂ້ອຍເຂົ້າໃຈບ່ອນທີ່ເທຣດເດີມືອາຊີບຂຽນວ່າເທຣດເດີທີ່ປະສົບຄວາມສໍາເລັດເນັ້ນທໍາເງິນຫຼາຍກວ່າເນັ້ນຖືກຕ້ອງແຕ່ຫຍັງລະເປັນຕົວບອກວ່າສອງອັນນີ້ຕ່າງກັນເພາະຖືກຈື່ງໄດ້ເງິນຜິດກໍ່ເສຍເງິນ ຖ້າບໍ່ເນັ້ນຖືກຕ້ອງກໍ່ເສຍເງິນ ຮ່າຮ່າ ແຕ່ມື້ນີ້ຂ້ອຍເຂົ້າໃຈແລ້ວວ່າຕົວບອກນັ້ນກໍ່ຄືວິໄນ ແລະ ວິໄນນັ້ນຊ່ວຍໄດ້ແນວໃດ ວິໄນນັ້ນຊ່ວຍໄດ້ເລື່ອງການເນັ້ນທໍາເງິນເພາະເມື່ອເຮົາເທຣດໄປແລ້ວປາກົດວ່າຜິດທາງແລ້ວເຮົາກົດຊອຍໄມ້ເຂົ້າໄປເພາະເຮົາບໍ່ຢາກຜິດເຮົາຢາກຖືກຕ້ອງຈື່ງລໍໃຫ້ຂື້ນສູງແລ້ວຊື້ເພີ່ມບາງຄັ້ງກໍ່ຊະນະແລ້ວດີໃຈ ແຕ່ກໍ່ຜິດບ້າງ ແຕ່ໃນຕະຫຼາດທຸກຢ່າງເປັນໄປໄດ້ສະເໝີເມື່ອເຮົາແພ້ເຮົາກໍ່ຈະເສີຍເງິນທີ່ຫຼາຍກວ່າໄດ້ ຖ້າເຮົາເສີຍແບບນີ້ຈະເຮັດໃຫ້ມີ Drawdown ທີ່ສູງຫຼາຍເຖິງເຮົາຈະຊະນະຫຼາຍກວ່າແຕ່ລວມຍອດເງິນແລ້ວເຮົາໄດ້ກໍານ້ອຍໜື່ງ ຫຼື ເຖິງກັບຂາດທືນ ເວົ້າລວມແລ້ວໄລຍະຍາວເຮົາຕ້ອງແພ້ຕະຫລາດ ແລະ ອັນທີ່ເຮົາເທຣດຊອຍໄມ້ ຫຼື ຊື້ເພີ່ມແບບມາຕິງກິວນັ້ນຖ້າເຮົາແພ້ໄມ້ນັ້ນອາດເປັນອີກ 1 ທາງເຮັດໃຫ້ອາລົມເສຍສູ່ທາງລ້າງພອດໄດ້ເພາະເມື່ອເຮົາອາລົມເສຍແລ້ວເຮົາຈະວິເຄາະກຣາຟເຂົ້າຂ້າງຕົນເອງເມື່ອເຮົາວິເຄາະກຣາຟເຂົ້າຂ້າງຕົວເອງເມື່ອນັັ້ນເຮົາຈະສວນກັບຕະຫຼາດທັນທີເຮົາຈະເຫັນກຣາຟອີກຮູບແບບໜື່ງເພາະເຮົາບໍ່ມີສະຕິແລ້ວຖ້າບໍ່ມີສະຕິຈະເຮັດໃຫ້ລ້າງພອດໃນ 2 ຫຼື 3 ໄມ້ທັດໄປທັນທີ ດັ່ງນັ້ນເລື່ອງວີໄນສໍາຄັນຫຼາຍຂ້ອຍຍັງບໍ່ໄດ້ຝືກມັນຢ່າງມືອາຊີບເລີຍຂ້ອຍຕ້ອງຝືກມັນໄປເລື່ອຍໆອີກນານ
* ເຂົ້າໃຈວ່າຂ້ອຍຍັງບໍ່ຮູ້ຫຍັງເລີຍຈິງຈິງຮ່າຮ່າ ຮູ້ຈັກເທົ່ານັ້ນຍັງບໍ່ທັນຮູ້ຈິງ ຍັງຕ້ອງຕັ້ງໃຈຫຼາຍກວ່ານີ້ອີກ 2 ເທົ່າ

ສີ່ງທີ່ຕ້ອງຝືກ ແລະ ເຮັດໃນເດືອນ 9 ນີ້ຄື ທໍາແຜນເທຣດຂື້ນມາບົນຄວາມບໍ່ໂລກ ເທຣດຕາມຄວາມສາມາດຂອງຕົວເອງ ເອົາກໍາໄລຕາມເປົ້າ ກໍານົດໄມ້ຊັດເຈນຕໍ່ມື້ເລີຍ ເຖິງເປັນເດໂມກໍ່ເຮັດເພື່ອເປັນແບບຢ່າງທາງວິໄນ ເກັບສະຖິຕິເທຣດລາຍອາທິດ ລາຍເດືອນ ວິເຄາະຄວາມຜິດພາດຂອງຕົວເອງ ວິເຄາະໄຊຊະນະຂອງຕົວເອງ ແລ້ວທໍາເປັນປື້ມຈຸດເຂົ້າອໍເດີ

---------------------------------------------------------------------------------------
(ມື້ທີ23) ວັນທີ່ 2.9.2019

ມື້ນີ້ວັນຈັນ ຂ້ອຍຫັນມາຕື່ນເຊົ້າມາທົດທົບຕົວເອງ ມື້ນີ້ຂ້ອຍຍັງໄດ້ອ່ານກ່ຽວກັບການເທຣດ ແລະ ເລື່ອງເຮັດແນວໃດໃຫ້ປະສົບຄວາມສໍາເລັດໃນໄບນາຣີ່ອອບຊັ່ນຈາກເວັບອອນໄຊຂອງຄົນໄທ ແຕ່ມື້ນີ້ບໍ່ໄດ້ເບີ່ງຈຸດເຂົ້າອໍເດີ້ ແລະ ການເທຣດຂອງຄົນປະສົບຄວາມສໍາເລັດທ່ານອື່ນໆ 

ມື້ນີ້ຂ້ອຍເຂົ້າເທຣດຕອນ 14 ໂມງຕາມເຄີຍເດຶອນນີ້ຂ້ອຍຕ້ອງຝືກວິໄນແລະຮັກສາທຶນໃຫ້ຢູ່ ແລະ ຂໍໃຫ້ບໍ່ລ້າງພອດວ່າອາທິດນີ້ພອດອາທິດແຂ່ງນີ້ຈະສາມາດທໍາກໍາໄລໄດ້ ຫຼື ຂາດທຸນຂ້ອຍເອົາເລື່ອງິໄນເຂົ້າມາກ່ຽວເພື່ອສ້າງນິໃສຂອງຄົນປະສົບຄວາມສໍາເລັດຖ້າຝືກໄດ້ແລ້ວຈະລົງເງິນຈິງເພື່ອຝືກຈິດໃຈ ສໍາລັບການເທຣດໂມເດວ1 ມື້ໄດ້ເຂົ້າພຽງອໍເດີ້ນີ້ເພາະບໍ່ຄ່ອຍມີຈຸດຊື້ທີ່ແນ່ໃຈຈື່ງບໍ່ຊື້ ແລະ 2 ສະກຸນເງິນ EUR/USD USD/JPY ກໍ່ໃຫ້ເປີເຊັນບໍ່ເຖິງ 80 ເປີເຊັນເລີຍເທຣດແຕ່ສະກຸນເງິນຈື່ງມີໂອກາດເຂົ້າອໍເດີ້ ແຕ່ມື້ນີ້ໂມເດວ1 ກໍ່ບວກ

ສໍາລັບໂມເດວ2 ມື້ນີ້ບໍ່ໄດ້ເທຣດເພາະເງິນເນັດໝົດແລ້ວ ຂ້ອຍຈື່ງບໍ່ເທຣດ ເງິນຍັງບໍ່ມີຊື້ບັດເລີຍ ຈະມີເງີນທີ່ໃດໄປລົງທຶນໄດ້ນໍ້ ແລະ ຈະເປັນຄົນປະສົບຄວາມສໍາເລັດແນວໃດນໍ້ຂ້ອຍເອີຍ! ຮ່າຮ່າ ຄິດແລ້ວກໍ່ຍັງຢາກຫົວເລີຍ ເປັນບ້າແລ້ວບໍຂ້ອຍ

ມື້ນີ້ຂ້ອຍກໍ່ໄດ້ເຮັດບົດວິເຄາະການເຂົ້າອໍເດີ້ຂອງຄົນປະສົບຄວາມສໍາເລັດໃນ ໄອຄິວ ນີ້ຂ້ອຍຄິດຕ້ອງວິເຄາະໃຫ້ໝົດຮູບທີ່ລາວຂອງເພຈຂອງລາວໝົດເລີຍເພື່ອທີ່ຈະໄດ້ຄວາມຮູ້ລືກຈາກເພຈແລະການເຂົ້າອໍເດີ້ຂອງລາວ

---------------------------------------------------------------------------------------
(ມື້ທີ24) ວັນທີ່ 3.9.2019


ມື້ນີ້ວັນອັງຄານ ຂ້ອຍເຊົ້າຕື່ນປົກກະຕິເພາະເດືອນ 9 ນີ້ຂ້ອຍຝືກຕື່ນແຕ່ເຊົ້າ ແຕ່ກໍ່ຍັງມີຈຸດເສຍຄືຂ້ອຍຕື່ນແລ້ວແຕ່ບໍ່ລຸກລໍໃຫ້ເວລາຜ່ານໄປຍາວເລີຍຈື່ງລູກຂື້ນມາມື້ອື່ນຕ້ອງລຸກໃຫ້ໄດ້ເລີຍ ມື້ນີ້ຂ້ອຍບໍ່ໄດ້ອ່ານເລື່ອງການເທຣດ ແຕ່ອ່ານເລື່ອງເຮັດແນວໃດຈື່ງເປັນຜູ້ຊ່ຽວໃນດ້ານໃດດ້ານໜື່ງອ່ານແລ້ວໂອເຄເຮົາກໍ່ມີຄຸນສົມບັດ1ຂໍ້ຢູ່ໃນນັ້ນ ຍັງ 3 4 ຂໍ້ທີ່ຂ້ອຍຍງບໍ່ມີ ແລະ ຂໍ້ສຸທ້າຍຄືຝືກຝົນ ຝືກຝົນ ຝືກຝົນ.  ມື້ນີ້ຂ້ອຍກໍ່ໄດ້ເບີ່ງວິດີໂອເທຣດ 1 ວິດີໂດກ່ຽວກັບການເທຣດຂອງ Coach ທ່ານໜື່ງ ເພາະຕ້ອງນີ້ຂ້ອຍກໍາລັງສືກສາວີທີຂອງລາວ ແລະ ເຮັດຕາມລາວບໍ່ມີຂໍ້ສົງໃສ

ສ່ນການເທຣດຂອງຂ້ອຍມື້ນີ້ໂມເດວ1 ເລີ່ມຕອນ 14 ໂມງ ຮອດ 3:30 ເພາະຄົບຕາມເປົ້າແລ້ວກໍ່ຢຸດ ຕ້ອງຝືກວິໄນ ຫຼັງຈາກນັ້ນກໍ່ເບີ່ງກຣາຟວິ່ງ ແລະ ໃຊ້ຫຼັກ Paper Trade ເພື່ອເປັນເບີ່ງກຣາຟວີ່ງ ໂມເດວ1 ມື້ນີ້ບວກ

ໂມເດວ2 ມື້ນີ້ເທຣດ 2 ຮອບ ເພາະຮອບທີ່ 1 ບໍ່ໄດ້ຕາມເປົ້າ ແລະ ຍັງບໍ່ເຖິງກົດຂໍ້ Stop Lose ຂ້ອຍຈື່ງເທຣດຮອບສອງຕອນ 22:00 ຮອບ 1 ເທຣດໄດ້ກອບເວລາ 1 ຊົ່ວໂມງ ມື້ນີ້ໂມເດວຂ້ອງສາມາດທໍາໄດ້ຕາມເປົ້າ ໂມເດວ2 ບວກ 

ໝາຍເຫດ ເດືອນນີ້ຂ້ອຍສ້າງໂມເດວເທຣດແບບຮັກສາຕົ້ນທຶນຄິດຮອດຄວາມສ່ຽງກ່ອນກໍາໄລ ຄິດເອົາກໍາໄລນ້ອຍນ້ອຍແຕ່ຈະສ້າງໃຫ້ກໍາໄນ້ອຍນ້ອຍລຢ່າງຕໍ່ເນື່ອງ ຜົນທົດລອງເດືອນນີ້ຈະອອກມາດີແນວໃດ ຫຼື ບໍ່ດີແນວໃດໄວ້ເຮົາມາເບີ່ງຕອນທ້າຍເດືອນນີ້ວ່າມັນຈະເປັນແນວໃດ

---------------------------------------------------------------------------------------

(ມື້ທີ25) ວັນທີ່ 4.9.2019

ມື້ນີ້ວັນພຸດຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ທໍາການວິເຄາະອໍເດີ້ຂອງຂ້ອຍແລະຂອງອາຈານທ່ານໜື່ງ ມື້ນີ້ບໍ້ໄດ້ເບີ່ງເລື່ອງການເທຣດ ແຕ່ໄດ້ຟັງວີດີໂອໄລຟກ່ຽວການເທຣດເທຣດເລື່ອງການບໍລິຫານພອດ

ສ່ວນການເທຣດມື້ນີ້ກໍ່ເລີ່ມເວລາເດີມປົກກະຕິ 14 ແຕ່ເນື່ອງຈາກມື້ນີ້ໂມວເດວ 2 ຂ້ອຍຕະຫຼາດວໍລຸ່ມບໍ່ຄ່ອຍງາມບວກກັບຂ້ອຍເລື່ອກເຂົ້າບ່ອນສັນຍານທີ່ແນວບໍ່ແຂງແຮງສຸດທ້າຍຕ້ອງ Stop lose ມື້ນີ້ໄປ ໂມເດວ1 ມື້ນີ້ຕິດລົບ

ໂມໂດວ2 ມື້ນີ້ກໍ່ເລີ່ມເວລາເກົ່າ 20 ໂມງເທຣດປະມານ 10 ປາຍນາທີແລ້ວໄດ້ຕາມເປົ້າແລ້ວກໍ່ Take Profit ແຕ່ການເຂົ້າອໍເດີ້ມື້ນີ້ຊະນະໄດ້ສຽວຫຼາຍ ມັນສ່ຽງມຶ້ອື່ນຂ້ອຍຕ້ອງເລືອກຈຸດທີ່ໃຫ້ມັນດີ ແລະ ແນ່ນອນກວ່ານີ້

---------------------------------------------------------------------------------------


(ມື້ທີ26) ວັນທີ່ 5.9.2019

ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ເບີ່ງການເທຣດ ແລະ  ກໍ່ຄືເຄາະການເຂົ້າອໍເດິ້ຄືເກົ່າ 
ມື້ນີ້ຂ້ອຍເຂົ້າເທຣດໂມເດວ1 ເວລາເດີມ 14 ໂມງ ມື້ນີລໍຖ້າດົນຫຼາຍໄດ້ເຂົ້າອໍເດີ້ດຽວເທົ່ານັ້ນເພາະກຣາຟບໍ່ມີວໍລຸ່ມກຣາຟບໍ່ງາມບໍ່ມີຈຸດເຂົ້າອໍເດີ້ທີ່ໝັ້ນໃຈ ແຕ່ມື້ນີ້ໂມເດວ1ບວກ

ໂມວດຽວ2 ມື້ນີ້ກຣາຟຄ້ອນຂ້າງເຂົ້າອໍເດີ້ຍາກຄືກັນ ຂ້ອຍເຂົ້າໄດ້ພຽງ1 ອໍເດີ້ແຕ່ຊື້ 2ຄັັ້ງໃນອໍເດີ້ດຽວເຖິງສຸດທ້າຍມັນຈະອອກມາຊະນະມື້ນີ້ບວກ ແຕ່ສໍາລັບມື້ນີ້ແລ້ວຂ້ອຍເຮັດສີ່ງທີ່ບໍ່ດີແລະພິດພາດຢ່າງໃຫຍ່ລວງເພາະຂ້ອຍຜິດກົດຂອງຕົວເອງຖ້າຜິດວິໄນໄມ້ທີ່ 1 ແລ້ວໄມ້ຕໍ່ໆໄປອາດຈະບໍ່ເຮັດຕາມກົດແລ້ວ ມື້ອື່ນຫຼືມື້ທັດໆໄປຂ້ອຍຕ້ອງບໍ່ເຮັດນອກກົດເດັດຂາດ

---------------------------------------------------------------------------------------

(ມື້ທີ27) ວັນທີ່ 6.9.2019


ມື້ນີ້ວັນສຸກຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ອ່ານກ່ຽວກັບການເທຣດ ຕອນເຊົ້າຕອນຕື່ນເບີ່ງວີດີໂອການເທຣດອໍເດີ້ 

ມື້ນີ້ມີວຽກແຕ້ມແບບຂ້ອຍຈື່ງບໍ່ໄດ້ເຂົ້າເທຣດໂມເດວ1
ສ່ວນໂມເດວ2 ມື້ນີ້ໄມ້ທີ່1ແພ້ເພາະວ່າກຣາຟວໍລຸ່ມນ້ອຍບວກກັບຂ້ອຍລັງເລຕອນຈະເຂົ້າອໍເດີ້ແຕ່ມື້ນີ້ໂມເດວ2 ບວກ

ສີ່ງທີ່ຂ້ອນຜິດພາດໂມເດວ2 ຄືຂ້ອຍລັງເລຕອນເຂົ້າເນື່ອງຈາກກຣາຟບໍ່ມີສັນຍານທີ່ຊັດເຈນ ສໍາຄັນຄືຕົວຂ້ອຍເອງລັງເລໃນການເຂົ້າອໍເດີ້ ຕັດສິນໃຈຊ້າໄປ ບາງອໍເດີ້ຕັດສິນໄວເກີນໄປ ຂ້ອຍຕ້ອງໄປວິເຄາະຕົວວ່າເປັນຫຍັງເຖິງລັງເຮັດໃຫ້ຂ້ອຍຕັດສິນໃຈຊ້າ

---------------------------------------------------------------------------------------

(ມື້ທີ28) ວັນທີ່ 9.9.2019



ມື້ນີ້ວັນຈັນ ຂ້ອຍຕື່ນສາຍຫຼາຍເພາະມື້ວານສັງສັນກັບໝູ່ເມົາເບຍມື້ນີ້ເຈັບຫົວ ມື້ນີ້ບໍ່ໄດ້ອ່ານກ່ຽວກັບການເທຣດ ມື້ນີ້ເບີ່ງວີດີໂອເທຣດ 20 ນາທີ ຂ້ອຍບໍ່ໄດ້ຈົດບັນທືນເທຣດມາໄດ້ສອງມື້ນີ້ແລ້ວ

ໂມເດວ1 ເລີ່ມຕອນ 14 ໂມງແຕ່ມື້ນີ້ຜິດພາດ Stop lose ໄປເພາະແພ້ 3 ໄມ້ຕິດກັນ ສີ່ງທີ່ຜິດພາດຄືເປັນເລື່ອງເທັກນິດຂອງການເຂົ້າອໍເດີ ເລືອກເຂົ້າອໍເດີ້ໄດ້ຈຸດບໍ່ແມ່ນຍໍາຂ້ອຍຕ້ອງໄປແກ້ໄຂ ໂມເດວ1 ມື້ນີ້ຕິດລົບ

ໂມເດວ2 ມື້ນີ້ເລີ່ມຕອນ 20 ໂມງເທຣດໄດ້ 15 ນາທີໄດ້ຕາມເປົ້າຈື່ງ Take Profit ໄປ ສີ່ງທີ່ຄວນເຮັດໃນໂມເດວນີ້ຂ້ອຍຕ້ອງເທຣດໃນເທັກນິດນີ້ໃຫ້ຫຼາຍຂື້ນກວ່ານີ້ໃນບັນຊີຝືກ ຫຼື ພອດແຂ່ງຂັນອື່ນເພື່ອໃຫ້ຂ້ອຍໄດ້ຢູ່ກັບມັນໃຫ້ຫຼາຍກວ່ານີ້ຂ້ອຍຈຶ່ງພົບຫຼາຍປະສົບການຂ້ອຍຈື່ງຊໍານານໄວກວ່ານີ້ ແລະ ເຂົ້າໃຈເທັກນິດນີ້ຢ່າງລະອຽດ

---------------------------------------------------------------------------------------

(ມື້ທີ29) ວັນທີ່ 10.9.2019




ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ເບີ່ງວີດີໂອທົດທວນເທຣນ ເລື່ອງແທ່ງທຽນ ເລື່ອງ ແນວຮັບແນວຕ້ານ

ໂມເດວ1 ບໍ່ໄດ້ເທຣດເພາະຍັງຄາເລື່ອງໂຄງການແຕ້ມແບບ ຂ້ອຍຍັງບໍ່ສາມາດຫາເງິນຈາກ IQ ໄດ້ເລີຍຫາເງີນຈາກແຕ້ມແບບມາເພື່ອໃຫ້ຢູ່ລອດໄດ້

ໂມວເດວ2 ມື້ນີ້ເລີ່ມ 20 ເຂົ້າເທຣດສອງຮອບເລີຍຮອບທີ່ 1 ໄດ້ໄມ້ ຮອບສອງໄດ້ 1 ໄມ້ສຸດທ້າຍມື້ນີ້ໂມເດວ1 ບວກ

ສີ່ງທີ່ຜິດພາດກັບເທຣດແບບໂມເດວ1ທີ່ໄປໃຊ້ໃນບັນຊີມຶ້ນັ້ນເພາະມີຄວາມໝັ້ນໃຈເກີນໄປຈົນເຂົ້າອໍເດີ້ແບບບໍ່ວິເຄາະດີຈື່ງເຮັດແພ້ໃນບາງອໍເດີ້

---------------------------------------------------------------------------------------

(ມື້ທີ30) ວັນທີ່ 11.9.2019


ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ມາວິເຄາະການເທຣດຂອງຕົວເອງຄືເກົ່າ

ໂມວເດວ1 ເລີ່ມເວລາເກົ່າ 14 ໂມງ ມຶ້ນີ້ໂມເດວ2ເລີ່ມເຂົ້າທາງມານ້ອຍນຶ່ງແລ້ວເຖິງມື້ນີ້ຈະຕິດລົບແຕ່ວ່າເນື່ອງຈາກຂ້ອຍເລີ່ມຈັບທາງໄດ້ນ້ອຍໜື່ງແລ້ວຖືວ່າພັດທະນາໄປ1ຂັ້ນ ໂມເດວ1 ມີ້ນີ້ຕິດລົບ

ໂມເດວ2 ມືີ້ນີເລີ່ມ 20 ໂມງເກົ່າແຕ່ມື້ນີ້ມີບົດຮຽນພິເສດຫຼາຍ ມື້ນີ້ຂ້ອຍເຂົ້າເທຣດພຽງ 20 ນາທີກໍ່ຢຸດ ເພາະຂ້ອຍລືມເບີ່ງລ໊ອດເທຣດ ເທຣດໄດ້ລ໊ອດ50ຫຼຽນແລ້ວແພ້ນັ້ນເປັນກໍາໄລທີ່ຂ້ອຍສະສົມໄດ້ມາເປັນອາທິດເລີຍ ມື້ນີ້ເທຣດ ແພ້2 ຊະນະ1 Stoplose  ໄປເພາະອາລົມບໍ່ຄ່ອຍຊົດຊື່ນ ໂມວເດວ2 ມື້ນີ້ຕິດລົບ

ສີ່ງທີ່ຜິດພາດຄຶຂ້ອຍຊະນະມາຫຼາຍວັນແລ້ວຂ້ອຍມີອີໂກ່ບໍ່ກົວຕະຫຼາດ ຄິດວ່າຕົວເອງຈະຊະນະຕະຫຼອດໄປ ຈົນລືມຄວາມຮອບຄອບບໍ່ໄດ້ເຊັດທຸກແນວກ່ອນເທຣດ ຈື່ງເຮັດໃຫ້ແພ້ເສີຍກໍາໄລທີ່ສະສົມມາໃຫ້ກັບຕະຫຼາດ

---------------------------------------------------------------------------------------

(ມື້ທີ31) ວັນທີ່ 12.9.2019



ມື້ນີ້ວັນພະຫັດຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະການເຂົ້າອໍເດີ້ຂອງຕົວເອງຄືເກົ່າ ມື້ນີ້ບໍ່ໄດ້ອ່ານໜັງສືກ່ຽວກັບການເທຣດ ແລະ ບໍ່ໄດ້ເບີ່ງວີດີໂອການເຂົ້າເທຣດ

ໂມເດວ1 ເລີ່ມເວລາເກົ່າ 14 ມື້ນີ້ເທຣດຈົນຄົບໂກຕ່າເລີຍຄົບ 5 ອໍເດີ້ ມື້ນີ້ເຮັດໄດ້ດີກວ່າມື້ວານເພາະເລີ່ມຈັບທາງໄດ້ນ້ອຍໜື່ງແລ້ວ ໃນທີ່ສຸດໂມເດວ1 ສາມາດທໍາຕາມເປົ້າມື້ໄດ້ ໂມເດວ1 ບວກ

ໂມເດວ2 ມື້ນີ້ເລີ່ມ 20 ໂມງ ມື້ນີ້ເຂົ້າເທຣດສອງຮອບ ແລະ ມື້ນີ້ໂມເດວ2 ກໍ່ເທຣດຈົນໝົດໂກຕ່າອີດຄື 5 ອໍເດີ້ ມື້ນີ້ ໂມເດວ2 win3 Lose2 ແຕ່ເນື່ງຈາກຂ້ອຍຢາກຊະນະຊ້ອຍໄມ້ເພີ່ມແພ້ໄມ້ໃຫຍ່ກວ່າ1ເທົ່າ ສຸດທ້າຍມຶ້ນີ້ໂມເດວ2 ຕິດລົບ

ສີ່ງທີ່ຜິດພາດມື້ນິ້ຄືຂ້ອຍເຮັດຜິດກົດຂອງຕົວເອງແລ້ວ ເພາະ ຊອຍໄມ້ ກົດຂ້ອຍມັນບໍ່ມີການຊອຍໄມ້ ສາເຫດບໍ່ເຮັດຕາມກົດຄືບໍ່ຢາກແພ້ຢາກເອົາຄືນ ແລະ ເພາະເສຍມາຕິດກັນສອງມຶ້ແລ້ວອາລົມມັນຈະບໍ່ດີ ແລະ ຂ້ອຍກໍ່ຍັງແພ້ຈຸດເດີມຕະຫຼອດ ຂ້ອຍຕ້ອງໄປແກ້ໄຂຂໍ້ນີ້ໂດຍການອ່ານໜັງສື ທົບທວນຕົວເອງ ທົບທວນອໍເດີ້ທີ່ຜິດວ່າອົງປະກອບກຣາຟມີຫຍັງເດ

---------------------------------------------------------------------------------------

(ມື້ທີ32) ວັນທີ່ 16.9.2019

ມື້ນີ້ວັນຈັນຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະການເທຣດຂອງຕົວເອງ ທົບທວນຕົວເອງ ແຕ່ບໍ່ໄດ້ອ່ານຄວາມຮູ້ການເທຣດ ແລະ ເບີ່ງວີດີໂອການເທຣດ ຂ້ອຍໄດ້ໄປບ້ານແລ້ວຈື່ງບໍ່ໄດ້ຈົດບັນທືກວັນສຸກວັນເສົາແລະວັນທີດທີ່ຜ່ານມາ

ໂມເດວ1 ເລີ່ມເວລາເດີມມື້ນີ້ແພ້ບໍ່ເປັນທ່າ ເນື່ອງຈາກຂ້ອຍເທຣດບັນຊີຝືກຫັດຈື່ງເຮັດໃຫ້ບໍ່ມີອາລົມໃນການເທຣດຂາດຄວາມຕັ້ງໃຈ ຂ້ອຍຕ້ອງພະຍາຍາມເຮັດຕາມກົດເພື່ອໃຫ້ໂມເດວ1ນີ້ສາມາດນໍາໄປໃຊ້ກັບ MT4 ເພື່ອໄປໃຊ້ງານກັບການເທຣດ Forex ໃນອານາຄົດເຫັນບໍຕົວເອງວ່າຖ້າເຈົ້າຕັ້ງໃຈມັນຈະດີໃຫ້ກັບເຈົ້າໃນອານາຄົດ ແລະ ຍັງຄຸ້ມກັບເວລາທີ່ເຈົ້າເສຍໄປວັນວັນ
ໂມເດວ1 ມື້ນີິ້ຕິດລົບ Lose4 win0

ໂມເດວ2 ເລີ່ມເວລາເດີມ ມື້ນີ້ໂມເດວ2 ຂ້ອຍກໍ່ Stoplose ໄປເນື່ອງຈາກແພ້ລວມກັນສາມອໍເດີ້ ມື້ນີ້ໂມເດວ2 ຕິດລົບ

ສີ່ງທີ່ຜິດພາດ ຊ່ວງນີ້ຂ້ອຍເທຣດແພ້ຕິດລົບຕໍ່ເນື່ອງມາສາມມື້ແລ້ວ ບໍ່ໄດ້ເປັນເພາະກຣາຟ ແນ່ນອນມັນຕ້ອງເປັນທີ່ຕົວຂ້ອຍຕາມທີ່ຂ້ອຍທົບທວນຕົວເອງແລ້ວຂ້ອຍເຫັນສາມຈຸດບົກພ່ອງຄື
1 ເຂົ້າໃນຈຸດບໍ່ຄວນເຂົ້າຢ່າງເຊັ່ນແຮງທີ່ລົງມາຢ່າງແຮງ ແຮງຂາຍໝັ່ນໃຈຫຼາຍແຕ່ດັນໄປສວນເທຣນທີ່ແນວຮັບ
2 ບໍ່ລໍຖ້າໃຫ້ທຸກອົງປະກອບຄົບຖ້ວນ ແຕ່ດັນທໍາການຊື້ກ່ອນແລ້ວບໍ່ຮູ້ຈັກລໍ ອົດລໍບໍ່ເປັນ
3 ຕີແນວຜິດພ້ຽນໄປ ແລະ ຍັງຕີໄວ້ຕົງກາງຂອງກຮາຟ ເພາະບ່ອນກາງຂອງກຣາຟຈະເປັນບ່ອນທີ່ໃສເວລັງເລຈະໄປກໍ່ບໍ່ໄປຈະລົງກໍ່ບໍ່ລົງ ດັ່ງນັ້ນຕີຢູ່ແນວນີ້ແລ້ວຊື້ຂາຍເປັນການເຂົ້າອໍເດີ້ທີ່ສ່ຽງ

---------------------------------------------------------------------------------------

(ມື້ທີ33) ວັນທີ່ 17.9.2019


ມື້ນີ້ວັນອັງຄານຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະການເທຣດຂອງຕົວເອງຕາມເຄີຍ
ໂມເດວ1 ມື້ນີ້ເທຣດຮອດ 16 ໂມງເລີຍ ເຖິງມື້ນີ້ Winrate ຈະຫຼາຍກວ່າ ແຕ່ເນື່ອງຈາກວ່າ ຂ້ອຍຊ້ອຍໄມ້ຈື່ງເຮັດຕິດລົບເພາະເສຍໃນໄມ້ທີ່ຊ້ອຍ ໂມເດວ1 ມື້ນີ້ຕິດລົບ
ໂມເດວ2 ມື້ນີ້ Stoploss ໄປເພາະແພ້ສາມອໍເດີ້ຕິດກັນ ໂມເດວ2 ມື້ນີ້ຕິດລົບ
ສີ່ງທີ່ຜິດພາດຄື ຂ້ອຍຕີເສັ້ນບໍ່ແມ່ນແນວທີ່ແຂງແຮງຈື່ງເຮັດໃຫ້ແພ້ໄປ ບວກກັບຊື້ຢູ່ທີ່ແນວແຮງຊື້ຫຼືແຮງຂາຍໝັ້ນໃຈເກີນໄປ ແລະ ຜິດພາດທີ່ສາມຄືບໍ່ໄດ້ຕີແນວແລ້ວທໍາການຊື້ຂາຍ

---------------------------------------------------------------------------------------

(ມື້ທີ34) ວັນທີ່ 18.9.2019

ມື້ນີ້ວັນພຸດ ຂ້ອຍຕື່ນມາກໍ່ວິເຄາະການເໆຮດຂອງຕົວເອງ ແລ້ວ ກໍ່ອ່ານກ່ຽວກັບການທໍາໂພສກ່ຽວກັບການຕະຫຼາດທາງເຟສບຸກ ມຶ້ນີ້ເບີ່ງວີໂອເທຣດປະມານ 20 ນາທີ

ໂມເດວ1 ເລີ່ມເວລາເກົ່າ ມື້ນີ້ໄດ້ເຂົ້າ 2 ອໍເດີ້ ມື້ນີ້ກຣາຟ ຄ້ອນຂ້າງໄສເວ ບໍ່ຄ່ອຍມີຈຸດເຂົ້າອໍເດີ້ ມື້ນີ້ ແພ້ 1 ຊະນະ1 ແຕ່ລວມຍອດເງິນແລ້ວຕິດລົບ ສໍາລັບໂມເດວ1ນີ້ຍັງບໍ່ໄດ້ເຂົ້າທີ່ເຂົ້າທາງເລີຍ

ໂມເດວ2 ມື້ນີ້ເນື່ອງຈາກອີນເຕີເນັດມັນຊ້າຈື່ງເຮັດໃຫ້ຂ້ອຍເຂົ້າເທຮດບໍ່ໄດ້ ມື້ນີ້ບໍ່ໄດ້ເທຣດໂມເດວ2 ແຕ່ຂ້ອຍໄປອ່ານດ້ານການພັດທະນາເລືອກເປັນທີ່ສຸດໃນສາຍນັ້ນໆ 

---------------------------------------------------------------------------------------

(ມື້ທີ35) ວັນທີ່ 19.9.2019


ມື້ນີ້ວັນພະຫັດຂ້ອຍຕື່ນມາ ມື້ນີ້ບໍ່ໄດ້ວິເຄາະເທຣດຂອງຕົວເອງເພາະບໍ່ໄດ້ເທຣດບໍ່ມີອໍເດີ້ໃຫ້ວິເຄາະ ແຕ່ຂ້ອຍໜ້າຈະທົບທວນຕົວເອງ ມື້ນີ້ຕື່ນມາກໍ່ເບີ່ງວີດີໂອການເຂົ້າອໍເດີ້

ໂມເດວ1 ມື້ນີ້ສາມາດທໍາໄດ້ຕາມເປົ້າ 2 ອໍເດີ້ ຊະນະ ມື້ນີ້ບວກ
ໂມເດວ2 ມື້ນີ້ມີບັນຫາໜັກຫຼາຍເພາະຂ້ອຍແພ້ຕິດຕໍ່ກັນມາເປັນເວລາຫຼາຍມື້ແລ້ວ ມື້ນີ້ຂ້ອຍກໍ່ແພ້ຕາມເຄີຍຕ້ອງຢຸດເທຣດແຕ່ເນື່ອງຈາກຂ້ອຍ ຕ້ອງແຫກົດເພື່ອດືງຄວາມໝັ່ນໃຈ ແລະ ດືງຄວາມເຂົ້າໃຈສີ່ງທີ່ຜິດພາດໄປ ມື້ນິ້ເຖິງຂ້ອຍຈະແພ້ໄປຕິດລົບໄປ ແຕ່ກໍ່ບໍ່ໄດ້ເຖິງຂັ້ນລ້າງພອດ ແຕ່ສີ່ງທີ່ຂ້ອຍໄດ້ຮຽນຮູ້ພິເສດສຸດໃນມື້ນີ້ກໍ່ຄືສີ່ງທີ່ຂ້ອຍເພາະນັ້ນເປັນເພາະຄວາມກົວ ແລະ ເປັນເພາະຈິດໃຈຂ້ອຍປະສະຫງົບຄາດຫວັງຫຼາຍເກີນໄປຈື່ງເຮັດໃຫ້ຂ້ອຍແພ້ຢ່າງຕໍ່ເນື່ອງມາຫຼາຍມື້ເຖິງຈະພະຍາຍາມຕັ້ງໃຈວິເຄາະຫຼາຍເທົ່າໃດກໍ່ຍັງເທຣດບໍ່ຊະນະຈັກອໍເດີ້ເລີຍ ແຕ່ເມື່ອເທຣດແບບສະບາຍສະບາຍ ແພ້ກໍ່ແພ້ໃຫ້ລ້າງພອດໄປເລີຍມັນກກັບຊະນະຂື້ນມາບໍ່ລ້າງພອດກັບມາເກືອບຈະຮອດຈຸດຂອງມື້ນີ້ ມື້ນີ້ ຊະນະ 10 ແພ້ 11 ສະເໝີ 1 ໂມເດວ2 ມື້ນີ້ຕິດລົບ 

---------------------------------------------------------------------------------------

(ມື້ທີ36) ວັນທີ່ 20.9.2019



ມື້ນີ້ວັນສຸກຂ້ອຍຕື່ນສາຍ ເນື່ອງຈາກມື້ວານນອນດືກເພາະ ຂ້ອຍທົດລອງລະບົບໂອເຕີເທຣດກົດແລ້ວຊື້ຈົນຢູ່ດືກເລີຍຈື່ງຕື່ນສາຍ ມື້ນີ້ບໍໄດ້ເບີ່ງວີດີໂອເທຣດແຕ່ເລຶ່ອງກໍ່ອ່ານຢູ່ຊ່ວງແລງ ມື້ນີ້ເຊົ້າກໍ່ວິເຄາະແລະທົບທວນຕົວເອງເພື່ອໃຫ້ຄວາມຜິດພາດກາຍເປັນຄວາມສໍາເລັດ ເພາະຕອນນີ້ຂ້ອຍກໍາລັງຮຽນຮູ້ສີ່ງທີ່ຂ້ອຍຜິດພາດ ແລະ ປັບຕົວໃຫ້ຂ້ອຍເປັນເທຣດເດີຜູ້ຊະນະ ສາເຫດນີ້ເຮັດໃຫ້ຕ້ອງມາຝືກໂມເດວ2ເພີ່ມເຕີມອີກ 2 ຊົ່ວໂມງກ່ອນນອນຂອງທຸກທຸກມື້ຫຼັງຈົກບັນທືນການເທຣດ ບວກກັບຈົກເຫັນຜົນແພ້ຊະນະດ້ວຍ

ໂມເດວ1 ເລີ່ມເວລາເດີມ ມື້ນີເທຮດຜິດຫຼາຍຄັ້ງຈົນ Stoplose ໄປ ຈົນເຮັດໃຫ້ຂ້ອຍຕ້ອງເລືອກລະບົບໃຫມ່ໃຫ້ ຂ້ອຍຄິດວ່າໂມເດວ1 ຂ້ອຍຈະໄປຫາລະບົບ Forex ມາເທຣດເອົາເພາະວ່າຂ້ອຍຈະຕ້ອງເທຣດ Forex ໃຫ້ເປັນເພື່ອໃຫ້ຂ້ອຍສາມາດທໍາເງິນໄດ້ 2 ໂບກເກີຈື່ງບໍ່ມີຜົນເສຍໃຫ້ຂ້ອຍໃນໄລຍະຍາວເພື່ອບໍ່ໃຫ້ເວລາທີ່ຂ້ອຍຍອມເສຍໄປນີ້ບໍ່ເສຍໄປຢ່າງບໍ່ມີຄວາມໝາຍ

ໂມເດວ2 ມື້ນີ້ເລີ່ມເວລາເດີມ ເທຣດຍາວເລີຍຕັ້ງ 2 ຊົ່ວໂມງ ຊະນະ2 ແພ້ 1 ເມື່ອເປີເຊັນຈ່າຍນ້ອຍຂ້ອຍຈື່ງຕ້ອງພໍ ໂມເດວ2 ມື້ນີ້ບວກ

ສີ່ງທີ່ຜິດພາດ ແລະ ຕ້ອງພະຍາຍາມຕື່ມຄືຂ້ອຍຍັງຄາດຫວັງເກີນໄປຍັງຕັດບໍ່ໄດ້ອາລົມຕົວນີ້ອອກບໍ່ທັນໄດ້ໝົດຈື່ງເຮັດໃຫ້ວິເຄາະໜັກຄິດຫຼາຍ ເສຍໂອກາດດີໄປ 2 3 ຄັ້ງ

---------------------------------------------------------------------------------------
(ມື້ທີ37) ວັນທີ່ 21.9.2019


ມື້ນີ້ວັນເສົາຂ້ອຍຕື່ນປົກກະຕິ ມື້ນີ້ຕື່ນມາເບີ່ງວີດີໂອເທຣດ ວີເຄາະການເຂົ້າອໍເດີ້ຂອງຕົວເອງ ທົບທວນຕົວເອງໄປດ້ວຍ ແຕ່ບໍ່ໄດ້ອ່ານການເທຣດເພາະມີໝູ່ມາຫາບໍ່ມີເວລາມາອ່ານ

ມື້ນີ້ວັນເສົາ ວັນເສົາວັນທິດຈະບໍ່ເທຣດພອດແຂ່ງຂັນ ແລະ ບໍ່ເທຣດໂມເດວ1 
ມື້ນີ້ກໍເຂົ້າມາຝືກບັນຊີຝືກຫັດ 20 ໂມງຫາ 23 ໂມງ ແລະ ວີເຄາະເຫດຜົນແພ້ສະນະເພື່ອໃຫ້ການເຂົ້າອໍເດີ້ແມ່ນຄົມ ແລະ ເຂົ້າໃຈມັນຫຼາຍກວ່າເດີມ

ສີ່ງທີ່ຕ້ອງເຮັດມື້ອື່ນຄືໄປຫາລະບົບເພື່ອເທຣດໂມເດວ1 ເປັນການເທຣດ Forex 

---------------------------------------------------------------------------------------
(ມື້ທີ38) ວັນທີ່ 22.9.2019


ມື້ນີ້ວັນທິດຂ້ອຍຕື່ນປົກກະຕິ ຕື່ນມາກໍ່ວີເຄາະການເທຣດຂອງຕົວເອງ ແລ້ວຕອນທ່ຽງອ່ານກ່ຽວກັບລະບົບເທຣດກ່ຽວກັບ Forex ເພາະກໍາລັງຊອກລະບົບມາເທຣດນໍາໄບນາຣີ່

ມື້ນີ້ບກໍ່ເທຣດບັນຊີຝືກຫັດເພື່ອໃຫ້ຂ້ອຍເຂົ້າໃຈເທັກນິດຂອງຕົວເອງໃຫ້ລືກ ມື້ນີ້ເທຣດໄດ້ວິນເຣດບໍ່ດີແຕ່ຂ້ອຍໄດ້ຮຽນຮູ້ສີ່ງທີ່ພິເສດຄື ການຣີເຈັກແບບໃດຄວນຊື້ ການຣີເຈັກແບບໃດບໍ່ຄວນຊື້ ແລະ ບ່ອນທີ່ມີແນວທັບຊ້ອນຫຼາຍແລ້ວມີ Fake Breakout 

---------------------------------------------------------------------------------------
(ມື້ທີ39) ວັນທີ່ 23.9.2019



ມື້ນີ້ວັນຈັນຂ້ອຍຕື່ນເຊົ້າປົກກະຕິຕື່ນມາວິເຄາະການເທຣດຝືກຫັດ ແລະ ອ່ານການເທຣດຊອກລະບົບໃຫ້Forex ມື້ນີ້ບໍ່ໄດ້ເບີ່ງວິດີໂອການເທຣດ

ໂມເດວ1ເທຣດ Forex ມື້ນີ້ຍັງບໍ່ໄດ້ເທຣດບັນທຶກເລີຍມີແຕ່ເທຣດທົດລົງ ແລະ ສ້າງລະບົບຍັງບໍ່ທັນສົມບູນອາທິດນີ້ອາດຍັງສ້າງລະບົບຂໍ້ກໍານົດກ່ອນ ວາງແຜນກ່ອນ ອາທິດຕໍ່ໄປຈື່ງມີການຈົກບັນທືກທໍາເປັນສະຖິຕິວ່າສາມາດທໍາກໍາໄລໄດ້ 1 ເດືອນຫຼືຂາດທຸນ ແລະ ຝຶກເທຣດແບບທໍາຕາມວິໄນ

ໂມເດວ2 ເລີ່ມເວລາເດີ່ມເທຣດ ປະມານ 1 ຊົ່ວໂມງເຄີ່ງເທຣດແພ້ຕິດຕໍ່ກັນສາມອໍເດີ້ຕ້ອງ Stoploss ໂມເດວ2 ນີ້ຂ້ອຍແກ້ໄຂບັນຫານີ້ບໍ່ທັນໄດ້ຂ້ອຍຕ້ອງໄປທົບທວນວ່າຕົ້ນເຫດຂອງການແພ້ເພາະບົກພ່ອງທີ່ຈຸດໃດ ແລ້ວແກ້ໄຂມັນໃຫ້ໄດ້

---------------------------------------------------------------------------------------
(ມື້ທີ40) ວັນທີ່ 24.9.2019



ມື້ນີ້ວັນອັງຄານຂ້ອຍຕື່ນມາປົກກະຕິ ແລ້ວວິເຄາະຕົນເອງ ວີເຄາະການເຂົ້າອໍເດີ້ຂອງຕົວເອງ ມື້ນີ້ບໍ່ໄດ້ເບີ່ງວິດີໂອເຂົ້າເທຣດ ແຕ່ເບີ່ງການອອກແບບລະບົບForex 

ໂມດວຍັງອອກແບບບໍ່ໄດ້ດີເລີຍຍັງທໍາ Backtest ບໍ່ທັນໄດ້ຍັງບໍ່ທັນໄດ້ຈຸດເຂົ້າຈຸດອອກທີ່ເລີຍ

ໂມເດວ2 ມື້ນີ້ລ້າງພອດ ລ້າງເພາະບໍ່ເຮັດຕາມວິໄນ ສາເຫດທີ່ບໍ່ເຮັດຕາມວິໄນກໍ່ຄືເທຣດແນວໃດກໍ່ແພ້ ບໍ່ຊະນະສັກທີຈື່ງລຸຍໃຫ້ຮູ້ແລ້ວຮູ້ລອດຜົນກໍ່ຄືແພ້ຍັບເຍີນ ຮ່າຮ່າ ແຕ່ກໍຖືວ່າໂລ່ງອົກໄປເລີຍ ມື້ອື່ນຕ້ອງທົບທວນຄວາມຮູ້ໃນຄັ້ງນີ້ເພື່ອພັດທະນາຂ້ອຍໃຫ້ກ້າວຂ້າມຈຸດນີ້ໄປໃຫ້ໄດ້ ແລະ ພອດຂອງແທ້ຂ້ອຍຕ້ອງເສຍວິໄນເດັດຂາດເພາະນັ້ນມັນເງິນຂອງຂ້ອຍຈິງຈິງ

ສະຫລຸບໂປເຈັກເດືອນ 9 ນີ້ຂ້ອຍບໍ່ຜ່ານມັນ ເດືອນ 10​ ວາງທໍາໃຫມ່ໃຫ້ປະສົບຄວາມສໍາເລັດໃຫ້ໄດ້ ຄືສາມາດຮັກສາທຸນໃຫ້ໄດ້ໃນທີ່ສຸດທ້າຍເດືອນ
---------------------------------------------------------------------------------------
(ມື້ທີ41) ວັນທີ່ 26.9.2019


ມື້ນີ້ວັນພະຫັດ ຂ້ອຍຕື່ນສາຍກວ່າປົກກະຕິເພາະເມື່ອຍໃຈຫຼາຍ ຮ່າຮ່າ ເນື່ອງຈາກມື້ວັນອັງຄານລ້າງພອດມາ ແຕ່ມື້ນີ້ກັບຮູ້ສືກບໍ່ເປັນຫຍັງຮັກສາໃຈດ້ວຍກັນມາເທຣດອີກ ສິເຄາະຄວາມຜິດພາດ ມື້ນີ້ບໍ່ໄດ້ເບີ່ງວິດີໂອການເທຣດ ບໍ່ໄດ້ອ່ານກ່ຽວກັບ Binary ແຕ່ອ່ານກ່ຽວກັບ Forex

ໂມເດວ1ເທຣດຍັງສ້າງບໍ່ທັນສໍາເລັດ ເປັນເພາະມື້ນີ້ຂ້ອຍບໍ່ຈິງຈັງກັບວຽກເຮັດແບບຫຼີ້ນໆ ມື້ອື່ນຂ້ອຍຕ້ອງຕັ້ງໃຈໃຫ້ຫຼາຍກວ່ານີ້

ໂມວເດວ2 ບໍ່ໄດ້ເທຮດເພາະລ້າງພອດໄປແລ້ວແຕ່ກໍ່ຍັງຝືກບັນຊີຝືກຫັດ ແລະ ຕິແນວຮັບແນວຕ້ານບວກກັບຕີ ຟີໂບແລະສັງເກດການເຄື່ອນທີ່ຂອງກຣາຟວ່າມັນມີປະຕິກີລິຍາແນວທີ່ແຕ່ລະແນວ ແລະ ຫາຂໍ້ຫ້າມແລະຂໍ້ຄວນເຂົ້າເທຮດ

---------------------------------------------------------------------------------------
(ມື້ທີ42) ວັນທີ່ 27.9.2019


ມື້ນີ້ວັນສຸກຂ້ອຍຕື່ນສາຍອີກແລ້ວລຸກຂື້ນ 7 ໂມງ ມື້ອື່ນຂ້ອຍຕ້ອງລຸກທັນທີທີ່ຕື່ນເພາະຂ້ອຍຕ້ອງຂະຍັນ ແລະ ດຸໝັ່ນກວ່ານີ້ຂ້ອຍຈື່ງປະສົບຄວາມສໍາເລັດໄດ້ ມື້ນີ້ອ່ານກ່ຽວກັບອາລົມການເທຣດ ແລະ ນິໃສເທຮດເດີ້ຜູ້ຊະນະ ເບີ່ງວີດີໂອການເຂົ້າອໍເດີ້

ໂມເດວ1 ມື້ໄດ້ຂຽນນີຍາມກົດການເຂົ້າອໍເດີ້ຂອງຕົວເອງພ້ອມ backtest 1 ສະກຸນເງິນ 2 ເດືອນ ຍັງຕ້ອງທົດສອບອີກ 10 ເດືອນ ແລ້ວຈື່ງຄ່ອຍໄປ backtest ອີກສະກຸນເງິນ ຖ້າຂ້ອຍສ້າງລະບົບນີ້ສໍາເລັດຜົນ Risk Reward ດີໄດ້ກໍ່ໄລສາມາດຢູ່ລອດໃນຕະຫຼາດໄດ້ ຂ້ອຍຕ້ອງສ້າງລະບົບໃຫມ່ຂື້ນມາອີກເພື່ອໃຫ້ຂ້ອຍເຂົ້າໃຈຕະຫຼາດໃຫ້ຫຼາຍຂື້ນ

ໂມເດວ2 ມີແຕ່ຝືກບັນຊີຝືກຫັດ ແລະ ມີແຕ່ຕີແນວແລະສັງການພິຕິກໍາຂອງກຣາຟຕາມເຄີຍ ເພາະຕອນນີ້ຂ້ອຍເນັ້ນເຂົ້າໃຈກຣາຟກ່ອນ

---------------------------------------------------------------------------------------
(ມື້ທີ43) ວັນທີ່ 29.9.2019



ມື້ນີ້ວັນອາທິດ ວັນນີ້ຂ້ອຍຕື່ນສາຍກວ່າປົກກະຕິເນື່ອງມາຈາກການທໍາງານໜັກຕິດຕໍ່ກັນມາຫຼາຍມື້ ມື້ວານນີ້ຂ້ອຍເຮັດວຽກບ່າຍຈົນຮອດ 18 ໂມງແລ້ວພັກວ່າຈະມາຕໍ່ຕອນ 20 ໂມງ  ແຕ່ເຈັບຫົວຈື່ງພັກເບີ່ງໜັງຍາວເລີຍຈົນຮອດມື້ນີ້ ມື້ນີ້ບໍ່ໄດ້ອ່ານການເທຮດ ບໍ່ໄດ້ເບີ່ງວີດີໂອການເທຣດ 

ໂມວເດວ1 ບໍ່ໄດ້ backtest System
ໂມເດວ2 ມາ backtest  ສະກຸນເງິນ GBP/CAD ໄດ້ພຽງມື້ດຽວ ແຕ່ກໍ່ໄດ້ຂໍ້ຄິດຫຼາຍຢ່າງຄ່ອຍເປັນຄ່ອຍໄປເຖິງຊ້າແຕ່ຢາກໃຫ້ຕົນເອງເຂົ້ໃຈມັນຢ່າງຖ່ອງແທ້
ແລ້ວກໍ່ທໍາການສະຫຼຸບໂມເດວ1 ຂອງເດືອນ 9 ຊື່ງຜົນອອກມາ WinRate 48% ຊື່ງເດືອນບໍ່ຜ່ານ ສາເຫດມາຈາກ 
1. ບໍ່ເຂົ້າໃຈກັບສີ່ງທີ່ເຮັດຢ່າງຖ່ອງແທ້ ວ່າກຣາຟປະເພດໃດຄວນ ແລະ ບໍ່ຄວນກັບລະບົບຂອງເຮົາ 
2. ພຣາດໄມ້ດຽວແພ້ທັ້ງພອດເພາະຄວາມຄາດຫວັງແລະຄວາມກົວວ່າຈະບໍ່ສາມາດທໍາກໍາໄລໄດ້ກັບມາແລ້ວ ຈື່ງເຮັດໃຫ້ໃນທີ່ສຸດກໍ່ເປັນຢ່າງທີ່ກົວ
3. ເພາະບໍ່ເຮັດຕາມວິໄນ ແລະ ກົດຂອງຕົວເອງ
---------------------------------------------------------------------------------------
(ມື້ທີ44) ວັນທີ່ 30.9.2019




ມື້ນີ້ວັນຈັນ ມື້ນີ້ທ້ານເດືອນ 9 ແລ້ວ ມື້ນີ້ບໍ່ໄດ້ອ່ານກ່ຽວກັບການເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ

ໂມເດວ1 Backtest GBPCAD ແຕ່ຂ້ອຍເຮັດໄດ້ບໍ່ໄດ້ຍັງເຂົ້າອໍເດີ້ບໍ່ເຂົ້າໃຈ ແລະ ບໍ່ແມ່ນ ຕ້ອງພັດທະນາຕໍ່

ໂມເດວ2 ມື້ນີ້ເຂົ້າເທຣດ Win 3 Loss1 ຜົນງານຖືວ່າໂອເຄຢຸດມື້ນີ້ຜົນງານສຸດຍອດ ແຕ່ຕ້ອງພະຍາຍາມເບີ່ງກຣາຟ 1 ຊົ່ວໂມງບໍ່ເທຣດແຕ່ສັງເກດຊື່ຊື່ ບວກກັບ Backtest ຕ້ອງເຮັດທຸກມື້

No comments:

Post a Comment