January 1/2020


(ມື້ທີ98) ວັນທີ່ 7.1.2020

ມຶ້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ເຮັດຫຍັງ ແລະ ບໍ່ໄດ້ເຕີມພະລັງກ່ຽວກັບການເທຣດເລີຍ ດັ່ງນັ້ນ ມື້ອື່ນຂ້ອຍຕ້ອງເຕີມພະລັງໃຫ້ຕົວເອງດ້ວຍການອ່ານບົດຄວາມ ຟັງວີດີໂອ ແລະ ອ່ານໜັງສື

ໂມເດວ1 ມື້ນີ້ເຂົ້າ 1 ອໍເດີແຕ່ເປັນອໍເດີ້ ຕັ້ງໄວ້ ຍັງບໍ່ຮູ້ວ່າມັນຈະມາແຕະອໍເດີ້ຂອງເຮົາບໍຕ້ອງລໍຖ້າມື້ອື່ນນີ້

ໂມເດວ2 ຈາກການພັກຜ່ອນຂອງປີໃໝ່ມາດົນເຮັດໃຫ້ສີມືຕົກໄປດັ່ງນັ້ນອາທີດເປັນອາທິດວອມສີມືກ່ອນ ແຕ່ບໍ່ມີພອດແຂ່ງຂັນເທຣດແລ້ວເທຣດແຕ່ພອດບັນຊີຝືກຫັດ ມື້ນີ້ເຂົ້າເທຣດ 2 ຊົ່ວໂມງ ໄດ້ເຂົ້າ 6 ອໍເດີ້ ແພ້1 ຊະນະ 5
---------------------------------------------------------------------------------------

(ມື້ທີ99) ວັນທີ່ 8.1.2020
ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ປຸກພະລັງໃຫ້ຕົວເອງໂດຍນືກເຖິງເປົ້າໝາຍທີ່ຕັ້ງໄວ້ ມື້ນີ້ບໍ່ໄດ້ອ່ານໜັງສື ບໍ່ໄດ້ຝັງວີດີໂອ

ໂມເດວ1 ອໍເດີ້ມື້ວານທີ່ຕັ້ງໄວ້ ມື້ນີ້ມັນກໍ່ TP ໄດ້ແລ້ວ ໂມດຽວສອງນີ້ຂ້ອຍຕ້ອງໄປອ່ານປື້ມພາສາອັງກິດ ແທ່ງທຽນແລ້ວໃຊ້ຂະບວນທ່າໃນນັ້ນບວກກັບເທຣນໄລ ແລ້ວເລືອກເປັນສະໄຕເທຮດຂອງຕົວເອງ

ໂມເດວ2 ມື້ນີ້ເທຣດປະມານ 30 ນາທີ ເຂົ້າ 3 ອໍເດີ້ ສະເໝີ 1 ຊະນະ 2 ມື້ນີ້ເມື່ອຍຫຼາຍ ຈື່ງພັກຜ່ອນເທົ່ານີ້
---------------------------------------------------------------------------------------


(ມື້ທີ100) ວັນທີ່ 9.1.2020

ມື້ນີ້ວັນພະຫັດຂ້ອຍຕື່ນຊ້າຫຼາຍ ມືຶ້ນີ້ອ່ານໜັງສືເທຣດ ບໍ່ໄດ້ອ່ານບົດຄວາມ ບໍ່ໄດ້ຟັງວີດີໂອເພີ່ມພະລັງ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ

ໂມເດວ 1 ບໍ່ໄດ້ເຂົ້າອໍເດີ້ຍັງຮຽນທ່າເຂົ້າອໍເດີ້ທີ່ຊັດເຈນຢູ່

ໂມເດວ2 ມື້ນີ້ຝືກເທຣດໄດ້ 1 ຊົ່ວໂມງ ເຂົ້າ 6 ອໍເດີ້ ແພ້ 3 ຊະນະ 3 ແຕ່ມື້ນີ້ມີຂໍ້ຜິດພາດສອງຢ່າງຄື 1 ຄວບຄຸມອາລົມຕົວເອງລຸດໄປເພາະໄປ ເບີ້ນລອ໊ດ ດັ່ງເປັນການຜິດກົດ ແລະ ສູນເສຍເງິນຈໍານວນຫຼາຍ ອີກຍັງບເອົາຄືນດ້ວຍ ຜິດມະຫັນ ແລະ 2 ກໍຄື ຄວາມອົດທົນບໍພໍ


---------------------------------------------------------------------------------------

(ມື້ທີ101) ວັນທີ່ 10.1.2020

ມື້ນີ້ວັນສຸກຂ້ອຍຕື່ນເຊົ້າປົກກະຕິ ຕົ້ນມາບໍ່ໄດ້ເຮັດຫຍັງ ມື້ນີ້ບໍ່ໄດ້ອ່ານໜັງສື ຈະອ່ານຕອນເຂົ້ານອນ ບໍ່ໄດ້ຟັງວີດີໂອເທຣດ ມຶ້ນີ້ເຕິມພະລັງໃຫ້ຕົວເອງ ມື້ອື່ນຂ້ອຍຕ້ອງວີເຄາະຕົວເອງແລະຜົນການເທຣດຂອງຕົວເອງ 

ໂມເດວ1 ບໍ່ໄດ້ເຂົ້າເທຣດເພາະບໍມີສັນຍານໃຫ້ເຂົ້າ ມື້ນີ້ມີຕົວໜື່ງໃຫ້ລໍ ແຕ່ຕ້ອງລໍວ່າມັນຈະຢືນຢັນຫຼືບໍ ຖ້າແມ່ນກໍເຂົ້າ ບໍ່ແມ່ນກໍ່ປ່ອຍມັນໄປ

ໂມເດວ2 ມື້ນີ້ເຂົ້າເທຣດໄດ້ 1 ຊົ່ວໂມງ ເທຣດ ແພ້ 5 ຊະນະ 5 2 ມື້ນີ້ຜົນງານບໍ່ດີ ຜົນມາຈາກການບໍເອົາຈິງເອົາຈັງ ຂາດຄວາມຕັ້ງໃຈ ແພ້ແລ້ວເຮັດໃຫ້ອາລົມເສຍ ຍັງຄວບຄຸມຕົວເອງບໍ່ໄດ້ ຕ້ອງພັດທະນາຕໍ່ໄປໃຫ້ມັນດີກວ່ານີ້ໃຫ້ໄດ້ ແລະ ຕ້ອງຈິງຈັງກວ່ານີ້ ອົດທົນໃຫ້ໄດ້ ແລະ ຕ້ອງບໍ່ເທຣດຫຼີ້ນໆອີກຕໍ່ໄປ
---------------------------------------------------------------------------------------


(ມື້ທີ102) ວັນທີ່ 12.1.2020

ມື້ນີ້ວັນອາທິດຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຄົວເອງ ວິເຄາະຜົນດານ້ທຣດຂອງຕົວເອງ ມື້ນີ້ອ່ານໜັງສື 3 ຊົ່ວໂມງ ແລະ ຄົ້ນຫາບົດຮຽນທາງພຶ້ນຖານ ເພຶ່ອເທຣດ Forex 

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ ຝຶກເທຣດ 1 ຊົ່ວໂມງ ແພ້ 2 ຊະນະ 3 ການເທຣດຂອງຂ້ອຍຍັງມີບັນຫາຢູ່ບ່ອນວ່າຍັງຈັບບໍ່ໄດ້ອໍເດີ້ທີ່ເຂົ້າຈັງຫວະຈິງຈິງ ແລະ ຂ້ອຍເທຣດຫຼາຍຮູບແບບເກີນໄປຈົນເຮັດໃຫ້ສັບສົນ ຂ້ອຍຕ້ອງມີສະເພາະ 4 ທ່າເທົ່ານັ້ນເພາະເປັນການເຂົ້າໃຈ ແລະ ບໍ່ສັບສົນອີກຕໍ່ໄປ ມື້ອື່ນຂ້ອຍຕ້ອງ List ລາຍການທ່າດີດີ ແລະ ເທຣດຕາມນັ້ນ ຫ້າມເທຣດແບບອື່ນເດັດຂາດ


---------------------------------------------------------------------------------------


(ມື້ທີ103) ວັນທີ່ 13.1.2020

ມື້ນີ້ວັນຈັນ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ເບີ່ງຜົນການເທຣດຂອງຕົວເອງ ມື້ນີ້ອ່ານບົດຄວາມກ່ຽວກັບວິເຄາະປັດໃຈພຶ້ນຖານ ອ່ານໜັງສືເທຣດເດີ

ໂມເດວ 1 ເຂົ້າອໍເດີ້ 1 ອໍເດີ້ຕອນນີ້ຍັງຢູ່ແດນລົບຕ້ອງເບີ່ງມື້ອື່ນວ່າຈະ  Stoploss ຫຼື TP ຕ້ອງມາລຸ້ນມື້ອື່ນ

ໂມເດວ2 ມື້ນີ້ເຂົ້າເທຣດບັນຊີເດໂມ່ 30 ນາທີເຂົ້າ 2​ອໍເດີ້ ຊະນະ 2 ເຂົ້າເທຣດບັນຊີຈີງຕອນແລງ ແຕ່ກຣາຟບໍ່ຄ່ອຍດີ ແລະ ບໍ່ເຂົ້າເທັກນິດຈື່ງບໍ່ໄດ້ເຂົ້າອໍເດີ້ ຂ້ອຍຈື່ງພັກຜ່ອນເພາະນັ່ງເບີ່ງກຣາຟ 1​ ຊົ່ວໂມງບໍ່ໄດເຂົ້າອໍເດີ້ເລີຍ


---------------------------------------------------------------------------------------



(ມື້ທີ104) ວັນທີ່ 20.1.2020

ມື້ນີ້ວັນຈັນຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາວິເຄາະຕົນເອງ ແຕ່ບໍ່ໄດ້ວິເຄາະຜົນການເທຣດ ບໍ່ໄດ້ອ່ານໜັງສື ໃນອາທິດທີ່ຜ່ານບໍ່ໄດ້ຈົດບັນທືກການເດີນທາງເລີຍ ຮູ້ໄດ້ເລີຍຊ່ວງນີ້ຂ້ອຍຂີ້ຄ້ານຫຼາຍຕ້ອງພະຍາຍາມຕື່ມ ສາເຫດກໍ່ເພາະເທຣດມານານ ສືກສາມານານ ແຕ່ກໍ່ຍັງທໍາບໍ່ໄດ້ຈື່ງເຮັດໃຫ້ຂ້ອຍ ແຕ່ຂ້ອຍຈະຫາກໍາລັງໃຈ ສູ້ຕໍ່ໄປ ດຸໝັ່ນ ທໍາຕໍ່ໄປຈົນສໍາເລັດໃຫ້ໄດ້ ບໍ່ຢາກເປັນຄົນທີ່ທໍາມະດາ ຕ້ອງເຮັດສີ່ງທີ່ບໍ່ທໍາມະດາ

ໂມເດວ1 ມື້ນີ້ເຂົ້າ 2 ອໍເດີ້ 1 ອໍເດີ້ຕັດຂາດທຸນໄປແລ້ວ ອີກ 1 ອໍເດີ້ຍັງຢູ່ໃນສະຖານະບວກຢູ່ຕ້ອງລໍເບີ່ງມື້ອື່ນ

ໂມເດວ2 ວິເຄາະອ່ານກຣາຟຕອນບ່າຍ 1 ຊົ່ວໂມງ ເຂົ້າເທຣດບັນຊີຈີງຕອນແລງ ເຂົ້າເທຣດ 1 ຊົ່ວໂມງເຄີ່ງໄດ້ເຂົ້າ 2 ອໍເດີ້ ແພ້ 1 ຊະນະ 1 

ສີ່ງທີ່ຂ້ອຍຕ້ອງເຮັດກໍ່ຄືເຮັດໃຫ້ໄດ້ຕາມແຜນທີ່ວາງໄວ້ ແຜນການຝືກຝົນ ແລະ ຫາກໍາລັງໃຈ ເພີ່ມພະລັງໃຫ້ຕົວເອງໄປຕໍ່ຈົນສໍາເລັດ


---------------------------------------------------------------------------------------
(ມື້ທີ105) ວັນທີ່ 21.1.2020

ມື້ນີ້ວັນອັງຄານຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ວິເຄາະຕົວເອງ ວິເຄາະກຣາຟ ວິເຄາະຜົນການເທຣດ ບໍ່ໄດ້ອ່ານໜັງສື ແຕ່ເຂົ້ານອນນີ້ຈະອ່ານ 1 ບົດຄວາມບວກຮຽນວິເຄາະກຣາຟ Forex ທາງເທັກນິດ ແລ ທາງພື້ນຖານ

ໂມເດວ1 ມື້ນີ້ບໍ່ໄດ້ເປີດອໍເດີ້ ແຕ່ອໍເດີ້ມື້ວານນີ້ຖຶກຕັດຂາດທຶນໄປແລ້ວ

ໂມເດວ2 ມື້ຝືກວິເຄາະອະທິບາຍກຣາຟ 1​ ຊົ່ວໂມງ ເຂົ້າເທຣດ 30 ນາທີ ແຕ່ກຣາຟຈ່າຍຜົນຕອບແທນນ້ອຍຈື່ງບໍ່ເຂົ້າອໍເດີ້ ເພາະເນັ້ນທໍາເງິນບໍ່ເນັ້ນເທຣດຫຼາຍ

ສີ່ງຕ້ອງເຮັດໃຫ້ພັດທະນາຄືຕ້ອງວິເຄາະກຣາຟ ໃຫ້ຫຼາຍຊົ່ວໂມງກວ່ານີ້
---------------------------------------------------------------------------------------

(ມື້ທີ106) ວັນທີ່ 22.1.2020

ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ມຶ້ນີ້ອ່ານບົດຄວາມ ຮຽນວິເຄາະຂ່າວ ຮຽນສາດເສດຖະກິດປັດໃຈພືນຖານ ຝືກເທຣດ 

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ມື້ນີ້

ໂມເດວ2 ຝືກເທຣດວິເຄາະກຣາຟ 2 ຊົ່ວໂມງ ເຂົ້າເທຣດບັນຊີຈິງ 1 ຊົ່ວໂມງເຄີ່ງບໍ່ໄດ້ເຂົ້າອໍເດີ້ ເພາະກຣາຟ ບໍ່ງາມກຣາຟຍາກຈິງຈິງ ມື້ນີ້ພາດ 1 ອໍເດີ້ທີ່ແມ່ນຈຸດໄປ ສາເຫດມາຈາກການຕັດສິນໃຈຊ້າ 


---------------------------------------------------------------------------------------


(ມື້ທີ107) ວັນທີ່ 23.1.2020

ມື້ນີ້ວັນພະຫັດ ຂ້ອຍຕື່ນຊ້າຫຼາຍເພາະມື້ວານນອນດືກ ມື້ນີ້ຮຽນເທຣດ ແຕ່ບໍ່ໄດ້ຮຽນຮູ້ປັດໃຈພື້ນຖານ ມື້ນີ້ບໍ່ໄດ້ອ່ານບົດຄວາມ ບໍ່ໄດ້ອ່ານໜັງສື

ໂມເດວ1 ບໍ່ໄດ້ເຂົ້າເທຣດເພາະບໍ່ມີສັນຍານເຂົ້າອໍເດີ້ທີ່ຊັດເຈນ

ໂມເດວ2 ຝືກເທຣດວິເຄາະກຣາຟ 3 ຊົ່ວໂມງ ເຂົ້າບັນຊີຈິງ 30 ນາທີ ເຂົ້າ 1​ ອໍເດີ້ ຊະນະ 
ຕາມການຝືກເທຣດສາເຫດທີ່ຜິດພາດເພາະຕີແນວບໍ່ຊັດເຈນ ບໍ່ລໍຖ້າຈັງຫວະຈຸດທີ່ແມ່ນ(ຈຸດຄວນກັບຕົວ ຫຼຶ ແນວແຂງແຮງ) ແລະ ອິກຢ່າງທີ່ຜິດພາດ ຄື ຢາກເຂົ້າອໍເດີ້ຈົນເກີນໄປ ເລີຍບໍ່ລໍຖ້າທຸກເງື່ອນໄຂໃຫ້ຄົບຖ້ວນ


---------------------------------------------------------------------------------------


(ມື້ທີ108) ວັນທີ່ 25.1.2020

ມື້ນີ້ວັນສຸກຂ້ອຍຕື່ນຊ້າ ເພາະມື້ວານກີນເບຍຈົນເມົາ ຕັ້ງໃຈກັບຊີວິດເນ່ ມື້ນີ້ບໍ່ໄດ້ວິເຄາະຕົວເອງ ບໍ່ໄດ້ ອ່ານໜັງສື ແຕ່ຮຽນຂ່າວນ້ອຍນື່ງ ແລະ ເບີ່ງວີດີເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ບໍ່ໄດ້ເຮັດຫຍັງ ເພາະເປັຮຕະຫຼາດວັນເສົາວັນທິດ ມື້ອື່ນກໍ່ຈະຮຽນ ແລະ ອ່ານໜັງສື


---------------------------------------------------------------------------------------



(ມື້ທີ109) ວັນທີ່ 27.1.2020

ມື້ນີ້ວັນຈັນ ຂ້ອຍຕື່ນຊ້າ ຂ້ອຍຕ້ອງພະຍາຍາມຕື່ນໃຫ້ໄວ ເພາະຖ້າຕື່ນຊ້າຈະເຮັດໃຫ້ຂ້ອຍບໍ່ມີເວລາສືກສານ້ອຍລົງ
ມື້ນີ້ບໍ່ໄດ້ອ່ານໜັງສື ບໍ່ໄດ້ອ່່ານບົດຄວາມ ບໍ່ໄດ້ຮຽນອ່ານຂ່າວ ບໍ່ໄດ້ເບີ່ງ Live Trade

ໂມເດວ1 ມື້ນີ້ເປີດ 2 ອໍເດີ ຕອນນີ້ຢູ່ແດນບວກໝົດ ແລະ ຍັງບໍ່ຮູ້ວ່າມັນຈະຮອດຈຸດໝາຍປາຍທາງບໍ ແຕ່ຂ້ອຍໄດ້ Trialing stop ແລ້ວເລື່ອງທຸນບໍ່ເສຍແນ່ນອນ

ໂມເດວ2 ມື້ນີ້ບໍ່ໄດ້ວິເຄາະກຣາຟຝືກເທຣດ ເຂົ້າເທຣດບັນຊີຈີງໄດ້ 1 ຊົ່ວໂມງປາຍ ເຂົ້າ 1 ອໍເດີ້ ຊະນະ ແຕ່ອໍເດີ້ມື້ນີ້ຖືວ່າເປັນຂອງເລື່ອງໂຊກດີຫຼາຍກວ່າຄວາມຊໍານານ ດັ່ງນັ້ນອໍເດີ້ຕໍ່ໄປຂ້ອຍຕ້ອງຕັ້ງເທຣດສັນຍານທີ່ຊັດເຈນ ແລະ ເງື່ອນໄຂຄົບກວ່ານີ້
---------------------------------------------------------------------------------------



(ມື້ທີ110) ວັນທີ່ 28.1.2020

ມື້ນີ້ວັນອັງຄານ ມື້ນີ້ບໍ່ໄດ້ເຮັດເພາະຊ່ວຍວຽກເຮືອນ ເມື່ອຍຫຼາຍ 

ໂມເດວ1 2 ອໍເດີ້ມີວານນີ້ປິດໄປແລ້ວແຕ່ບໍ່ໄດ້ Take profit ມັນກັບມາຖືກ Trialing Stop ບໍ່ໄດ້ກໍາໄລແຕ່ກໍ່ໄດ້ຄ່າເສຍເວລາໄປແລ້ວຖືວ່າໂອເຄຢູ່ ແຕ່ຕ້ອງພັດທະນາໄປໃຫ້ໄດ້ເຖີງຂັ້ນຢູ່ໄດ້

ໂມເດວ2 ມື້ນີ້ບໍ່ໄດ້ຝືກເທຣດບໍ່ໄດ້ເທຣດບັນຊີຈີງ ເພາະເມື່ອຍຮູ້ສຶກວີນຫົວເລີຍພັກຜ່ອນມື້ອື່ນຈື່ງເຂົ້າເທຣດ

No comments:

Post a Comment