October 10/2019


(ມື້ທີ45) ວັນທີ່ 1.10.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນສາຍກວ່າປົກກະຕິເພາະຕິດນີໃສຕື່ນສາຍແລ້ວຕ້ອງແກ້ຂໍ້ນີ້ ມື້ນີ້ບໍ່ໄດ້ເບີ່ງວີດີໂອເທຣດ ບໍ່ໄດ້ອ່ານການເທຣດ 
ໂມເດວ1 ບໍ່ໄດ້ backtest ເນື່ອງຈາກບໍ່ມີເນັດ ໂມເດວສ້າງລະບົບຍັງບໍ່ໄດ້ສົມບູນແຕ່ໄດ້ຫົວຂໍ້ເຂົ້າອໍເດີ້ແລ້ວຍັງຕ້ອງທົດລອງວ່າໃຊ້ງານໄດ້ບໍ


ໂມເດວ2 ມື້ນີ້ເທຣດພອດລາຍເດືອນເທຮດນານຫຼາຍໄດ້ເຂົ້າ 3 ອໍເດີ້ Win2 Loss1 ຖືວ່າເຮັດໄດ້ດີແລ້ວ ພະຍາຍາມເຮັດຕາມວິໄນເລືອກກຣາຟມີວໍລຸ່ມເຂົ້າເທັກນິກ

ເດືອນນີ້ເດືອນ10ແລ້ວເຮົາມາທົບທວນກ່ຽວກັບສີ່ງທີ່ໄດ້ຮັບໃນເດືອນ9ທີ່ຜ່ານມາແລະໄດ້ຮຽນຮູ້ກ່ຽວກັບຫຍັງ
ເດືອນນີ້ພົບບັນຫາເຮັດຕາມເທັກນິດແລ້ວກໍ່ຍັງແພ້ຕະຫຼອດຈົນຫາໄດ້ສາເຫດເພາະເປັນການເລືອກກຣາຟ ບໍ່ຮູ້ເລືອກຈຸດທີ່ສໍາຄັນເຊັ່ນຈຸດມີຄວາມໜ້າຈະເປັນກວ່າ ຜິດແລ້ວຜິດອີກເພາະສັນຍານຊື້ຂາຍບໍ່ຄົບຕາມທີ່ເຮົາຂຽນໄວ້ ສາເຫດລ້າງພອດມາຈາກບໍ່ເຮັດຕາມວິໄນແຫກົດ1ເທື່ອເຮັດໃຫ້ມີເທື່ອທີ່2ຈົນລ້າງພອດນັ້ນເອງ 
ໄດ້ຮຽນຮູ້ວິທີເອົາຊະນະຄວາມກົວແລະການແພ້ມາຫຼາຍວັນຕິດຕໍ່ກັນ ນັ້ນເປັນເພາະວ່າເຮົາຂາດຄວາມຮູ້ ມີຄວາມຮູ້ບໍ່ພໍ ວິທີແກ້ຄື ຫາຄວາມຮູ້ທີ່ເຮົາບໍ່ຮູ້ນັ້ນໃຫ້ພົບແລ້ວຈະເຮັດໃຫ້ເຮົາເຂົ້າໃຈສີ່ງທີ່ເຮົາເຮັດບໍ່ໄດ້ນັ້ນແລ້ວຫາວີທີແກ້ ໃນທີ່ສຸດເຮົາຈະເຮັດໄດ້ມັນໃນທີ່ສຸດ
---------------------------------------------------------------------------------------
(ມື້ທີ46) ວັນທີ່ 2.10.2019

ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ Backtest ໂມເດວ2 ແລະ ກໍ່ວິເຄາະການເຂົ້າອໍເດີ້ຂອງຕົວເອງ ມື້ນີ້ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ

ໂມເດວ2 Backtest ແລະ ປ່ຽນກົດນ້ອຍໜື່ງກ່ຽວກັບການເຂົ້າອໍເດີ້ ແຕ່ວ່າຮູ້ສືກວ່າລະບົບຂ້ອຍມີ DrawDown ສູງເກີນໄປຕ້ອງປັບປຸງອີກ ມື້ນີ້ໄດ້ເຂົ້າ 1 ອໍເດີ EUR/USD ຕອນນີ້ຍັງເປີດສະຖານະຢູ່ຍັງບໍ່ທັນຮູ້ວ່າຈະເປັນແນວໃດ

ໂມເດວ2 ມື້ນີ້ເລີ່ມ 20 ໂມງ ເທຣດ 2 ຊົ່ວໂມງເລີຍ ໄດ້ເຂົ້າ 2 ອໍເດີ້ແຕ່ມື້ນີ້ກໍ່ສາມາດ Take Profit ໄປ ຂ້ອຍເຮັດໄດ້ດີແລ້ວເລື່ອງຂອງວິໄນ ບໍ່ເຂົ້າອໍເດີ້ແບບມົ່ວມົ່ວ ຂ້ອຍຕ້ອງພະຍາຍາມຕໍ່ໄປ ຕ້ອງໝັ່ນ ສັງເກດກຣາຟ ແລະ Backtest ອີກດ້ວຍ ເພື່ອກ້າວເປັນເທຮດເດີຜູ້ຊະນະແບບຢັ້ງຢືນ

---------------------------------------------------------------------------------------
(ມື້ທີ47) ວັນທີ່ 3.10.2019

ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ອ່່ານການເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ ຕື່ນມາກໍ່ວິເຄາະຜົນການເທຣດຂອງຕົນເອງ ແລະ ກໍ່ມາຕໍ່ການ Backtest Fibo GBP/CAD 

ໂມເດວ1 ມື້ນີ້ໄດ້ເຂົ້າ 1 ອໍເດີ້ແຕ່ກໍ່ຖືກ Stoploss ໄປເພາະຄວາມສະວິງແຮງຂອງກຣາຟ ສ່ວນການສ້າງລະບົບກໍ່ຍັງສ້າງໄປຕໍ່ ແຕ່ມື້ນີ້ຂ້ອຍແອບນອນຕອນຮອດເວລາຂອງໂມເດວ1 ຈົນເຮັດໃຫ້ເວລາຂອງມັນເຫຼືອນ້ອຍ ເຮັດໄດ້ນ້ອຍ ມື້ອື່ນຂ້ອຍຕ້ອງພະຍາຍາມເຮັດໃຫ້ຫຼາຍກວ່າມື້ນີ້ ເພື່ອເປັນເທຣດເດີຜູ້ຊະນະໃຫ້ໄດ້

ໂມເດວ2 ມື້ນີ້ເລີ່ມ 20 ໂມງ ເທຣດ 2 ຊົ່ວໂມງໄດ້ເຂົ້າ 1 ອໍເດີ້ ມື້ນີ້ເຮັດຕາມວິໄນ ແລະ ເຮັດຕາມກົດຢູ່ ແຕ່ມີຂໍ້ເສຍ 1 ຂໍ້ຄືຂ້ອຍບໍ່ຕັ້ງໃຈລໍກຣາຟ ຢ່າງຈິງຈັງເຮັດໃຫ້ພາດບາງໂອກາດດີດີ ໄປເພາະສະນັ້ນ ມື້ອື່ນຂ້ອຍຕ້ອງຕັ້ງໃຈເບີ່ງກຣາຟຊອກໂອກາດດີດີບໍ່ແມ່ນ ຫຼີ້ນແຕ່ ໂຊຊ່ຽວຈົນລືມເບີ່ງກຣາຟ ຂ້ອຍຕ້ອງປິດໜ້າຕ່າງໂຊຊ່ຽວໃນຕອນເທຣດດ້ວຍເພື່ອເປັນການບໍລົບກວນສະມາທິໃນການເທຣດ ປະໂຫຍກຈາກການອ່ານມາ ''ການເກັງກໍາໄລນັ້ນຍາກ ຕ້ອງເບີ່ງກຣາຟຢ່າງຕັ້ງໃຈເພື່ອບໍ່ພາດໂອກາດທີ່ແມ່ນຈິງຈິງ'' 

---------------------------------------------------------------------------------------
(ມື້ທີ48) ວັນທີ່ 4.10.2019


ມື້ນີ້ວັນສຸກຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາແລ້ວກໍ່ວີເຄາະການເທຣດຂອງຕົວເອງ Backtest ໂມເດວ2 GBP/CAD ມື້ນີ້ບໍ່ໄດ້ອ່ານກາເທຣດ ໄດ້ເບີ່ງວີດີໂອເທຣດແຕ່ເປັນ Forex 

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ແຕ່ Backtest ຕາມເຄີຍ ແລະ ກໍາລັງເກັບສະຖິຕິເພື່ອສ້າງລະບົບໃຫມ່

ໂມເດວ2 ມື້ນີ້ບໍ່ໄດ້ເຂົ້າເທຣດບໍ່ເມື່ອຍຫຼາຍ ອາລົມບໍ່ຄ່ອຍໄດ້ຈື່ງບໍ່ເທຣດ ເພາະມັນຈະມີຜົນຕໍ່ການວິເຄາະຕອນຂະນະເທຮດນັ້ນເອງ 
---------------------------------------------------------------------------------------
(ມື້ທີ49) ວັນທີ່ 5.10.2019


ມື້ນີ້ວັນເສົາຂ້ອຍສາຍກວ່າປົກກະຕິ ມື້ນີ້ບໍ່ໄດ້ອ່ານບົດຄວາມການເທຣດ ແຕ່ຂ້ອຍຕ້ອງໄປອ່ານສັກ 30 ນາທີກ່ອນເຂົ້ານອນມື້ນີ້ ຕື່ນມາກໍ່ເບີ່ງວີດີໂອເຂົ້າເທຣດ

ໂມເດວ1 ສ້າງລະບົບ ແລະ ສັງເກດເກັບສະຖິຕິເພື່ອມາສ້າງລະບົບເທຣດ ໃຫ້ໄດ້ຜົນກໍາໄລເດືອນລະ 5 ຫາ 10 ເປີເຊັນ ຂ້ອຍຍັງເຮັດບໍ່ທັນໄດ້ເລີຍ ເລື່ອງທີ່ຂ້ອຍໄປຊ້າເພາະມີຫຼາຍຈຸດທີ່ຍັງບໍ່ເຂົ້າໃຈຈື່ງເຮັດໃຫ້ໄປຊ້າແຕ່ບໍ່ເປັນຫຍັງເພື່ອການຮຽນຮູ້ ແລະ ເຂົ້າໃຈມັນເພື່ອໃຫ້ສ້າງລະບົບທີ່ດີເໝາະສົມກັບຕົວຂ້ອຍ

ໂມເດວ2 ມື້ນີ້ວັນເສົາບໍ່ໄດ້ເທຣດພອດລາຍເດືອນ ແຕ່ເທຣດພອດລາຍອາທິດມື້ນີ້ເທຣດ ຊະນະ 3 ແພ້ 2 ມື້ນີ້ຄ່ອຍເຂົ້າໃຈ ແລະ ຄິດໄດ້ຄໍາວ່າ ເທຣດເໜືອຄວາມຮູ້ຂອງເຮົາອໍເດີ້ນັ້ນເຮົາກໍແພ້ ໝາຍຄວາມວ່າ ການເຂົ້າອໍເດີ້ທີ່ເຮົາບໍ່ຮູ້ ບໍ່ຄຸ້ນເຄີຍ ບໍ່ມີການ Backest ບໍ່ເຄີຍ ForwardTest 10 ເທືື່ອຂື້ນໄປນັ້ນ ເຮົາແພ້ກໍ່ສົມຄວນແລ້ວ

ສີ່ງຕ້ອງເຮັດຂ້ອຍຕ້ອງຕັ້ງໃຈຫຼາຍກວ່ານີ້ ໄປຫາຄວາມມຸ່ງມັ່ນໃຫ້ຕົວເອງດຸໝັ່ນຕະຫຼອດທຸກມື້ ເຮັດແນວໃດໃຫ້ມີພະລັງໃນທຸກທຸກຊົ່ວໂມງ

---------------------------------------------------------------------------------------
(ມື້ທີ50) ວັນທີ່ 7.10.2019

ມື້ນີ້ວັນຈັນ ຂ້ອຍຕື່ນເຊົ້າປົກກະຕິຕື່ນມາບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອເທຣດ


ໂມເດວ1 ສ້າງລະບົບເທຣດຄືເກົ່າຍັງສ້າງບໍ່ທັນສໍາເລັດເທື່ອ ໄດ້ແຕ່ທິດສະດີເຂົ້າອໍເດີ້ 3 ລະບົບແລ້ວແຕ່ຍັງຕ້ອງ Forwardtest ເພື່ອມາເບີ່ງວ່າໃຊ້ໄດ້ບໍ ສາມາດທໍາກໍາໄລຕາມເປົ້າໄດ້ບໍ ຍັງຕ້ອງພະທະນາຕໍ່ໄປເປັນປີເລີຍ ສໍາລັບໂມເດວ1 ນີ້ຕ້ອງປີໜ້າ ຫຼັງຈາກນີ້ໄປ 9 ຫາ 10 ຂ້ອຍຈື່ງຫຼີ້ນເງິນຈິງ ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ເຂົ້າເທຣດເວລາເດີມ ເທຣດ 1 ຊົ່ວໂມງປາຍ ໄດ້ເຂົ້າ 4 ອໍເດີ ຊະນະ1 ແພ້ 3 ຕ້ອງ Stop Loss ໄປແຕ່ເນື່ອງຈາກຂ້ອຍເຮັດຕາມກົດປົກປ້ອງທຶນມັນສູນເສຍບໍ່ຫຼາຍໜັກ ຊ່ວງນີ້ບໍ່ຄ່ອຍມີເວລາໃຫ້ກັບໂມເດວ2 ເຕັມທີ່ແຕ່ຂ້ອຍຈະຫາເວລາຫາຄວາມຮູ້ພັດທະນາໃຫ້ສາມາດທໍາກໍາໄລຕໍ່ເດືອນ 60% ຕໍ່ເດືອນໃຫ້ໄດ້ ເພາະຂ້ອຍກໍາລັງອອກແບບທ່າໄມ້ຕາຍ ແລະ ກໍາລັງ Backtest ໃຫ້ຄຸ້ນເຄີຍ ແລະ ເຂົ້າໃຈມັນທີ່ສຸດ ຂ້ອຍເຮັດໄດ້ແບບນັ້ນ ຂ້ອຍຕ້ອງເຮັດໄດ້ກໍາໄລ 60% ຕໍ່ເດືອນແນ່ນອນ
---------------------------------------------------------------------------------------

(ມື້ທີ51) ວັນທີ່ 8.10.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະການເທຣດຂອງຕົວເອງ ແລະ ເບີ່ງວີດີໂອເທຣດ ມື້ນີ້ບໍ່ໄດ້ອ່ານການເທຣດ ແລະ ບໍ່ໄດ້ອ່ານສ້າງພະລັງໃຫ້ຕົວເອງ

ໂມເດວ1 ມື້ບໍ່ໄດ້ເຂົ້າອໍເດີ້ ບໍ່ໄດ້ສ້າງລະບົບ ມື້ນີ້ມີແຕ່ເບີ່ງໜັງ

ໂມວເດວ2 ມື້ເຂົ້າເທຣດເວລາໂມງຕາມເຄີຍ ມື້ນີ້ສາມາດ Take Profit ໄດ້ ສ່ວນການ Backtest ທ່າໄມ້ຕາຍຍັງບໍ່ໄດ້ Backtest 


ສີ່ງທີ່ຢາກເວົ້າກັບຕົວເອງກໍ່ຄື ເຈົ້າຕ້ອງພະຍາຍາມກວ່ານີ້ ແລະ ທໍາງານໃຫ້ໜັກກວ່າ 2 ເທົ່າຕົວຄວາມສໍາເລັດຈື່ງໃກ້ເຂົ້າມາ
---------------------------------------------------------------------------------------

(ມື້ທີ52) ວັນທີ່ 10.10.2019


ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາບໍ່ໄດ້ວິເຄາະການເທຮດ ບໍ່ໄດ້ເບີ່ງການເທຣດ ບໍ່ໄດ້ອ່າານການເທຣດ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ເພາະບໍ່ມີສັນຍານຂອງລະບົບ ເບີ່ງວີດີໂອກ່ຽວກັບການສ້າງລະບົບ ບໍ່ໄດ້ Backtest

ໂມເດວ2 ໄດ້ເຂົ້າ 1 ອໍເດີ້ໄຟດັບຈື່ງຢຸດເທຣດ ສ່ວນໂມເດວ2 ຍັງ Backtest ທ່າໄມ້ຕາຍຢູ່ ແຕ່ຊ່ວງນີ້ຄືຂ້ອຍຫຼີ້ນຫຼາຍກວ່າການເຮັດວຽກ ຂ້ອຍເຮັດວຽກບໍ່ໄດ້ປະສິດພາບ ນັ່ງຫຼາຍຊົ່ວໂມງຢູ່ບ່ອນເຮັດວຽກແຕ່ເຮັດໄດ້ນ້ອຍດຽວ ຂ້ອຍຕ້ອງໄປແກ້ໄຂຂໍ້ນີ້
---------------------------------------------------------------------------------------

(ມື້ທີ53) ວັນທີ່ 11.10.2019

ມື້ນີ້ວັນສຸກ ມື້ນີ້ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ

ໂມເດວ1 ໄດ້ສ້າງລະບົບໃຫມ່ແຕ່ຍັງບໍ່ທັນສໍາເລັດເທື່ອ ໂມເດວ1 ມື້ນີ້ໄດ້ເຂົ້າ 1 ອໍເດີ້ ແລະ ກໍ່ຖືກ Stoploss ໄປ

ໂມເດວ2 ມື້ນີ້ໄດ້ເຂົ້າ 4 ອໍເດີ້ໄປແຕ່ສຸດທ້າຍ ກໍ່ຖືກ Stoploss ໄປ ສາາຫດຜິດພາດມື້ນີ້ຄືກຣາຟເຄື່ອນທີ່ແຮງບວກມີວໍລຸ່ມໜ້າສົນໃຈຫຼາຍ ແຕ່ເນື່ອງຈາກຂ້ອຍບໍ່ຄຸ້ນເຄີຍກຣາຟແບບນິ້ຈື່ງແພ້ໄປ ຂ້ອຍຕ້ອງເຮັດຮຽນການເທຣດກຣາຟ ແບບນີ້ໃຫ້ຫຼາຍຫຼາຍ ຂ່ອຍຈື່ງເຂົ້າໃຈເທຣດມັນ ເທຣດເໜືອຄວາມຮູ້ຂອງເຮົາກໍ່ຄືຕ້ອງແພ້ຈິງຈິງ


---------------------------------------------------------------------------------------

(ມື້ທີ54) ວັນທີ່ 15.10.2019


ມື້ນີ້ວັນອັງຄານ ຂ້ອຍຕື່ນສາຍຫຼາຍເນື່ອງຈາກເມົາເບຍ ຮ່າຮ່າ ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອເທຣດ 

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ມື້ນີ້ບໍ່ໄດ້ທໍາການ Backtest ບໍ່ໄດ້ສ້າງລະບົບຕໍ່

ໂມເດວ2 ມື້ນີເຂົ້າເທຣດເວລາເດີມເທຣດ 2 ຊົ່ວໂມງໄດ້ເຂົ້າ 4 ອໍເດີ້ 2win 2loss ໂມເດວ2 ນີ້ຂ້ອຍຍັງເຂົ້າບໍ່ໄດ້ສຸດຍດຕ້ອງໄປຝືກໃຫ້ຫຼາຍກວ່ານີ້ໃຫ້ຈຸດເຂົ້າໄດ້ປຽບທີ່ສຸດ


---------------------------------------------------------------------------------------

(ມື້ທີ55) ວັນທີ່ 16.10.2019



ມື້ນີ້ວັນພຸດ ຂ້ອຍຕື່ນສາຍປົກກະຕິ ຮ່າຮ່າ ຊ່ວງນີ້ຂາດຄວາມຕັ້ງໃຈຫຼາຍ ເລື່ອງນີ້ຕ້ອງພະຍາຍາມຕື່ມອີກ ມື້ນີ້ບໍ່ໄດ້ເບີ່ງວີດີໂອເທຣດ ແຕ່ອ່ານການເທຣດ

ໂມເດວ1 ບໍ່ໄດ້ເຂົ້າເທຣດ ຕາມເຄີຍແຕ່ບໍ່ເປັນຫຍັງເພາະຂ້ອຍເຮັດຕາມລະບົບ ແຕ່ບັນຫາຄືລະບົບຂ້ອຍມັນເຮັດໄດ້ບໍ່ດີເນື່ອງຈາກມາຈາກການ Backtest ບໍ່ຕາມເວລາຕອນເຂົ້າເທຣດ ແລະ ຍັງບໍ່ເບີ່ງໜ້າຈໍໃນເວລາຈໍາເປັນເທຣດດ້ວຍ ເລື່ອງນີ້ຕ້ອງແກ້ໄຂ

ໂມເດວ2 ມື້ນີ້ເຂົ້າເທຣດ ແຕ່ບໍ່ໄດ້ເຂົ້າອໍເດີ້ເພາະກຣາຟ ບໍ່ມີວໍລຸ່ມ ກຣາຟບໍ່ສວຍງາມ ລໍຖ້າເວລາເທຣດຂອງຂ້ອຍໝົດແລ້ວ ດັ່ງນັ້ນຈື່ງປ່ອຍມັນໄປ


---------------------------------------------------------------------------------------

(ມື້ທີ56) ວັນທີ່ 18.10.2019



ມື້ນີ້ວັນສຸກ ຂ້ອຍຕື່ນສາຍປົກກະຕິຊ່ວງນີ້ ມື້ນີ້ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ 

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ແຕ່ຍັງສ້າງລະບົບ Backtest 2 ລະບົບ ແຕ່ບັນຫາມີຢູ່ບ່ອນວ່າ ເວລາເທຣດຈິງບໍ່ຄືຕອນ Backtest ບໍ່ຮູ້ຈຸດເຂົ້າ ລັງເລ ຂ້ອຍຕ້ອງແກ້ໄຂຈຸດນີ້ໃຫ້ໄດ້

ໂມເດວ2 ມື້ນີ້ເທຣດເວລາເດີມ ໄດ້ເຂົ້າ 1 ອໍເດີ້ແຕ່ກໍ່ແພ້ໄປ ເທຣດ 1 ຊົ່ວໂມງເຄີ່ງ ກຣາຟບໍ່ມີວໍລຸ່ມພໍ ກຣາຟບໍ່ສວຍ ບໍ່ມີຈຸດເຂົ້າອໍເດີ້ທີ່ຊັດເຈນ ດັ່ງນັ້ນ ຂ້ອຍຈື່ງພັກໄປ ເພື່ອເທຣດວັນຈັນຕໍ່ໄປ

ສີ່ງທີ່ຕ້ອງເຮັດເພີ່ມຕື່ມກ່ຽວກັບໂມເດວ2 ແມ່ນຕ້ອງໄປ Backtest ແຕ່ລະທ່າໃຫ້ຊັດເຈນກວ່ານີ້ ເພາະວ່າບາງທ່າຂ້ອຍຍັງບໍ່ເຂົ້າໃຈມັນລືກຈິງຈິງ ຢ່າງເຊັ່ນທ່າ Price Action ທີ່ແນວຮັບແນວຕ້ານ
---------------------------------------------------------------------------------------
(ມື້ທີ57) ວັນທີ່ 19.10.2019


ມື້ນີ້ວັນເສົາ ຂ້ອຍຕື່ນເຊົ້າແລ້ວຮ່າຮ່າ ຂ້ອຍຕື່ນມາກໍ່ວິເຄາະການເທຣດຂອງຕົວເອງ ບໍ່ໄດ້ອ່ານ ການເທຣດ ບໍ່ໄດ້ເບີ່ງວີດີໂອການເຂົ້າອໍເດີ້

ໂມເດວ1 ສ້າງລະບົບເທຣດ ແລະ ເທຣດຕາມເຄີຍ 

ໂມເດວ2 ມື້ນີ້ຍັງ Backtest ບໍ່ໄດ້ທ່າ Engulfing ເລີຍ ຂ້ອຍຕ້ອງເລືອກເອົາສອງທ່າເທົ່ານັ້ນ Engulfing ແລະ Tower Top ເທົ່ານັ້ນຢາກເລືອກຫຼາຍເພາະມັນຈະລົງລືກບໍ່ໄດ້ເທຣດ ພຽງ 4 ທ່າເທົ່ານັ້ນພໍແລ້ວ


---------------------------------------------------------------------------------------
(ມື້ທີ58) ວັນທີ່ 20.10.2019



ມື້ນີ້ວັນອາທິດ ຂ້ອຍຕື່ນສາຍປົກກະຕິ ຕ້ອງຕັ້ງໃຈແລ້ວເລື່ອງການຕື່ນນີ້ນາ ຕື່ນມາບໍ່ໄດ້ອ່ານການເທຣດແຕ່ອ່ານມື້ວານກ່ອນຈະເຂົ້ານອນແລ້ວ ເລື່ອງວີດີໂອການເຂົ້າເທຣດເບີ່ງຕອນທ່ຽງ

ໂມເດວ1 ບໍ່ໄດ້ Backtest ມື້ນີ້

ໂມເດວ2 ຝືກເທຣດວັນທິດ ແລະ ກໍ່ສ້່າງທ່າເຂົ້າອໍເດີ້ທ່າໃຫມ່ ເຖິງທ່າເກົ່າທີ່ມີຈະບໍ່ຄ່ອງແຕ່ກໍ່ຕ້ອງພັດທະນາຕໍ່ໄປ ແຕ່ການສ້າງທ່າໃຫມ່ນີ້ເພື່ອບໍ່ໃຫ້ລໍຖ້າຫຼາຍເກີນໄປກ່ອນຈະເຂົ້າອໍເດີ້ ເພາະວ່າບາງມື້ກຣາຟລໍ 2 ຊົ່ວໂມງບໍ່ໄດ່ເຂົ້າອໍເດີ້ເລີຍ ດັ່ງນັ້ນຈື່ງສ້າງທ່າໃຫມ່ເພື່ອເພີ່ມອໍເດີເຂົ້າເທຣດ ແຕ່ຕ້ອງຝືກຈົນຊໍານານຈື່ງສາມາດໃຊ້ໄດ້ ເພາະສະນັ້ນຂ້ອຍຕ້ອງຝືກຫຼາຍໆ
---------------------------------------------------------------------------------------
(ມື້ທີ59) ວັນທີ່ 21.10.2019



ມື້ນີ້ວັນຈັນ ຂ້ອຍຕື່ນເຊົ້າແລ້ວ ຕື່ນມາກໍ່ສ້າງທ່າເຂົ້າອໍເດີ້ ບໍ່ໄດ້ເບີ່ງວີດີໂອການເທຣດ  ອ່ານການເທຣດຕອນຈະເຂົ້ານອນແລ້ວ

ໂມເດວ1 ສ້າງລະບົບ Backtest ຕາມເຄີຍ ມື້ນີ້ໄດ້ເຂົ້າອໍເດີ້ ຍັງບໍ່ທັນຮູ້ຜົນຕ້ອງລໍມື້ອື່ນ

ໂມເດວ2 ມື້ນີເທຣດເວລາເດີທເທຣດໄດ້ 1 ຊົ່ວໂມງຕ້ອງ Stop loss ໄປ ຊ່ວງນີ້ Stop loss ຫຼາຍມື້ຈົນຕິດຕໍ່ກັນຫຼາຍມື້ເລີຍ ຂ້ອຍຕ້ອງໄປແກ້ໄຂ 
ຜິດພາດເພາະການຕັດສິນໃຈ ຕັດສິນແບບບໍ່ຖືກຕ້ອງ ຄາດຫວັງຫຼາຍເກີນໄປ ແຕ່ເທຣດແພ້ໄມ້ທໍາອິດແລ້ວຂ້ອຍເຢັນບໍພໍຈະເທຣດໄມ້ທີ່2 ແທຣນທີ່ແພ້ແລ້ວຕ້ອງວີເຄາະໃຫ້ດີກ່ອນນີ້ ແຕ່ກັບບໍ່ລະອຽດກວ່າເກົ່າ ດັ່ງນັ້ນຂ້ອຍຕ້ອງໄປ ແກ້ໄຂ 2 ອັນນີ້ເພື່ອໃຫ້ ມີຄວາມໝັ່ນໃຈໃນການເຂົ້າເທຣດ ຕັດສິນໃຈໄດ້ຖຶກຕ້ອງ 

---------------------------------------------------------------------------------------
(ມື້ທີ60) ວັນທີ່ 23.10.2019


ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາບໍ່ໄດ້ອ່ານການເທຣດ ເບີ່ງວີດີໂອການເທຣດ ມື້ນີ້ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງເນື່ອງຈາກວັນອັງຄານບໍ່ໄດ້ເທຣດ

ໂມເດວ1 ມື້ນີ້ໄດ້ເຂົ້າ 1 ອໍເດີ້ແຕ່ກໍ່ຖືກ Stop loss ໄປແລ້ວ ຍັງມີ 1 ອໍເດີຍັງຖືສະຖານະ Sell ຢູ່ ມື້ນີ້ບໍ່ໄດ້ Backtest ລະບົບ Day Trade ຂ້ອຍປ່ຽນມາເປັນ Day Trade ເພື່ອໃຫ້ມັນເຂົ້າກັບຂ້ອຍເພາະຂ້ອຍບໍ່ມີເວລາມາເບີ່ງກຣາຟທຸກທຸກຊົ່ວໂມງໃນມື້ໜື່ງ ແຕ່ຖ້າມັນຊ້າເກີນໄປຂ້ອຍກໍ່ຈະປ່ຽນມາເປັນ Time Frame H4

ໂມເດວ2 ມື້ນີ້ຝືກໜັກເລີຍ ຂ້ອຍຕ້ອງເອົາຈິງຈັງແບບມື້ນີ້ເປັນເວລາ ອີກສອງເດືອນເພາະຕອນນັ້ນເທຣດໄດ້ນ້ອຍໜື່ງກໍ່ປ່ຽນໄປ focus ແນວອື່ນແລ້ວ ຂ້ອຍຕ້ອງຄ່ອຍເປັນຄ່ອຍໄປ ສໍາເລັດອັນໜື່ງກ່ອນຈື່ງຄ່ອຍຕໍ່ຍອດແນວອື່ນ ມື້ເຂົ້າເທຣດເວລາເດີມ ມື້ນີ້ເທຣດຄົບໂກຕ້າ ຊະນະ 2 ແພ້ 3 ມຶ້ແພ້ແຕ່ວ່າ ຖືເປັນການເທຣດໃນສະພາວະຈິດໃຈ ນີ່ງ ແລະ ເປັນເໝືອນເຄື່ອງຈັກກົດຂື້ນລົງ ແຕ່ຂໍ້ເສຍຂອງມື້ນີ້ຄື ຂ້ອຍເທຣດກຣາຟທີ່ບໍ່ຄວນສວນທາງ ບວກກັບແພ້ແລ້ວບໍ່ຍອມຮັບ ການຍອມຮັບກໍ່ຄື ເທຣດແພ້ ໃນກຣາຟນັ້ນແລ້ວຕ້ອງລໍຖ້າອີກ 5 ນາທີຈື່ງເທຣດກຮາຟນັ້ນ ສະເພາະກຣາຟ ທີ່ມີການເລືອກທາງໃດທາງໜື່ງຊັດເຈນແລ້ວ

---------------------------------------------------------------------------------------
(ມື້ທີ61) ວັນທີ່ 24.10.2019



ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະການເທຣດ ຂອງຕົວເອງ ບໍ່ໄດ້ອ່ານເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ບໍ່ໄດ້ Backtest ຕອນນີ້ Focus ໂມເດວ2 ຫຼາຍກວ່າ

ໂມເດວ2 ການຝືກແມ່ນຝືນໝົດມື້ ສ່ວນເທຣດພອດລາຍເດືອນກໍ່ເລີມເວລາເດີມ ເທຣດ 20ນາທີ ໄດ້ເຂົ້າສາມອໍເດີ້ ແລະ ມາຕໍ່ຕອນ 9 ໂມງ ຊອກຈຸດເຂົ້າອໍເດີ້ຍາກໄດ້ເຂົ້າ 1 ອໍເດີ້ ສຸດທ້າຍສາມາດ Take Profit ໄດ້ສໍາລັບມື້ນີ

ສ່ວນທີ່ຂ້ອຍຄວນເຮັດ ເຮັດຕາຕາລາງບອກລາຍລະອຽດ ວ່າຕ້ອງຝືກທຸກທຸກມື້ ມື້ນີ້ມື້ນັ້ນສາມາດຝືກໄດ້ຈັກຊົ່ວໂມງຈົນຄົບສາມເດືອນ ເລີ່ມປະຕິບັດການມື້ອື່ນ ແລະ ອີກຢ່າງຄືຄວນໄປທົບທວນລະບົບໃຫ້ລະອຽດ ແລະ ແຕ້ມກຣາຟວ່າ ລັກສະນະກຣາຟ Chart Pattern ຄວນເຂົ້າຈຸດໃດ ບໍ່ຄວນເຂົ້າຈຸດໃດ ຈຸດໃດແມ່ນຢູ່ໃນລະບົບ ຈຸດໃດແມ່ນນອກລະບົບບໍ່ຄວນເທຣດ

---------------------------------------------------------------------------------------

(ມື້ທີ62) ວັນທີ່ 25.10.2019

ມື້ນີ້ວັນສຸກ ຂ້ອຍຕືື່ນສາຍຫຼາຍ ຕື່ນມາກໍ່ວິເຄາະການເທຣດຂອງຕົວເອງ ເບີ່ງວີດີໂອການເຂົ້າອໍເດີ້ ອ່ານການເທຣດ

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ອໍເດີ້ທີ່ຖືໄວ້ຕອນນີ້ເປັນລົບແຕ່ຂ້ອຍຈະປິດເພາະຍັງບໍ່ທັນຮອດຈຸດ SL ແລະ ຈະລອງຖືຂ້າມອາທິດເບີ່ງວ່າຄ່າ Swap ຈະເປັນແນວໃດ ບໍ່ໄດ້ Backtest

ໂມເດວ2 ມື້ນີ້ກໍ່ຝືກເທຣດໝົດມື້ 1 ມື້ຕ້ອງເຮັດໃຫ້ຄົບ 1 ເດືອນກ່ອນຈື່ງມີເດືອນທີ່2 ທີ່3 ເຂົ້າມາ ພອດລາຍເດືອນກໍ່ເລີ່ມເວລາເກົ່າເທຣດຕ້ອງຢຸດໄປເພາະເທຣດໝົດ 5 ໄມ້ແລ້ວ ຊະນະ2 ແພ້ 3 ສາເຫດຂອງການແພ້ມື້ນີ້ມາຈາກ ໃຈບໍ່ສະຫງົບນີ່ງ ກົວຕັ້ງແຕ່ຈະເທຣດແລ້ວ ເພາະກົວຂາດທືນ ກົວແພ້ ຈື່ງເຮັດໃຫ້ແພ້ ເລື່ອງນີ້ຂ້ອຍຕ້ອງຫາວິທີກໍາຈັດມັນໄປ

ເລື່ອງທີ່ຕ້ອງໄປພັດທະນາຕົວເອງ ເລື່ອງກໍາຈັດຄວາມກົວ ແລະ ເລື່ອງຂອງການເນັ້ນເທຣດຕາມກົດການເທຣດ ເທຣດSetup ຂອງຕົວເອງທີ່ຜ່ານການ Backtest ຄົບ 20 ອໍເດີ້ຈື່ງນໍາມາໃຊ້ກັບການເທຣດຈິງໄດ້ ແລະ ວິໄນທີ່ຕ້ອງເຮັດຕາມກົດໃຫ້ໄດ້ ຫ້າມເບີ້ນ Lot ອີກ

---------------------------------------------------------------------------------------

(ມື້ທີ63) ວັນທີ່ 26.10.2019

ມື້ນີ້ວັນເສົາ ຂ້ອຍຕື່ນສາຍຫຼາຍ ຊ່ວງນີ້ຕິດບັນຫາຕື່ນສາຍແລ້ວ ຕື່ນມາບໍ່ໄດ້ອານການເທຣດ ເບີ່ງວີດີໂອການເທຣດ ແລະ ກໍ່ວິເຄາະຜົນການເທຣດຂອງຕົວເອງ
ໂມເດວ1 ວັນເສົາບໍ່ໄດ້ເທຣດ 

ໂມເດວ2 ຝືກນ້ອຍນຶ່ງເນື່ງຈາກບໍ່ມີອີນເຕີເນັດ ແຕ່ມື້ນີ້ໄດເຮັດການເທຣດ Breakout  ເພື່ອເປັນແນວທາງປ້ອງກັນຂ້ອຍເອງເນື່ອງຈາກເທັກນິດຂອງຂ້ອຍສີ່ງທີ່ຕ້ອງລະວັງກໍ່ຄື ການ Breakout ນັ່ນເອງ ຮູ້ເຂົາຮູ້ເຮົາຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ

---------------------------------------------------------------------------------------

(ມື້ທີ64) ວັນທີ່ 27.10.2019

ມື້ນີ້ວັນອາທິດ ຂ້ອຍຕືື່ນສາຍປົກກະຕິເລີຍ ຕື່ນກໍ່ມາຝືກເທຣດຕາມເຄີຍ ແລະ ເບີ່ງວີດີໂອເທຣດມື້ນີ້ບໍ່ໄດ້ອ່ານບົດຄວາມການເທຣດ

ໂມເດວ1 ບໍ່ໄດ້ເທຣດ ແລະ ບໍ່ໄດ້ Backtest

ໂມເດວ2 ມື້ນີ້ຝືກເທຣດໄດ້ 4 ຊົ່ວໂມງ ຍັງຂາດອີກ 2 ຊົ່ວໂມງ ມື້ອື່ນຂ້ອຍຕ້ອງພະຍາຍາມເທຣດໃຫ້ໄດ້ 6 ຊົ່ວໂມງ ມື້ນີ້ສີ່ງທີ່ຜິດພາດກໍ່ຄື ຂ້ອຍຍັງຄວບຄຸມອາລົມຂອງຕົວເອງເວລາແພ້ແລ້ວມັນຈະພານ ດັ່ງນັ້ນຂ້ອຍຕ້ອງພະຍາຍາມທໍາວິໄນໃຫ້ໄດ້ ເພາະຖ້າຂ້ອຍເຮັດແບບນີ້ໂອກາດລ້າງພອດມີຫຼາຍຈົນເກີນໄປດັ່ງນັ້ນມັນສ່ຽງຫຼາຍ ແລະ ຂ້ອຍຍັງມີບັນຫາກ່ຽວກັບໄມ້ເຂົ້າອໍເດີ້ 2 ເທຣນໄລຕັດກັນຂ້ອຍຕ້ອງໄປຮຽນຮູ້ ແລະ ແກ້ໄຂຂໍ້ນິ້ໃຫ້ໄດ້ ຫາເຫດຜົນໃຫ້ເຂົ້າການແພ້ ແລະ ຊະນະ ເຈາະລືກ ແລະ ຮຽນຮູ້ທຸກລາຍລະອຽດ ສີ່ງເລັກໆນ້ອຍໆ ຕ້ອງເກັບມາຮຽນຮູ້ໝົດ

---------------------------------------------------------------------------------------

(ມື້ທີ65) ວັນທີ່ 28.10.2019

ມື້ນີ້ວັນຈັນ ຂ້ອຍຕື່ນສາຍ ແລະ ຕື່ນມາບໍ່ໄດ້ເບີ່ງວີດີໂອເທຣດ ບໍ່ໄດ້ອ່ານການເທຣດ

ໂມເດວ1 ບໍ່ໄດ້ສ້າງ ບໍ່ໄດ້ Backtest ອໍເດີ້ທີ່ຍັງຖືສະຖານະ ກໍ່ຍັງເປີດຢູ່ ແລະ ຍັງບໍ່ໄດ້ປິດເລີຍ ແຕ່ຕອນນີ້ຕິດລົບຢູ່

ໂມເດວ2 ມື້ນີ້ຝືກເທຣດບໍ່ຄົບເວລາກໍານົດໄວ້ ສ່ວນການເທຣດພອດລາຍເດືອນເລີ່ມ 19 ເພາະວ່າຂ້ອຍມີວຽກຕ້ອງເຮັດຕອນ 21 ໂມງ ມື້ນີ້ເທຣດປະມານ 1 ຊົ່ວໂມງເຂົ້າອໍເດີ້ 5 ອໍເດີ້ຊະນະ 3 ແພ້ 2 ມື້ນີ້ສາມາດທໍາບວກໄດ້

---------------------------------------------------------------------------------------


(ມື້ທີ66) ວັນທີ່ 29.10.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນສາຍຫຼາຍ ຕື່ນມາກໍ່ເວົ້າການເທຣດຂອງຕົວເອງ ເບີ່ງວີດີໂອເທຣດ ບໍ່ໄດ້ອ່ານການເທຣດ 

ໂມເດວ1 ມື້ອໍເດີ້ທີ່ຖືໄວ້ແມ່ນ Stoploss ແລ້ວ ໄວ້ລໍຖ້າ Trade Setup ຄັ້ງຕໍ່ໄປ

ໂມເດວ2 ມື້ນີ້ຝືກເທຣດໄດ້ພຽງ 3 ຊົ່ວໂມງເທົ່ານັ້ນເຊີ່ງນ້ອຍຫຼາຍບໍ່ຮອດເວລາທີ່ກໍານົດໄວ້ ຂໍ້ນີ້ຂ້ອຍຕ້ອງພະຍາຍາມຕື່ມ ເທຣດພອດລາຍເດືອນມື້ນີ້ເທຣດ 2 ຊົ່ວໂມງໄດ້ເຂົ້າ 1 ອໍເດີ້ ມື້ນີ້ກຣາຟບໍ່ Set ຕົວເຂົ້າກັບເທັກນິດຂອງຂ້ອຍ ຈື່ງເຂົ້າໄດ້ແຕ່ໄມ້ດຽວ ແຕ່ມື້ນີ້ກໍ່ສາມາດທໍາບວກໄດ້ 
ກຣາຟບໍ່ Set ຕົວໃນເວລານີ້ ຫຼື ຂ້ອຍຢ້ານແພ້ເກີນໄປ ຂ້ອຍຕ້ອງໄປຫາຂໍ້ເທັກຈິງ ແຕ່ມັນກໍ່ດີທີ່ຂ້ອຍເຮັດຕາມລະບົບ

---------------------------------------------------------------------------------------

(ມື້ທີ67) ວັນທີ່ 30.10.2019

ມື້ນີ້ວັນພຸດ ຂ້ອຍຕື່ນສາຍຫຼາຍ ຂ້ອຍຕ້ອງມີວິໄນການຕື່ນເຊົ້າ ມື້ນີ້ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອເທຣດ

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ແຕ່ໄປຝືກເທຣດອີກບັນຊີໜື່ງ ແຕ່ມີຶ້ນີ້ກໍ່ຖືກ Stop loss  ຄືກັນແຕ່ໄດ້ຮຽນຮູ້ກ່ຽວກັບເລື່ອງຂ່າວມີຜົນຕໍ່ TimeFrame H1 

ໂມເດວ2 ມື້ນີ້ຝືກເທຣດໄດ້ 4 ຊົ່ວໂມງເຄີງ ຍັງບໍ່ຮອດເປົ້າໝາຍທີ່ກໍານົດໄວ້ ຕ້ອງພະຍາຍາມຕື່ມ ແລະ ຕ້ອງໄປ Backtest ທ່າໄມ້ຕາຍທີ່ໃຊ້ປົກກະຕິໃໃຫ້ເຂົ້າໃຈ ແລະ ຊໍານານຫຼາຍຂື້ນ ສ່ວນພອດລາຍເດືອນ ເທຣດ 2 ຊົ່ວໂມງໄດ້ເຂົ້າ 3 ອໍເດີ້ ຊະນະ 2 ແພ້ 1 ທໍາໄດ້ນ້ອຍແຕ່ຄ່ອຍໆພັດທະນາໄປເພື່ອໄປໄດ້ໃກໃກ ແລະ ເປັນເພາະຂ້ອຍຍັງສີມືຍັງບໍ່ເຖິງ ຕ້ອງພັດທະນາຕໍ່ໄປ
---------------------------------------------------------------------------------------

(ມື້ທີ68) ວັນທີ່ 31.10.2019

ມື້ນີ້ວັນພະຫັດ ຂ້ອຍຕື່ນໄດ້ເຊົ້າແລ້ວ ຕື່ນມາອ່ານໜັງສື ແລະ ກໍ່ວິເຄາະການເທຣດຂອງຕົວເອງ ມື້ນີ້ບໍ່ໄດ້ເບີ່ງວີດີໂອເທຣດ

ໂມເດວ1 ມື້ນີ້ຝືກການເຂົ້າອໍເດີ້ ສ່ວນພອດ TimeFrame Day ບໍ່ໄດ້ເຂົ້າອໍເດີ້ ແຕ່ຝືກເທຣດອີກພອດ TimeFrame H1 ເທຣດເຂົ້າ 2 ອໍເດີ້ໄປ 1  ອໍເດີ້ເທົ່າທືນ 1 ອໍເດີ້ຍັງບໍ່ໄດ້ປິດແຕ່ຕອນນີ້ຢູ່ໃນແດນລົບ ສ່ວນໂມເດວນີ້ຂ້ອຍຍັງຄວບຄຸມຕົວເອງບໍ່ໄດ້ເລື່ອງ Take Profit ມັກເລື່ອນໄປເລື່ອນມາຕ້ອງໄປແກ້ໄຂຈຸດນີ້

ໂມເດວ2 ມື້ນີ້ຝືກເທຣດໄດ້ພຽງ 3 ຊົ່ວໂມງເຄີ່ງ ຊື່ງຂ້ອຍໄດ້ເຂົ້າເທຣດນ້ອຍຊົ່ວໂມງຕ້ອງພະຍາຍາມຢ່າງນ້ອຍໃຫ້ໄດ້ 5 ຊົ່ວໂມງ ແລະ ຕ້ອງແບ່ງເວລາໄປເລື່ອງຂອງການບ້ານເຊັ່ນ Backtest Forward Test ແລະ ອ່ານໜັງສືດ້ວຍ ສ່ວນພອດລາຍເດືອນມື້ນີໄດ້ປິດໄປແລ້ວ ມື້ນີ້ເທຣດພອດລາຍເດືອນຂ້ອຍໄດ້ຜິດກົດວິໄນກ່ຽວກັບການເພີ່ມປະລິມານເງິນໃນໄມ້ ການເຮັດແບບນີ້ເປັນກ້າວທໍາອີດຂອງການລ້າງພອດເພາະສະນັ້ນເດືອນຕໍ່ໄປຫ້າມມີເດັດຄາດ ມຶ້ນີ້ເທຣດ ຊະນະ 3 ແພ້ 2 ສະຫຼຸບແລ້ວເດືອນນີ້ Winrate ຍັງບໍ່ຜ່ານແຕ່ຂ້ອຍສາມາດທໍາໄດ້+5%winrate ເມື່ອທຽບກັບເດືອນທີ່ແລ້ວຖືວ່າມັນດີຫຼາຍແລ້ວ ໄວ້ເຮົາພົບກັນໃນເດືອນໜ້າ

No comments:

Post a Comment