August 8/2019

(ມື້ທີ1)ມື້ທໍາອິດຂອງການເດີນທາງ ວັນທີ່ 6.8.2019

ມື້ນີ້ວັນອັງຄານເປັນມື້ທີ່ຂ້ອຍຕືື່ນສາຍຫຼາຍເພາະເນື່ອງຈາກວ່າຄອມຂອງຂ້ອຍ Virus Ransomware ເຂົ້າຄອມຈື່ງເຮັດໃຫ້ຂ້ອຍຫາຫົນທາງໃນການແກ້ໄຂມາ 2 ມື້ຈົນເມື່ອຍຈົນເຮັດຕື່ນສາຍ

ມາເວົ້າເຖິງເລື່ອງການເທຣດ ຊ່ວງນີ້ຂ້ອຍຍັງເທຣດບັນຊີ Tournament ບັນຊີແຂ່ງຢູ່ເນື່ອງຈາກບັນຊີຈິງລ້າງພອດໄປເມື້ອເດືອນກ່ອນແລ້ວ ມື້ນີ້ຕອນເຊົ້າຂ້ອຍເຂົ້າເທຣດຕອນ 9 ໂມງບໍ່ຄ່ອຍມີຈຸດເຂົ້າອໍເດີເລີຍເຮັດໃຫ້ໄດ້ເຂົ້າພຽງ 2 ໄມ້ພາຍໃນເວລາ 1 ຊ່ວງໂມງ ພັກທ່ຽງ ຕອນບ່າຍມາເທຣດອີກຄັ້ງເທຣດຕອນບ່າຍນີ້ຕະຫຼາດມີ Volume ຫຼາຍແຕ່ເນື່ອງຈາກຂ້ອຍເທຣດແບບໂມເດວທີ່ໃຊ້ເວລາຫຼາຍຈື່ງເຮັດໄດ້ເຂົ້າອໍເດີພຽງສອງໄມ້ຄືກັນສະຫຼຸບມື້ນີ້ຂ້ອຍສາມາດໄດ້+ ແຕ່ກໍາໄລນ້ອຍໜື່ງບໍ່ເຖິງເປົ້າ

ສີ່ງທີ່ຂ້ອຍຕ້ອງເຮັດໃນອາທິດນີ້ຄືຫ້າມລ້າງພອດ ພະຍາຍາມຢ່າໃຫ້ລ້າງພອດເດັດຂາດ ຕັ້ງໃຈເທຣດໃນແຕ່ລະໄມ້ທີ່ສຸດເທົ່າທີ່ຈະເຮັດໄດ້ ວິເຄາະແລະອະທິບາຍຈຸດທີ່ເສຍແລະໄດ້ທຸກໄມ້ທີ່ເຂົ້າເທຣດຈົດໄວ້ໃນປຶ້ມຈົດອາລົມເທຣດ

---------------------------------------------------------------------------------------
(ມື້ທີ2) ວັນທີ່ 7.8.2019

ມື້ນີ້ວັນພຸດ ເປັນມື້ທີ່ຕື່ນເຊົ້າປົກະຕິແຕ່ມື້ວານນີ້ນອນ 2 ໂມງທ່ຽງຄືນ 

ຕື່ນມາກໍ່ມາເບີ່ງວີດີໂອການເທຣດແນວຮັບແນວຕ້ານອາລົມແທ່ງທຽນກ່ອນຈະເຂົ້າເທຣດຈິງ ຕອນເຊົ້ານີ້ບໍ່ໄດ້ເຂົ້າເທຣດເພາະວ່າເມື່ອຍຫຼາຍຈື່ງແນວ ແລະ ກໍ່ເຂົ້າເທຣດຕອນບ່າຍປາກົດວ່າເທຣດເສຍທັງສອງພອດເສຍສອງໄມ້ຕິດກັນຈື່ງເຮັດໃຫ້ຕ້ອງຢຸດຕາມຂໍ້ກໍານົດທີ່ຂ້ອງສ້າງຂື້ນມາ ຂ້ອຍຢາກມີລະບຽບວິໃນໃຫ້ໄດ້ຈື່ງຕັ້ງກົດຂື້ນມາແລະປະຕີບັດຕາມ
ມື້ນີ້ -

ສີ່ງທີ່ຜິດພາດມື້ນີ້ຄື ມີຄວາມກົວ ແລະຄວາມຄາດຫວັງຈື່ງບໍ່ກ້າເຂົ້າ ບໍ່ກ້າຕັດສິນໃຈເຂົ້າໃນຈຸດທີ່ວ່າມັນນ່າຈະໄປຕາມແນວໂນ້ມຄວາມໜ້າຈະເປັນ ແລະ ພອດທີ່ສອງເສຍເພາະຊິວເກີນໄປ ແລະ ເຂົ້າເທຮດຈຸດທີ່ບໍ່ຄວນເທຣດກໍ່ຄືຈຸດທີ່ກຣາຟບໍ່ແມ່ນທີ່ຂ້ອຍກໍານົດໄວ້ ຂໍ້ຜິດພາດຈົນເຮັດໃຫ້ຂ້ອຍພາດສາມໄມ້ຕິດກັນໄດ້ກໍ່ຄື
1. ພາດແລ້ວຢາກເອົາຄືນເທຣດໂດຍບໍລໍສັນຍານ
2. ໃຈຮ້ອນເພາະແພ້

---------------------------------------------------------------------------------------

(ມື້ທີ3) ວັນທີ່ 8.8.2019

ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາມື້ນີ້ບໍ່ໄດ້ອ່ານກ່ຽວກັບການເທຣດ ແລະ ບໍ່ໄດ້ເບີ່ງການເທຣດຂອງເຂົາເຈົ້າໃນ Youtube ມື້ອື່ນຕ້ອງອ່ານ ແລະ ຕ້ອງເບີ່ງເພື່ອເປັນການຮຽນຮູ້ 

ເຮົາມາເວົ້າເຖິງເລື່ອງການເທຣດຂອງມື້ນີ້ ມື້ນີ້ຂ້ອຍເຂົ້າເທຣດຕອນບ່າຍ ເທຣດ 1 ຊົ່ວໂມງໄດ້ເຂົ້າ 1 ອໍເດີເທົ່ານັ້ນສໍາລັບໂມເດວທໍາອິດເພາະວ່າມັນບໍ່ເຂົ້າກັບອິນເດີ້ແຄັດເຕີ ແລະ ກຣາຟກໍ່ບໍ່ເຂົ້າຈຸດທີ່ຂ້ອຍກໍານົດ ຂ້ອຍຈື່ງບໍ່ເທຣດ  Warren buffett ເຄີຍກ່າວໄວ້ທ່ານບໍ່ຈໍາເປັນຕີລູກບອນທຸກລູກທີ່ເຂົ້າມາ ພຽງຕີລູກທີ່ທ່ານໝັ່ນໃຈກໍ່ພໍ ຂ້ອຍຈື່ງເຮັດຕາມ ຮ່າຮ່າ

ບ່າຍ 3 ພັກຜ່ອນ ຊ່ວງ 8 ໂມງຕອນແລງຂ້ອຍມາເທຣດອີກຄັ້ງໃນໂມເດວທີ່ 2 ເທຣດປະມານ 30 ນາທີເຂົ້າອໍເດີເປັນ 4 ໄມ້ ແຕ່ມື້ນີ້ຂ້ອຍສາມາດທໍາໄດ້ + 

ຜົນດີມື້ນີ້ຂ້ອຍມີວິໃນຫຼາຍກວ່າເກົ່າອິກນ້ອຍໜື່ງ
ແຕ່ຜົນເສຍຄືຂ້ອຍຍັງມີອາລົມຕໍ່ການເທຣດ ຄືໄດ້ຂ້ອຍຍັງຮູ້ສືກດີໃຈ ເສຍຂ້ອຍຍັງຮູ້ສືກເສຍໃຈ

---------------------------------------------------------------------------------------
(ມື້ທີ4) ວັນທີ່ 9.8.2019

ມື້ນີ້ເປັນວັນສຸກ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ອ່ານໜັງສືເທຣດ ເບີ່ງການເທຣດຂອງເຂົາເຈົ້າ ສືກສາຂໍ້ຜິດພາດຂອງຕົວເອງຜ່ານວີດີໂອບັນທຶກ 

ມື້ນີ້ເຂົ້າເທຣດຕອນບ່າຍປົກກະຕິຕາມເຄີຍແຕ່ມື້ນີ້ໂມເດວທໍາອິດຂອງຂ້ອຍມີບັນຫາແລ້ວເພາະເຂົ້າອໍເດີແພ້ມາຕິດກັນ 2 ໄມ້ຈົນພົບບັນຫາຈຸດເຂົ້າອໍເດີວ່າຄວນເຂົ້າຈຸດໃດເມື່ອສັນຍານມັນເກີດ ຄວນປະປັບປຸງໃໝ່ທໍາສະຖິມາເບີ່ງວ່າຄວນເຂົ້າແບບໃດ

ສ່ວນໂມວເດວທີ່ສອງມື້ນີ້ບໍ່ໄດ້ເທຣດເພາະເອົາເວລາໄປສັງສັນນໍາໝູ່ກິນເບຍມາແລ້ວບໍ່ຢາກເທຣດ

-------------------------------------------------------------------------------------
(ມື້ທີ5) ວັນທີ່ 10.8.2019


ມື້ນີ້ເປັນວັນເສົາ ມື້ນີ້ຂ້ອຍຕື່ນເຊົ້າຫຼາຍເພາະມີງານສູ່ຂັວນຂອງໝູ່ ເລີຍໄປແຕ່ເຊົ້າ ສ່ວນເລື່ອງການເທຣດມື້ບໍ່ໄດ້ເທຣດ ເລື່ອງການຮຽນຮູ້ ການທົບທວນຕົວເອງກໍ່ບໍ່ມີ 

ມື້ນີ້ເມົາເບຍ ຂໍນອນກ່ອນ

-------------------------------------------------------------------------------------
(ມື້ທີ6) ວັນທີ່ 11.8.2019

ມື້ນີ້ເປັນວັນອາທິດ ມຶ້ນີ້ຂ້ອຍຕື່ນແຕ່ເຊົ້າເລີຍ ມື້ນີ້ໄດ້ຮຽນຮູ້ກ່ຽວກັບລະບົບເທຣດ SMA5 & SMA100 ມາທົດລອງນ້ອຍໜື່ງແຕ່ຕ້ອງລໍຖ້າມື້ອື່ນວ່າມັນຈະເຂົ້າກັບລະບົບຂອງຂ້ອຍທີ່ຕັ້ງໄວ້ MT4 ບໍໃຊ້ເຂົ້ານໍາກັນໄດ້ບໍ ແມ່ນບໍຕ້ອງລໍເບີ່ງມື້ອື່ນ ແລະ ຕ້ອງທໍາການທົດລອງເປັນ 1 ອາທິດຈື່ງຮູ້ວ່າໂອເຄບໍ 
ສໍາເລື່ອງເທຣດມື້ນີ້ກໍ່ເຂົ້າເທຣດພອດໂມເດວສອງ ແຕ່ມື້ນີ້ປາກົດວ່າແພ້ສອງໄມ້ຕິດ ມືນີ້ລ້າງພອດເລີຍເພະພອດນີ້ເທຣດ 50% ຂອງພອດ ຂ້ອຍເຮັດພອດແຂ່ງຂັນແບບນີ້ກໍ່ເພື່ອໃຫ້ຕົນເອງເຂົ້າໄດ້ຈຸດອໍເດີໃຫ້ແມ່ນຍໍາໃຫ້ສູງເທົ່ານັ້ນກັບກົນລະຍຸກໂມເດວນີ້

ສີ່ງທີ່ຜິດພາດຊື້ກໍລະນີ Breakout ແຕ່ລືມບວກເວລາ 1 ແທ່ງ

------------------------------------------------------------------------------------
(ມື້ທີ7) ວັນທີ່ 12.8.2019


ມື້ນີ້ເປັນວັນຈັນ ມື້ນີ້ຂ້ອຍຕື່ນສາຍຫຼາຍ ຕື່ນມາກໍ່ອ່ານບົດຄວາມກ່ຽວກັບການເທຣດ 
ເລື່ອງເທຣດຂອງມື້ນີ້ ບໍ່ໄດ້ເທຣດມີແຕ່ທົດລອງ EMA21 EMA50 EMA100 ວ່າໂຕໃດມັນສາມາດໃຊ້ໄດ້ກັບການເທຣດຂອງຂ້ອຍທີ່ເຂົ້າກັບ MT4 

ຊື່ງມື້ບໍ່ໄດ້ຜົນທົດລອງເລີຍ ແລະ ມື້ນີ້ຕອນແລງ ຂ້ອຍກໍ່ບໍ່ໄດ້ທົດລອງ ມີແຕ່ເບີ່ງໜັງ ແລ້ວກໍ່ເຂົ້ານອນ

------------------------------------------------------------------------------------
(ມື້ທີ8) ວັນທີ່ 13.8.2019


ມື້ນີ້ເປັນອັງຄານ ຂ້ອຍຕື່ນປົກກະຕິ ມື້ນີ້ຂ້ອຍອ່ານກ່ຽວກັບການໃຊ້ງານຂອງ Moving Average ຈາກ Blog ຂອງ zyo71.com ໄດ້ແຕ່ກໍ່ມາໃຊ້ກັບການເທຣດຂອງຂ້ອຍບໍ່ໄດ້ເຂົ້າການຍັງບໍ່ຮູ້ທີ່ຈະເລືອກເອົາເສັ້ນເທົ່າໃດມາເທຣດກັບລະບົບຂອງຂ້ອຍດີ ມື້ນີ້ຈື່ງບໍ່ໄດ້ເຮັດສະຖິຕິເທຣດການທົດລອງ

ມື້ນີ້ເທຣດຕອນແລງເທຣດພອດໂມເດວສອງຂອງຂ້ອຍແຕ່ມື້ນີ້ເທຣດແພ້ສອງໄມ້ຕິດກັນເລີຍຍຸດທັນທີຝືກມີວິໄນ ການຜິດພາດມາຈາກກຣາຟຫຼີ້ນຍາກ ຜິດເພາະຮູ້ບໍ່ເລີກ ບໍ່ສາມາດຫາຈຸດເຂົ້າອໍເດີໄດ້ດີຍັງງົງວ່າຄວນເຂົ້າຈຸດໃດ ບໍ່ມີແບບຕາຍຕົວ ບໍ່ມີ Pattern ຂ້ອຍຕ້ອງໄປຮຽນຮູ້ ແລະ ທໍາຄວາມເຂົ້າໃຈໃຫ້ເລີກກວ່ານີ້

ໃນຕະຫຼາດນີ້ມັນບໍ່ງ່າຍຈິງຈິງ ບໍ່ມີການຍົກເວັ້ນເລີຍຜິດຄືຜິດເທົ່ານັ້ນ ແຕ່ຂ້ອຍຈະບໍ່ຍອມແພ້ ແລະ ເປັນຫຍັງຂ້ອຍຕ້ອງຍອມແພ້ດ້ວຍ ຈະສູ້ຈົນກວ່າຂ້ອຍສາມາດເປັນເທຣດເດີທີ່ປະສົບຄວາມສໍາເລັດ
------------------------------------------------------------------------------------
(ມື້ທີ9) ວັນທີ່ 14.8.2019



ມື້ນີ້ເປັນວັນພຸດຂ້ອຍຕື່ນປົກກະຕິ ແຕ່ເນື່ອງຈາກເຮື່ອນມີວຽກຈື່ງບໍ່ໄດ້ເທຣດຕອນເຊົ້າ ເລື່ອງການອ່ານກໍ່ອ່ານເລື່ອງໃຊ້ Moving Average ສ່ວນເລື່ອງທົດລອງລະບົບຍັງບໍ່ໄດ້ທົດລອງເລີຍ ເພາະຄອມເປິດບໍ່ຂື້ນ ຊ່ວງນີ້ມີປັນຫາຫຼາຍຢ່າງເຂົ້າມາໃນຊີວິດເຫຼຶອເກີນ ເທຣດບໍ່ກ້າວໜ້າ ຄອມຍັງມາມີ Virus ອີກ ມື້ນີ້ຍັງເປີດຄອມບໍ່ໄດ້ອີກເປັນນໍາສາຍສາກ ແຕ່ທັງນີ້ທັ້ງນັ້ນ ຂ້ອຍຈະບໍ່ຍອມແພ້ ເຫດໃດຂ້ອຍຕ້ອງເລີກກັບມັນ ຂໍພັກກ່ອນ

------------------------------------------------------------------------------------
(ມື້ທີ10) ວັນທີ່ 15.8.2019


ມື້ນີ້ເປັນມື້ວັນພະຫັດ ມື້ນີ້ກໍ່ບໍ່ໄດ້ອ່ານບົດຮຽນເພາະຍາກພັກເຈັບຫົວຫຼາຍເພາະຄິດກ່ຽວກັບການເທຣດຕ້ອງອອກຈາກໂລກການເທຣດໄປໜ້ອຍໜື່ງສັກ 1 ອາທິດ ແຕ່ສຸດທ້າຍກໍ່ເຂົ້າມາເທຣດຕອນແລງກັບໂມເດວສອງ ເພາະຢາກຝືກໃຫ້ຄຸ້ນເຄີຍກັບເທັກນີກນີ້ໃຫ້ຫຼາຍຂື້ນ ຂ້ອຍຈະຝືກກັບເທັກນິດນີ້ ມື້ລະ 2 ຊົ່ວໂມງ ສີ່ງທີ່ຕ້ອງເຮັດຄື ຮຽນຮູ້ pattern ກຣາຟ ຮູບແບບຕ່າງຕ່າງຂອງລາຄາ ແລ້ວນໍາມາທົດລອງ 

------------------------------------------------------------------------------------
(ມື້ທີ11) ວັນທີ່ 18.8.2019



ມື້ນີ້ເປັນມື້ວັນອາທິດ ໄດ້ 2 ມື້ແລ້ວທີ່ຂ້ອຍບໍ່ໄດ້ເຂົ້າເທຣດ ແລະ ອ່ານບົດຄວາມ ຫຼື ເບີ່ງການເທຣດຂອງຄົນອື່ນ ຫຼື ການວິເຄາະຕົວເອງ ເພາະຕອນນີ້ຮູ້ສືກວ່າຕົນເອງຍີ່ງເທຣດຍີ່ງບໍ່ໄດ້ດີ ພ້ອມກັບບໍ່ມີຜົນການເທຣດໃຫ້ເບີ່ງໃນແຕ່ລະມື້ວ່າພັດທະນາ ຫຼື ແຍ່ລົງ ແຕ່ທີ່ເຫັນມັນແຍ່ລົງແຍ່ງ ຂ້ອຍຈື່ງພັກຜ່ອນ
ສໍາລັບມື້ນີ້ຂ້ອຍກໍ່ເຂົ້າເທຣດ ມື້ນີ້ເຖິງເທຣດຈະເປັນບວກແຕ່ເປັນການເທຣດທີ່ບໍ່ດີ ເພາະມີໄມ້ໜື່ງທີ່ຂ້ອຍໃຊ້ອາລົມ ເຂົ້າໄປເໜືອການວິເຄາະ ແລະ ການເທຮດ ສໍາລັບມື້ນີ້ເທົ່ານີ້ກ່ອນ

------------------------------------------------------------------------------------
(ມື້ທີ12) ວັນທີ່ 19.8.2019


ມື້ນີ້ເປັນມື້ວັນຈັນ ມື້ນີ້ໄດ້ຮຽນຮູ້ ເລື່ອງເທຣດ forex ເລື່ອງການຫຼີ້ນຂອງ big player Gold ແຕ່ບໍ່ໄດ້ຮຽນຮູ້ ການເທຣດ binary option 

ສ່ວນການເທຣດຂອງມື້ນີ້ ບໍ່ມີຄວາມຕັ້ງໃຈເລີຍ ສຸດທ້າຍມາລ້າງພອດທັ້ງສອງໂມເດວ ສີ່ງທີ່ຜິດພາດຄືເອົາອາລົມ ເປັນຫຼັກ ຄິດວ່າລ້າງພອດບໍ່ເປັນຫຍັງ ສ່ວນອາທິດໜ້າຂ້ອຍຕ້ອງຫ້າມລ້າງພອດເຖິງກໍາໄລພຽງໜ້ອຍ ດຽວກໍ່ຈະເອົາ

------------------------------------------------------------------------------------
(ມື້ທີ13) ວັນທີ່ 21.8.2019



ມື້ນີ້ເປັນມື້ວັນພຸດ ມຶ້ນີ້ຂ້ອຍເດີນທາງກັບໄປວຽງຈັນ ເມື່ອຫຼາຍຈື່ງບໍ່ໄດ້ອ່ານບົດຄວາມ ແລະ ເບີ່ງການເທຣດ 
ສ່ວນການເທຣດຕອນແລງຂ້ອງກໍ່ເຂົ້າມາເທຣດປະມານ 2 ຊົ່ວໂມງ ຊ່ວງມື້ນີ້ບໍ່ໄດ້ກໍາໄລແຕ່ກໍ່ບໍ່ໄດ້ຂາດທຶນ ອາທິດນິ້ລ້າງພອດທົວນາເມັ້ນໄປແລ້ວຈື່ງບໍ່ໄດ້ເທຮດພອດແຂ່ງຂັນ ເທຮດແຕ່ພອດຝືກຫັດ 

ໂມເດວທີ່ 2 ຜິດພາດບ່ອນບໍ່ຊື້ຕາມ price action trend line ບວກກັບແນວຮັບແນວຕ້ານ ສ່ວນການ Breakout ນັ້ນ ຂ້ອຍຍັງເຮັດໄດ້ບໍ່ດີ

------------------------------------------------------------------------------------
(ມື້ທີ14) ວັນທີ່ 22.8.2019




ມື້ນີ້ເປັນມື້ວັນພະຫັດ ມື້ນີ້ຂ້ອຍໄດ້ອ່ານບົດຄວາມເລື່ອງ Money Management ແລະ ເລື່ອງຈີວິທຍະການເທຣດອ່ານທົບທວນ ແລະ ໄດ້ເບີ່ງວີດີໂອເທຣດກ່ຽວກັບ ແນວຮັບແນວຕ້ານ rejection 

ສ່ວນການເທຣດຂອງມື້ນີ້ຕອນເຊົ້າໄດ້ເຂົ້າ 4 ອໍເດີເທົ່ານັ້ນ ແລະ ຕອນແລງຂ້ອຍໃຊ້ Chart patterns ເຂົ້່າມາກ່ຽວເພື່ອໃຫ້ເຂົ້າໃຈກ່ຽວກັບທິດທາງ ແລະ ຈຸດກັບຕົວໃຫ້ຫຼາຍຂື້ນຕື່ມ ຕອນແລງຂ້ອຍໄດ້ເຂົ້າອໍເດີພຽງ 4 ອໍເດີ ແຕ່ມື້ນີ້ກໍ່ສາມາດທໍາບວກໄດ້

ຂໍ້ເສຍໃນມື້ນີ້ຄືຂ້ອຍກົດເຂົ້າອໍເດີລົວລົວແບບບໍ່ມີເຫດຜົນ ແບບບໍ່ມີການຈັດການຄວາມສ່ຽງ ຂ້ອຍຕ້ອງປັບປຸງຈຸດນີ້ 
------------------------------------------------------------------------------------
(ມື້ທີ15) ວັນທີ່ 23.8.2019




ມື້ນີ້ເປັນມື້ວັນສຸກຂ້ອຍຕື່ນເຊົ້າປົກກະຕິ ມາກໍ່ອ່ານເວັບ konlenforex ຂອງ TanTrader ກ່ຽວກັບບຸກຄົນປະສົບຄວາມສໍາເລັດ ແລະ ອ່ານເວັບອື່ນແຕ່ບໍ່ຈື່ຊື່ ອ່ານກ່ຽວກັບຈິດຕະວິທະຍາ ແລະ ການບໍລິຫານເງິນຕົ້ນ ມື້ນີ້ບໍ່ໄດ້ເບີ່ງວີດີໂອເທຣດ 

ສ່ວນການເທຣດມື້ນີ້ຂ້ອຍເອົາ patterns ມາໃຫ້ເຂົ້າກັບເທັກນິດ TSR ເປັນການລໍຖ້າຢ່າງດົນຫຼາຍແຕ່ຖືເປັນການຝືກວິໄນ ມື້ນີໄດ້ເທຣດ 5 ໄມ້ເທົ່ານັ້ນ ແຕ່ສາມາດ+ໄດ້ ໃນຊ່ວງຕອນແລງນີ້ຍັງຢາກເທຣດຢູ່ ແຕ່ເນັດມັນຊ້າຫຼາຍຂື້ນຈຶ່ງຢຸດ ເພາະເນັດຊ້າຈະເຮັດໃຫ້ເສຍສະມາທິອາລົມຮ້ອນງ່າຍຈື່ງຢຸດ ອັນນີ້ເວົ້າໂມເດວສອງ ໂມເດວໜື່ງຍັງບໍ່ໄດ້ເທຣດເລີຍເພາະຄອມຍັງບໍ່ໄດ້ລົງວິນໂດໂປຮມຂແງຂ້ອຍ MT4 ເຂົ້າບໍ່ໄດ້ເພາະບໍ່ຈື່ລະຫັດລໍຖ້າໃຫ້ ລົງວິນໃຫມ່ຈຶ່ງສະມັກໃຫມ່ແລ້ວຈື່ງກັບມາເທຣດຄືເກົ່າ

------------------------------------------------------------------------------------
(ມື້ທີ16) ວັນທີ່ 25.8.2019




ມື້ນີ້ເປັນມື້ວັນອາທິດ ຂ້ອຍຕື່ນປົກກະຕິ ສ່ວນເລື່ອງການອ່ານ ແລະ ການເບີ່ງການເທຣດຂ້ອຍ ບໍ່ໄດ້ອ່ານ ແລະ ບໍ່ໄດ້ເບີ່ງ 

ມື້ນີ້ຂ້ອຍເທຣດຕອນເຊົ້າ ມື້ເທຣດຕາມ  patterns ແລະ ອ່ານກຮາຟວ່າມັນຈະໄປຕາມທິດສະດີທີ່ເຮົາຮຽນ ແລະ ອ່ານມາຫຼືບໍ ຂ້ອຍຕ້ອງເຮັດແບບນີ້ໄປເລຶ້ອຍໆຈົນເຂົ້າໃຈ ແລະ ເຫັນຫຼາຍຫຼາຍຄັ້ງມັນເປັນໄປຕາມທິດສະດີຂອງ patterns ບໍ ສ່ວນມື້ນີ້ຂ້ອຍສາມາດເທຣດໄດ້ + 
ສີ່ງທີ່ຜິດພາດຂອງມື້ນີ້ຄືມືໄປກົດເອງໂດນເອງໂດຍບໍ່ໄດ້ຊື້ຂາຍຈິງຈິງອັນນີ້ຕ້ອງຕັ້ງໃຈ ແລະ ມີອີກຢ່າງຄື ມີ 1 ອໍເດີຂ້ອຍໃຊ້ອາລົມເຂົ້າມາບໍ່ເຮັດຕາມວິໄນອັນນີ້ຕ້ອງປັບປຸງ

------------------------------------------------------------------------------------
(ມື້ທີ17) ວັນທີ່ 26.8.2019



ມື້ນີ້ເປັນມື້ວັນຈັນ ຂ້ອຍຕື່ນປົກະຕິ ມື້ນີ້ເລື່ອງອ່ານ ແລະ ເບີ່ງບໍ່ໄດ້ທໍາເລີຍ ແຕ່ມື້ນີ້ໄດ້ລົງວິນໂດໃຫມ່ ລົງໂປຮມແກມເທຮດໃຫມ່ ມື້ນີ້ໄດ້ໂປຮມກັບມາຄືເກົ່າສ່ວນ ອິນດີ້ຕ້ອງໄປດາວໂຫຼດໃຫມ່ຫມົດສໍາສັບໃນ forex 

ມື້ນີ້ບໍ່ໄດ້ເດທຮດເພາະເຮັດວຽກແຕ້ມແບບມາ 3 ຊົ່ວໂມງ ຄິດວ່າຈະເທຮດເນັດກໍ່ຊ້າເລີຍບໍ່ໄດ້ເທຣດ ສໍາມື້ນີ້ເທົ່ານີ້ກ່ອນ

------------------------------------------------------------------------------------
(ມື້ທີ18) ວັນທີ່ 27.8.2019



ມື້ນີ້ເປັນມື້ວັນອັງຄານ ຂ້ອຍຕື່ນປົກກະຕິຕື່ນມາກໍ່ແຕ້ມແບບໄຟຟ້າ ມື້ນີ້ບໍ່ໄດ້ເບີ່ງການເທຮດ ແລະ ອ່ານການເທຮດເປັນມື້ທີ່ 3 ແລ້ວ ຂ້ອຍຕ້ອງເບີ່ງໃຫ້ໄດ້ກ່ອນນອນຄືນນີ້

ສ່ວນເລື່ອງການເທຣດ ມື້ນີ້ ໂມເດວ1 ຂອງຂ້ອຍເທຣດ win3 lose3 ແຕ່ເນື່ອງຈາກຂ້ອຍຊ້ອຍໄມ້ຈືື່ງເຮັດໃຫ້ເສຍເງິນຈໍານວນເງິນ 4 ຕາເຮັດໃຫ້ຂາດທືນ ຕ້ອງໄປຫາ ແລະ ແກ້ໄຂໃຫ້ໄດ້ຂໍ້ນີ້ ຄືຄົນປະສົບຄວາມເລັດເຂົາເນັ້ນທໍາເງິນຫຼາຍກວ່າເນັ້ນຖືກຕ້ອງ ຕ້ອງໄປທໍາຄວາມເຂົ້າໃຈວ່າສອງອັນນີ້ຕ່າງກັນແນວໃດ ແລະ ເຮັດແນວໃດ ໂມເດວທີ່1 ຕ້ອງປັບປຸງ

ສ່ວນໂດວສອງ ຂ້ອຍເຮັດໄດ້ຢູ່ໃນວິໃນ ແລະ ກົດຂອງຂ້ອຍ ມື້ນີ້ຂ້ອຍສາມາດທໍາມັນໄດ້ +
ແຕ່ຂ້ອຍຕ້ອງມີເປົ້າໝາຍ ແລະ ແຜນເທຣດໃຫ້ຊັດເຈນກວ່ານີ້

------------------------------------------------------------------------------------
(ມື້ທີ19) ວັນທີ່ 28.8.2019



ມື້ນີ້ເປັນມື້ວັນພຸດ ເປັນມື້ືທີ່ຂ້ອຍຕຶນມາແລ້ວໃຊ້ເວລາຢ່າງມີຄ່າຫຼາຍເພາະຂ້ອຍທັງຟັງເລື່ອງຄວາມຮູ້ການເທຣດ ແລະ ຍັງເບີ່ງການເທຣດຂອງຄົນອື່ນອີກດ້ວຍ

ມື້ນີ້ຂ້ອຍເທຣດຕອນບ່າຍ 2 ສໍາລັບໂມເດວ 1 ມື້ນີ້ຂ້ອຍເທຣດຢ່າງລະມັດລະວັງຂ້ອຍເທຣດ 2 ຊົ່ວໂມງເຂົ້າ 2 ອໍເດີ້ ວິນທັງສອງເລີຍ ແຕ່ກໍ່ເສຍດາຍບາງໂອກາດໄປ ເພາະຂ້ອຍຫາກໍ່ເທຣດເບີ່ງແນວຮັບແນວຕ້ານບວກກັບ ອິນດີ້ໃນ  MT4  ຍັງບໍ່ໄດ້ເຂົ້າໃຈ ແລະ ຊໍານານກັບມັນຍັງຕ້ອງຝືກໄປນານເລີຍ

ໂມເດວສອງ ຂ້ອຍເທຣດຕອນ 20 ໂມງເທຣດໄດ້ 1 ຊົ່ວໂມງເຂົ້າ 4 ອໍເດີ win2 lose2  ຂ້ອຍຈື່ງ stop lose ໄປເພາະຮູ້ສືກວ່າຕົນເອງເລີ່ມບໍ່ເຮັດຕາມກົດ ເລີ່ມຕີແນວຮັບແນວຕ້ານຜິດໄປ ແລະ ລວມໄປເຖິງຢາກເອົາຄືນແລ້ວ ເລີ່ມສັງເກດກຣາຟແບບບໍ່ເຫັນທິດທາງແລ້ວ ຖ້າດັນເທຣດໄປຕ້ອງຂາດວິໄນໄປສູ່ການລ້າງພອດແນ່ນອນ

------------------------------------------------------------------------------------
(ມື້ທີ20) ວັນທີ່ 29.8.2019




ມື້ນີ້ເປັນມື້ວັນພະຫັດ ຂ້ອຍຕື່ນປົກກະຕິມື້ນີ້ຂ້ອຍບໍ່ໄດ້ອ່ານກ່ຽວກັບການເທຣດ ແຕ່ມື້ນີ້ຂ້ອຍໄດ້ຟັງເລື່ອງກ່ຽວກັບບໍລິຫານເງິນບໍລິຫານອາລົມຈາກນັກເທຣດ Coach Dome ກໍ່ໄດ້ຄວາມຫຼາຍເຕີບແຕ່ຈະໄປໃຊ້ຫຼືບໍຂື້ນຢູ່ກັບຂ້ອຍ ພ້ອມທັງເບີ່ງຈຸດເຂົ້າອໍເດີ ຫຼື ທາງເທັກນິກ

ການເທຮດມື້ນີ້ຂ້ອຍເທຣດ ໂມເດວ1 ຕອນ 14 ໂມງຈົນເຖິງ 16 ໂມງໄດ້ເຂົ້າອໍເດີ 2 ໄມ້ເຖິງໄດ້ເຂົ້າອໍເດີນ້ອຍແຕ່ຖືວ່າເປັນການເຂົ້າອໍເດີທີ່ໝັ້ນໃຈ ແລະ ເປັນການຝືກຝົນຄວາມອົດທົນລໍໂອກາດທີ່ດີແລະມີໂອກາດຊະນະຫຼາຍກວ່າແພ້ ໂມເດວ1 ມື້ນີ້ໄດ້ບວກ

ສ່ວນໂມເດວ2 ມື້ນີ້ເທຣດສອງຮອບ ຮອບທີ່1 20:00 ຫາ 20:45 ເທຣດຕິດລົບ ແພ້3 ຊະນະ1 ເພາະຂ້ອຍວິເຄາະຜິດພາດໄປບວກກັບແຊັດໂຊຊ່ຽວບໍ່ມີສະມາທິໃນການເທຣດພ້ອມແກ້ໄມ້ຜິດພາດຈົນເສຍຫາຍໄມ້ 4 ໂດລາພັກຜ່ອນ 1 ຊົ່ວໂມງຜ່ານໄປ ຮອບສອງມາ 22:00 ຫາ 22:30 ເຂົ້າ 2 ອໍເດີຊະນະໝົດຢຸດເພາະບໍ່ມີຈຸດເຂົ້າອໍເດີທີ່ດີເພາະໃນຂະນະນັ້ນຂ້ອຍສັງເກດຫຼືຊອກບ່ອນເຂົ້າອໍເດີຈື່ງຢຸດ ໂມເດວ2 ມືນີ້ຕິດລົບ

ສີ່ງຂ້ອຍຕ້ອງໄປເຮັດຄື ເຂົ້າໃຈຕົນເອງໃຫ້ຫຼາຍກວ່ານີ້ ໄປທົບທວນຕົວເອງວ່າສີ່ງທີ່ເຮັດຜິດພາດນັ້ນເປັນເພາະຫຍັງ ເປັນຫຍັງຕ້ອງເຮັດແນວນັ້ນ 
------------------------------------------------------------------------------------
(ມື້ທີ21) ວັນທີ່ 30.8.2019


ມື້ນີ້ເປັນມື້ວັນສຸກ ມື້ຂ້ອຍບໍ່ໄດ້ເທຣດເພາະມີວຽກແຕ້ມແບບໃຫ້ແລ້ວຈື່ງແຕ້ມແຕ່ແບບໝົດມື້ ໝົດຊ່ວງຄໍ່າຄໍ່າ ແຕ່ເມື່ອຍຫຼາຍຈື່ງບໍ່ເທຣດເພາະວ່າເມຶ່ອເຮົາເມື່ອຍແລ້ວສະໝອງຈະບໍ່ເຮັດວຽກ ດັ່ງເທຣດໄປອາດຈະເສຍໄປກໍ່ໄດ້ຢຸດແລ້ວດີກວ່າມາເສຍພອດຫຼາຍຫຼາຍ 

ແຕ່ໃນຂະນະແຕ້ມແບບຂ້ອຍກໍ່ຟັງວິດີໂອສອນການບໍລິຫານພອດແນວໃດໃຫ້ເຕີບໂຕ ເຮັດແນວໃດຈື່ງຄວບຄຸມໄດ້ອາການຫົວຮ້ອນເອົາຊະນະຄວາມກົວແພ້ໃນຕະຫຼາດ ແລະ ເຂົ້າທົບທວນພຶ້ນຖານແທ່ງທຽນອີກຄັ້ງເພາະພຶ້ນຖານເປັນສີ່ງສໍາຄັນ ຖ້າພຶ້ນຖານແຂງແຮງອາດຈະບໍ່ລົ້ມງ່າຍງ່າຍ 

------------------------------------------------------------------------------------
(ມື້ທີ22) ວັນທີ່ 31.8.2019



ມື້ນີ້ເປັນມື້ວັນເສົາ ຂ້ອຍເບີ່ງວີດີໂອເທຣດ ແລະ ອ່ານກ່ຽວກັບ 4 ໄລຍະການເປັນເທຣດເດີຂັ້ນຊຽນໄດ້ຮູ້ເຮົາຢູ່ໃດ ແລ້ວ ຕ້ອງໄປຮຽນຮູ້ພັດທະນາກ່ຽວກັບທົດສອບທໍາສະຖິຕິການເທຣດໃຫ້ເຂົ້າເຄື່ອງມືນັ້ນນັ້ນໃຫ້ລະອຽດ ເລື່ອງຂອງຈິດໃຈ ເລື່ອງບໍລິຫານບໍ ແລະ ເລື່ອງວິໄນ

ມື້ນີ້ຂ້ອຍເຂົ້າເທຣດຕະຫຼາດ OTC ມື້ນີ້ບໍ່ມີວໍລຸ່ມ ເທຣດຍາກຫຼາຍພ້ອມກັບເກີດສັນຍານຊື້ຂາຍບໍ່ສົມບູນ ບໍ່ເກິດທີ່ແນວຮັບແນວຕ້ານ ມື້ນີ້ຂ້ອຍເທຣດ Lose3 Win3 

ມື້ນີ້ແກ້ໄມ້ເກືອບເສຍມັນສ່ຽງຫຼາຍ ຂ້ອຍຕ້ອງຄິດກ່ຽວກັບການຮັກສາທຶນໃຫ້ໄດ້ຫຼາຍກ່ຽວຫຼາຍເລື່ອງກໍາໄລເພາະຖ້າບໍ່ມີທຶນຂ້ອຍກໍ່ບໍ່ໄດ້ລົງທຶນ ຕ້ອງຄິດເຖິງຄວາມສ່ຽງກ່ອນກໍາໄລ


No comments:

Post a Comment