February 2/2020


(ມື້ທີ111) ວັນທີ່ 12.2.2020

ມື້ນີ້ວັນພຸດຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ເຮັດຫຍັງເລີຍ ເນື່ອງພັກຜ່ອນຈາກການລ້າງພອດມາ ດັ່ງນັ້ນມື້ອື່ນຂ້ອຍຕ້ອງເຮັດທຸກຢ່າງຕາມລໍາດັບຄືເກົ່າ

ໂມເດວ1 ບໍ່ໄດ້ເທຣດມື້ນີ້ ແຕ່ຜົນຂອງການເທຣດທີ່ຜ່ານມານັ້ນມັນຕິດລົບນັບເປັນເປີເຊັນແມ່ນເສຍ 10 ເປີເຊັນແລ້ວ

ໂມເດວ2 ເຂົ້າຝືກເທຣວິເຄາະກຣາມ 30 ນາທີເຂົ້າ 3 ໄມ້ ຊະນະ 2 ແພ້ 1

---------------------------------------------------------------------------------------
(ມື້ທີ112) ວັນທີ່ 13.2.2020


ມື້ນີ້ວັນພະຫັດຂ້ອຍຕື່ນຊ້າຫຼາຍ ເພາະມື້ວານນີ້ເບີ່ງຊີຣີ່ຈົນເຊົ້າ ມື້ນີ້ບໍ່ໄດ້ອ່ານໜັງສື ບໍ່ໄດ້ວິເຄາະຜົນການເທຣດທີ່ຜ່ານມາ ບໍ່ໄດ້ອ່ານຫຼືຟັງເລື່ອງເພີ່ມກໍາລັງໃຈ

ໂມເດວ1 ມື້ນີເທຣດ scalping Gold ປິດກໍາໄລ 3 ໂດລາ ບັນຊີເດໂມ່

ໂມເດວ2 ມຶ້ນີ້ຝືກເທຣດວິເຄາະກຣາຟ 2 ຊ່ວງລວມທັງໝົດ 3 ຊົ່ວໂມງ ມື້ນີ້ຖືວ່າເຮັດໄດ້ເພາະຂ້ອຍສາມາດທໍາມັນຢ່າງມີຄວາມສຸກກັລການວິເຄາະ ແລະ ລໍຖ້າໄປກັບກຣາຟ ບວກສາມາດທໍາມັນຈົນຄົບຊົ່ວໂມງ

---------------------------------------------------------------------------------------
(ມື້ທີ113) ວັນທີ່ 14.2.2020


ມື້ນີ້ວັນພະຫັດຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ວິເຄາະຜົນການເທຮດ ເບີ່ງການເຂົ້າອໍເດີ້ຂອງທ່ານໜື່ງທີ່ມີວິນເລດດີຫຼາຍ ບໍ່ໄດ້ອ່ານບົດຄວາມ

ໂມເດວ1​ ເຂົ້າ 1 ອໍເດີ້ ແຕ່ມັນກໍ່ເທົ່າທືນ

ໂມເດວ2 ຍັງຝືກຝົນຄືເກົ່າ ມື້ນີ້ກໍ່ເປັນອີກມື້ໜື່ງທີ່ຂ້ອຍເຮັດໄດ້ຕາມເວລາທີ່ວາງໄວ້ສໍາລັບການຝືກຝົນ ຂ້ອຍຕ້ອງເຮັດແບບນີ້ໃຫ້ໄດ້ທຸກໆມື້ ຂ້ອຍຕ້ອງປະສົບຄວາມສໍາເລັດແນ່ ມີຄວາມສຸກຫຼາຍທີ່ເຮັດໄດ້ຕາມເວລາຄົບທີ່ຕົວເອງວາງໄວ້ 
---------------------------------------------------------------------------------------
(ມື້ທີ114) ວັນທີ່ 17.2.2020



ມື້ນີ້ວັນຈັນ ຂ້ອຍຕື່ນຊ້າຫຼາຍເນື່ຶອງມື້ວານນີ້ນອນເດີກຫຼາຍ ມື້ນີ້ບໍ່ໄດ້ເຮັດຫຍັງບໍ່ອ່ານບົດຄວາມ ບໍ່ໄດ້ອ່ານໜັງສຶ ບໍ່ໄດ້ເບີ່ງອໍເດີ້ຂອງຄົນອື່ນ ແຕ່ຈະອ່ານ 1 ບົດຄວາມກ່ອນນອນ

ໂມເດ1 ບໍ່ໄດ້ເຂົ້າອໍເດີ້ເພາະຕັ້ງອໍເດີ້ໄວ້ແຕ່ມັນບໍ່ໂດນ ດັ່ງນັ້ນມື້ນີ້ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກເທຣດວິເຄາະກຣາຟຄົບ 4 ຊົ່ວໂມງຕາມເຄີຍ ມື້ນີ້ມີຫຼາຍບ່ອນບໍ່ເຂົ້າໃຈ ແລະ ຍັງມີຫຼາຍຈຸດທີ່ເຮັດບໍ່ໄດ້ດີ 
ຂ້ອຍເທຣດທຸກສັນຍານທີ່ມັນເກີດໂດຍທີ່ບໍ່ເບີ່ງພາບລວມ ແລະ ບໍ່ເລືອກແນວທີ່ມັນໃຊ້ໄດ້ຈິງໆ
ມື້ອື່ນຂ້ອຍຕ້ອງເລືອກແນວທີ່ແຂງແຮງ ແລະ ຄົບເງື່ອນໄຂ ຍັງມີອີກຂໍ້ຄືຂ້ອຍບໍ່ເຂົ້າຈຸດໄດ້ປຽບ ຫຼື ໂຊນໄດ້ປຽບ
---------------------------------------------------------------------------------------
(ມື້ທີ115) ວັນທີ່ 18.2.2020



ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າແລ້ວ ມື້ນີ້ບໍ່ໄດ້ອ່ານບົດຄວາມ ວິເຄາະຕົວເອງກ່ອນຕື່ນນອນ ບໍ່ໄດ້ເບີ່ງອໍເດີ້ຂອງຄົນອື່ນ

ໂມເດວ1 ເຂົ້າອໍເດີ້ທອງຄໍາໄປແລ້ວຍັງບໍ່ຮູ້ວ່າຜົນເປັນແນວໃດຕ້ອງລໍຖ້າເບີ່ງມື້ອື່ນ

ໂມເດວ2 ມື້ນີ້ຝືກຝົນເບີ່ງກຣາຟໄດ້ພຽງ 2 ຊົ່ວໂມງມື້ນີ້ໄດ້ບົດຮຽນມາ ແລະ ມີໂຕຍັງບໍ່ເຂົ້າຕ້ອງເບີ່ງໄປ 2 3 ມື້ ແລະ ທົດສອບວ່າມັນຈະເປັນແບບທີ່ຂ້ອຍເຂົ້າໃຈ ແລະ ຄິດບໍ

---------------------------------------------------------------------------------------
(ມື້ທີ116) ວັນທີ່ 19.2.2020



ມື້ນີ້ວັນພຸດ ຂ້ອຍຕື່ນຊ້າຫຼາຍ ຕ້ອງພະຍາຍາມຕື່ນເຊົ້າໃຫ້ໄດ້ ເພາະມັນຈະເຮັດໃຫ້ຂ້ອຍເຮັດວຽກໄດ້ຫຼາຍກວ່ານີ້ ມື້ນີ້ວິເຄາະຕົວເອງ ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ບໍ່ໄດ້ອ່ານບົດຄວາມ 

ໂມເດວ1 ມື້ນີ້ບໍ່ໄດ້ວິເຄາະກຣາຟບໍ່ໄດ້ເຂົ້າອໍເດີ້ ສ່ວນອໍເດີ້ມື້ວານນີ້ສາມາດທໍາກໍາໄລໄດ້ 3 ໂດລາ ເກືອບ cover loss  ໄດ້ແລ້ວ

ໂມເດວ2 ມື້ນີ້ບໍ່ໄດ້ຝືກຝົນວິເຄາະເທຣດ ແຕ່ເທຣດບັນຊີເງິນເທຣດໄດ້ 1 ໄມ້ຊະນະແລ້ວເຊົາເພາະໄດ່ອອກໄປຂ້າງນອກຈື່ງພັກຜ່ອນສໍາລັບມື້ນີ້
ມື້ອື່ນຂ້ອຍຕ້ອງຝືກຝົນໃຫ້ໄດ້ 4 ຊົ່ວໂມງ ຕ້ອງເຮັດໃຫ້ໄດ້ແບບນີ້ສະໝໍ່າສະເໝີເພື່ອຄວາມກ້າວໜ້າ ແລະ ຊ່ຽວຊານຕໍ່ການເທຣດ
---------------------------------------------------------------------------------------
(ມື້ທີ117) ວັນທີ່ 20.2.2020


ມື້ນີ້ວັນພະຫັດຂ້ອຍຕື່ນຊ້າໄປນ້ອຍໜື່ງ ມຶ້ນີ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນຟັງວີດີໂອຈິດຕາວິທະຍາ ວິເຄາະຕົວເອງແຕ່ບໍ່ໄດ້ວິເຄາຜົນການເທຣດຂອງຕົວເອງ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກຝົນ 4 ຊົ່ວໂມງ ສ່ວນເທຣດຈິງເທຣດ 2​ ຊົ່ວໂມງເຂົ້າ 3​ອໍເດີ້ ແພ້2​ ຊະນະ 1 ໂມເດວ2 ນີ້ຂ້ອຍມີບັນຫາການເຂົ້າອໍເດີ້ສວນເທຣນທີ່ 61.8 ຂ້ອຍຕ້ອງໄປແກ້ໄຂຢູ່ບ່ອນນີ້ ບັນຫາກໍ່ຄື ຍັງບໍ່ເຂົ້າໃຈວ່າການອ່ອນແຮງ ແລະ ແທ່ງກັບຕົວ ແທ່ງທົດສອບເປັນແນວໃດ ພຶດຕິກໍຂອງລາຈຸດນີ້ເປັນແນວ ລັກສະນະແນວໃດຄືຄວນໄປຕໍ່ ລັກສະນະແນວໃດຄືທະລຸບໍ່ຜ່ານ ຕ້ອງໄປສືກສາ ແລະ ທົດສອບ ແລະ ອີກບັນຫາຄືການຕັດສິນໃຈ ຂ້ອຍຍັງຕັກສິນໃຈແບບລັງເລ ຍັງບໍ່ໝັ່ນໃຈ ຍັງໄຮ້ໃຈບໍ່ທັນໄດ້ 
---------------------------------------------------------------------------------------
(ມື້ທີ118) ວັນທີ່ 21.2.2020


ມື້ນີ້ວັນສຸກ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາ ແລ້ວກໍ່ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ຟັງຈິດຕະວິທະຍາການເທຣດ ບໍ່ໄດ້ອ່ານໜັງສື

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ຝືກຝົນວິເຄາະກຣາຟຄົບ 4 ຊົ່ວໂມງ ເຂົ້າເທຮດຈິງ 2 ຊົ່ວໂມງເຂົ້າ 3 ອໍເດີ້ ຊະນະ2 ແພ້1 
ຂ້ອຍຍັງມີບັນຫາເລື່ອງຂອງຈິດໃຈເລື່ອງການຕັດສິນໃຈ ຍັງລັງເລ
ອີກ1ບັນຫາກໍຄືຍັງບໍ່ທັນຊໍານານພໍ ຈື່ງເຮັດໃຫ້ມີຄວາມສັບສົນໃນການເຂົ້າອໍເດີ້ຕົວຢ່າງເຊັ່ນ ກໍລະນີ Breakout  ແລະ ບໍ່  Breakout , Breakout ຫຼອກ ແລະ  Breakout ຈິງ Sma5 next level ກັບ follow Up And Down 
---------------------------------------------------------------------------------------
(ມື້ທີ119) ວັນທີ່ 24.2.2020


ມື້ນີ້ວັນຈັນ ຂ້ອຍຕື່ນຊ້າກວ່າປົກກະຕິ ວິເຄາະຕົວເອງກ່ອນລຸກນອນ ແຕ່ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ບໍ່ໄດ້ອ່ານບົດຄວາມ ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ເຂົ້າ 2 ອໍເດີ້ 1 ແພ້ 1 ຊະນະ ແຕ່ຜົນລວມຂ້ອຍເສຍຫາຍຕິດລົບ 4 ໂດລາ

ໂມເດວ2 ມື້ຝືກຝົນໄດ້ 2 ຊົ່ວໂມງ ການເຂົ້າອໍເດີ້ເທຣດບັນຊີຈິງ ປະມານ 1 ຊົ່ວໂມງເຄີ່ງໄດ້ເຂົ້າ 1 ອໍເດີ້ ຊະນະ ແລະ ກຣາຟ ບໍ່ຄ່ອຍສ້າງຮູບແບບຊັດເຈນເທົ່າໃດຂ້ອຍຈື່ງເຊົາ

---------------------------------------------------------------------------------------
(ມື້ທີ120) ວັນທີ່ 25.2.2020


ມື້ນີ້ວັນອັງຄານ ຂ້ອຍຕື່ນປົກກະຕິ ຕື່ນມາວິເຄາະຕົວເອງ ແຕ່ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງມື້ອື່ນຂ້ອຍຕ້ອງເຮັດ ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ບໍ່ໄດ້ອ່ານບົດຄວາມ 

ໂມເດວ1 ເຂົ້າ 1 ອໍເດີ sell ຕ້ອງເບີ່ງວ່າຈະເປັນແນວໃດມື້ອື່ນ ຂ້ອຍເທຣດຕາມ indy ບໍ່ໄດ້ເບີ່ງປັດໄຈພື້ນຖານ

ໂມເດວ2 ມື້ນີ້ຝືກວິເຄາະກຣາຟໄດ້ 3 ຊົ່ວໂມງເຄີ່ງບໍ່ຄົບ 4 ຊົ່ວໂມງ ການເຂົ້າບັນຊີຈີງເທຣດ 1 ຊົ່ວໂມງເຄີ່ງໄດ້ເຂົ້າ 1 ອໍເດີ້ ຊະນະ ແຕ່ຊະນະແບບສີວໆ ສີມືການເທຣດຂອງຂ້ອຍຍັງບໍ່ໄດ້ດີນັກເພາະຂ້ອຍອໍເດີ້ໄດ້ສ່ຽງເກີນໄປຕະຫຼອດຊະນະໄດ້ນ້ອຍໜື່ງຂ້ອຍຕ້ອງພັດທະນາຕໍ່ໃຫ້ດີກວ່າ ຫາສາເຫດ ເຫດຜົນວ່າເປັນຫຍັງ ແລະ ແກ້ໄຂມັນ ສ່ວນເທັກນິດການເຂົ້າອໍເດີ້ສວນເທຣດແບບ Rejection  ຂອງຂ້ອຍນັ້ນເບີ່ງຄືວ່າບໍ່ໄດ້ເຂົ້າອໍເດີ້ເລີຍ ມື້ອື່ນຂ້ອຍຕ້ອງໄປຝືກຝົນທ່ານີ້ບວກອີກ
---------------------------------------------------------------------------------------
(ມື້ທີ121) ວັນທີ່ 26.2.2020


ມື້ນີ້ວັນພຸດຂ້ອຍຕື່ນປົກະຕິຕື່ນມາກໍ່ວິເຄາະຕົວເອງກ່ອນຕື່ນ ວິເຄາະຜົນການເທຣດ ເບີ່ງການເທຣດຂອງຄົນອື່ນ ບໍ່ໄດ້ອ່ານບໍ່ຄວາມ ບໍ່ໄດ້ຟັງຈິດຕະວິທະຍາ

ໂມເດວ1 ອໍເດີ້ມື້ວານນີ້ປິດທໍາກໍາໄລ 12 ໂດລາ ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ໄວ້ເຂົ້າມື້ອື່ນຕອນເຊົ້າ

ໂມເດວ2 ຝືກຝົນວິເຄາະກຣາຟ 4 ຊົ່ວໂມງຕາມເຄີຍ ແຕ່ຂ້ອຍຍັງບໍ່ໄດ້ເຮັດມັນໃຫ້ເປັນລະບົບແລ້ວສະຫຼຸບຜົນອອກມາວ່າເທັກນິດນີ້ Winrate  ເທົ່າໃດ ຂໍ້ຄວນ ແລະ ຂໍ້ຫ້າມ ໃຊ້ດີໃນກຣາຟແບບໃດ ອັນນີ້ຂ້ອຍຈະຕ້ອງໄປເຮັດມັນ
ການເຂົ້າອໍເດີ້ຈີງເທຣດ 2 ຊົ່ວໂມງເຂົ້າ 2 ອໍເດີ້ ຊະນະ1 ແພ້1 ແພ້ເພາະຄວາມຜິດບາດມືໄປກົດບວກກັບການວິເຄາະບໍ່ຊັດເຈນແລະຍັງເປັນເທັກນີດໃຫມ່ຂ້ອຍຍັງບໍ່ຊໍານານມັນຕ້ອງໄປຝືກຝົນຫຼາຍໆ
---------------------------------------------------------------------------------------
(ມື້ທີ122) ວັນທີ່ 27.2.2020



ມື້ນີ້ວັນພະຫັດ ຂ້ອຍຕື່ນປົກະຕິ ມື້ນີ້ບໍ່ໄດ້ວີເຄະຜົນການເທຣດຂອງເອງ ບໍ່ໄດ້ເບີ່ງການເຂົ້າອໍເດີ້ ບໍ່ໄດ້ອ່ານບັດຄວາມ ແຕ່ຟັງຈິດຕາວິທະຍາການເທຮດ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກຝົນໄດ້ 1 ຊົ່ວໂມງຖືວ່າເປັນມື້ທີ່ຂີ້ຮ້າຍຫຼາຍສໍາລັບການຝືກຝົນ ຂ້ອຍຕ້ອງພະຍາຍາມຝືກໃຫ້ໄດ້ 4 ຊົ່ວໂມງຕໍ່ມື້ໃຫ້ໄດ້ເພື່ອໃຫ້ເຂົ້າໃຈພຶດຕິກໍາຂອງກຣາຟຢ່າງແທ້ຈິງແລ້ວທໍາມັນເປັນລະບົບຢ່າງແທ້ຈິງ
ສ່ວນການເຂົ້າເທຣດບັນຊີຈິງມື້ນີ້ບໍ່ໄດ້ເທຣດ

No comments:

Post a Comment