December 12/2019

(ມື້ທີ86) ວັນທີ່ 3.12.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນສາຍຫຼາຍ ຂ້ອຍບໍ່ໄດ້ເຮັດຫຍັງເລີຍຕະຫຼອດ 8 ມື້ຜ່ານມານີ້ເນື່ອງຈາກກີນຈຽງ ການກີນຈຽງນີ້ຜົນຂອງມັນເຮັດໃຫ້ມີຂໍ້ເສຍຫຼາຍຢ່າງ ຂີ້ຄ້ານຫຼາຍກວ່າເກົ່າ ພາດການຝືກຝົນຕະຫຼອດ 8 ມື້ ເປົ້າໝາຍທີ່ຕັ້ງໄວ້ຫາຍແວັບໃນສະໝອງໄປເລີຍ ລືມເລື່ອງສໍາຄັນຂອງຊີວິດ ໄຟໃນຕົວເອງຫາຍໄປ 20 ເປີເຊັນ ແຕ່ບໍ່ເປັນຫຍັງຖືເປັນການປົດປ່ອຍຕົວເອງໃນອີກມູມມອງໃຫມ່ ແລະ ການຮຽນຮູ້

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ບໍ່ໄດ້ Backest ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດໄດ້ 30 ນາທີ່ເຂົ້າ 2 ອໍເດີ້ ຊະນະ 2 ອໍເດີ້ ແຕ່ເທຣດບັນຊີແຂ່ງຂັນ

ມື້ນີ້ກໍ່ເປັນມື້ຈົດບັນທືກມື້ທໍາອິດຂອງເດືອນມາທົບທວນວ່າໄດ້ຫຍັງໃນເດືອນນີ້ ແລະ ຈະເຮັດຫຍັງໃນເດືອນຕໍ່ໄປນີ້

ເດືອນນີ້ຂ້ອຍໄດ້ຮຽນຮູ້ ແລະ ຝືກຝົນເລື່ອງຈິດຂອງໃຈ ເລື່ອງຂອງການສະຫງົບນີ່ງເວລາເຂົ້າເທຣດເຮັດແນວໃດໃຫ້ບໍ່ໃຫ້ມີອາລົມຮ່ວມເວລາເທຣດ ເດືອນນີ້ຂ້ອຍຍັງເຮັດບໍ່ໄດ້ດີປານໃດແຕ່ຖືວ່າເປັນຂັ້ນທໍາອິດທີ່ດີໃນການເລີ່ມຕົ້ນ
ເດືອນຕໍ່ໄປນີ້ສີ່ງທີ່ຕ້ອງເຮັດກໍ່ຄື ຝືກເລື່ອງຂອງຈິດໃຈດໍາເນີນໃຫ້ເຂົ້າໃຈເຖິງແກ່ນແທ້ຂອງຫຼັກການໄຣ້ໃຈ ແລະ ຝືກສະມາຖິ ໃນເວລາວ່າງແຕ່ງບົດສອນແບ່ງປັນສີ່ງທີ່ຂ້ອຍໄດ້ຮຽນຮູ້ເກັບສະສົມຕະຫຼອດ 10 ເດືອນທີ່ຜ່ານມາ
---------------------------------------------------------------------------------------
(ມື້ທີ87) ວັນທີ່ 4.12.2019

ມື້ນີ້ວັນພຸດ ຂ້ອຍຕື່ນສາຍຄືເກົ່າເພາະຕິດນິດໃສບໍດີແລ້ວ ຕ້ອງແກ້ໄຂມັນ ມື້ນີ້ບໍ່ໄດ້ເຮັດຫຍັງ

ໂມເດວ1 ເຂົ້າ 1 ອໍເດີ້ແຕ່ຖືກ Stoploss ໄປແລ້ວ ບໍ່ເປັນຫຍັງມື້ອື່ນແກ້ໃຫມ່

ໂມເດວ2 ເຂົ້າ 3 ອໍເດີ້ແພ້ 2 ຊະນະ1 ມື້ນີ້ຝືກເທຣດໄດ້ 30 ນາທີ ອາທິດໜ້າຈື່ງເລີ່ມເທຣດບັນຊີເງິນຈິງ ການທີ່ຂ້ອຍແພ້ນັ້ນມາຈາກສອງສາເຫດ 1 ບໍ່ໄດ້ເທຣດຫຼາຍວັນແລ້ວເຮັດໃຫ້ບໍ່ຄຸ້ນເຄີຍຈຸດທີ່ແມ່ນ 2 ເພາະໝັ່ນໃຈເກີນໄປຈື່ງເຮັດໃຫ້ບໍ່ເຊັດແນວໃຫ້ດີດີ ບວກກັບບໍ່ລໍອົງປະກອບໃຫ້ຄົບ


---------------------------------------------------------------------------------------

(ມື້ທີ88) ວັນທີ່ 6.12.2019

ມື້ນີ້ວັນສຸກ ຂ້ອຍຕື່ນສາຍຕາມເຄີຍຜົນມາຈາກການກິນເບຍເຮັດໃຫ້ຂີ້ຄ້ານ ມື້ນີ້ບໍ່ໄດ້ເບີ່ງວີດີໂອການເທຣດ ບໍ່ອ່ານການເທຮດເພາະມີອາການເຈັບຫົວນ້ອຍໜື່ງ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ເພາະບໍ່ມີສັນຍານເຂົ້າອໍເດີ້ ຈື່ງບໍ່ເຂົ້າ

ໂມເດວ2 ຝືກໄດ້ 30 ນາທີ ເທຣດໄປແລ້ວ 8 ອໍເດີ້ ຊະນະ 5 ແພ້ 3 ອໍເດີ້ທີ່ແພ້ສາເຫດມາຈາກການລໍບໍ່ເປັນໄດ້ລາຄາບໍ່ດີຍັງຊື້ ແລະ ຍັງບໍ່ທັນຮອດຈຸດກໍເຂົ້າອໍເດີ້ແລ້ວ ດັ່ງຂ້ອຍຕ້ອງແກ້ຈຸດນີ້ ແລະ ຕັ້ງກົດວ່າ ບໍ່ຮອດຈຸດບໍ່ເທຣດ ບໍ່ໄດ້ລາຄາທີ່ໄດ້ປຽບບໍ່ເຂົ້າອໍເດີ້
ມື້ນີ້ຂ້ອຍຕ້ອງອ່ານບົດຄສ່ມເທຣດ 1 ບົດຄວາມໃຫ້ໄດ້ເພື່ອເຕີມພະລັງໃນການເດີນທາງຂອງເສັ້ນທາງສູ່ການເປັນເທຣດເດີ


---------------------------------------------------------------------------------------

(ມື້ທີ89) ວັນທີ່ 7.12.2019

ມື້ນີ້ວັນເສົາ ຂ້ອຍຕື່ນເຊົ້າ ແຕ່ບໍ່ໄດ້ເຮັດຫຍັງເພາະມີວຽກ ຈື່ງບໍ່ໄດ້ເຮັດຫຍັງ

ໂມເດວ1 ບໍ່ໄດ້ເທຣດ

ໂມເດວ2 ເຂົ້າເທຣດ 1 ອໍເດີ້ກ່ອນນອນ ບໍ່ໄດ້ເຮັດຫຍັງສໍາລັບມືີ້ນີ້ 
ມື້ນີ້ເທົ່ານີ້ກ່ອນ
---------------------------------------------------------------------------------------

(ມື້ທີ90) ວັນທີ່ 8.12.2019

ມື້ນີ້ວັນທິດ ຂ້ອຍຕື່ນຫຼາຍ ມື້ນີ້ບໍ່ໄດ້ເຮັດຫຍັງ ບໍ່ໄດ້ອ່ານການເທຮດ ບໍ່ໄດ້ເບີ່ງວີດີໂອເທຣດ ບໍ່ໄດ້ວິເຄາະຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ເທຣດໄດ້ 3 ຊົ່ວໂມງແບບບໍ່ມີພັກ ສຸດທ້າຍທໍາກໍາໄລບໍ່ໄດ້ລ້າງພອດເລີຍ ພືດຕິກໍາຂອງມື້ນີ້ກໍ່ຄືທໍາກໍາໄລໄດ້ແຕ່ສຸດກໍ່ຄືນຕະຫຼາດໄປໝົດແຖມຕົ້ນທຶນດ້ວຍ ສາເຫດເປັນມາຈາກການບໍ່ມີແຜນ ເທຣດນານເກີນໄປຈົນເມືື່ອຍເຮັດໃຫ້ບໍ່ຢາກວິເຄາະຕະຫຼາດແລ້ວຈື່ງເຂົ້າມົ່ວໆ ຜົນຂອງມື້ນີ້ເຮັດໃຫ້ຮູ້ວ່າການຈະທໍາກໍາໄລໃນມື້ໜື່ງໃຫ້ຫຼາຍຫຼາຍມັນສ່ຽງ ແລະ ອາດເປັນໄປບໍ່ໄດ້ ຄວນມີແຜນເປັນລາຍມື້ແລ້ວທໍາເປົ້າໃຫ້ໄດ້ເປັນອາທິດ
---------------------------------------------------------------------------------------

(ມື້ທີ91) ວັນທີ່ 10.12.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນສາຍ ມື້ນີ້ມີການເດີນທາງໄປວຽງຈັນ ເລີຍບໍ່ໄດ້ເຮັດຫຍັງ 

ໂມເດວ1 ເຂົ້າ 3 ອໍເດີ້ 2 ອໍເດີ້ຖືກ  Stoploss ແລ້ວ ແຕ່ຍັງມີ 1 ອໍເດີ້ ຍັງຢູ່ແດນບວກຢູ່ໄວ້ລໍຖ້າເບີ່ງມື້ອື່ນກ່ອນ ໂມເດວ1 ນີ້ຕ້ອງເອົາໃຈໃສ່ເພາະສ່ວນນີ້ຖືກ Stoploss ຫຼາຍໜັກ

ໂມເດວ2 ມື້ນີ້ເທຣດບັນຊີເງິນ ຈິງເທຣດ 30 ນາທີໄດ້ເຂົ້າ 1 ອໍເດີ້ແລ້ວກໍ່ຊະນະ ແລະ ກໍ່ພັກເລີຍ ມື້ອື່ນຈື່ງເທຣດໃຫມ່ເພາະວ່າມື້ນີ້ເມື່ອຍຫຼາຍ


---------------------------------------------------------------------------------------

(ມື້ທີ92) ວັນທີ່ 11.12.2019

ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າ ມື້ນີ້ອ່ານການເທຣດບໍ່ໄດ້ເບີ່ງການເທຣດ ບໍ່ໄດ້ວິເຄາະຕົວເອງ

ໂມເດວ1 ເຂົ້າອໍເດີ້ 3 ອໍເດິ້ແຕ່ຖືກ Stoploss ໝົດເລີຍ

ໂມເດວ2 ມື້ນີ້ເປີເຊັນຜົນຕອບແທນບໍ່ຮອດ 80 ຈື່ງບໍ່ເທຣດບັນຊີເງິນຈິງ ແຕ່ເທຣດບັນຊີແຂ່ງຂັນລາຍອາທິດມື້ນີ້ລ້າງພອດອີກແລ້ວ ສາເຫດຄືບໍ່ເຮັດຕາມແຜນເ ທຣດແພ້ບໍ່ອອກຈາກຕະຫຼາດ ເທຣດບໍ່ຕາມ Trade Setup ສຸດທ້າຍຈື່ງລ້າງພອດແຂ່ງຂັນລາຍອາທິດ ເວົ້າກໍ່ຄືບໍ່ເຮັດຕາມວິໄນ


---------------------------------------------------------------------------------------


(ມື້ທີ93) ວັນທີ່ 13.12.2019

ມື້ນີ້ວັນວສຸກ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ບໍ່ໄດ້ອ່ານບົດຄວາມການເທຣດ ບໍ່ໄດ້ເບີ່ງວີດີໂອການເທຣດ ບໍ່ໄດ້ວິເຄາະການເຂົ້າອໍເດີ້ຂອງຕົວເອງ ມື້ອື່ນຕ້ອງວິເຄາະການເຂົ້າອໍເດີ້ຂອງຕົວເອງ

ໂມເດວ1 ເຂົ້າ 3​ອໍເດີ້ແຕ່ 1 ອໍເດີ້ຖືກ Stoploss ຍັງ 2 ອໍເດີ້ຕ້ອງລໍຖ້າເບີ່ງວັນຈັນ

ໂມເດວ2 ມື້ນີ້ຝືກເທຣດບັນຊີແຂ່ງຂັນ 1 ຊົ່ວໂມງ ເທຣດບັນຊີຈິງແຕ່ບໍ່ເຂົ້າເຂົ້າອໍເດີ້ເທຣດ 1 ຊົ່ວໂມງເຄີ່ງ ບໍ່ໄດ້ເຂົ້າເພາະກຣາຟບໍ່ມີວໍລຸ່ມ ບໍ່ຊັດເຈນຈື່ງບໍ່ເຂົ້າ ເພາະຂ້ອຍເນັ້ນປະສິດທິພາບຂອງການເທຣດຫຼາຍກວ່າປະລິມານເທຣດ
---------------------------------------------------------------------------------------


(ມື້ທີ94) ວັນທີ່ 14.12.2019

ມື້ນີ້ວັນເສົາ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ອ່ານບົດຄວາມການເທຣດ ບໍ່ເບີ່ງວິເຄາະການເຂົ້າອໍເດີ້ ວິເຄາະຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມໂດວ2 ມື້ນີ້ຂ້ອຍຝືກເທຣດໄດ້ 1 ຊົ່ວໂມງເຄີ່ງ ເທຣດບັນຊີແຂ່ງຂັນເທຣດໝົດ 6 ອໍເດີ້ ຊະນະ 4 ແພ້ 2 ມື້ນີ້ອາລົມບໍ່ດີຈື່ງຢຸດເທຣດທັນທີ ມື້ອື່ນຈື່ງເທຣດໃຫມ່ພັກເພື່ອເປັນການກ້າວທີ່ດີ
---------------------------------------------------------------------------------------

(ມື້ທີ95) ວັນທີ່ 15.12.2019

ມື້ນີ້ວັນອາທິດ ຂ້ອຍຕື່ນເຊົ້າກວ່າປົກກະຕິເພາະເຂົ້ານອນໄວຮ່າຮ່າ ມື້ນີ້ອ່ານບົດຄວາມເທຣດ ບໍ່ໄດ້ເບີ່ງວີດີໂອເທຮດ ວິເຄາະຕົວເອງ ແຕ່ບໍ່ໄດ້ວີເຄາະການເຂົ້າອໍເດີ້ຂອງຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມວເດວ2 ຝືກເທຣດ 2 ຊົ່ວໂມງ ເທຣດບັນຊີແຂ່ງຂັນເທຣດ 6 ອໍເດີ້ ຊະນະ 5 ແພ້ 1 ເທຣດໃນບັນຊີແຂ່ງນີ້ເທຣດໄມ້ໃຫຍ່ໆ ຂ້ອຍຍັງຕື່ນເຕັ້ນຢູ່ຕ້ອງພະຍາມ ແລະ ເຮັດໃຫ້ມັນຊິນໃຫ້ໄດ້ ໃນເດືອນນີ້ຖ້າຂ້ອຍສາມາດທໍາໄດ້ຮອດ 5000$ ໃນບັນຊີກໍ່ຖືວ່າສຸດຍອດແລ້ວ
---------------------------------------------------------------------------------------

(ມື້ທີ96) ວັນທີ່ 16.12.2019

ມື້ນີ້ວັນຈົນ ຂ້ອຍຕື່ນເຊົ້າ ຕື່ນມາກໍ່ວິເຄາະຕົວເອງ ບໍ່ໄດ້ອ່ານບົດຄວາມເທຣດ ບໍ່ໄດ້ເບີ່ງວີດີໂອເທຣດ ບໍ່ໄດ້ວິເຄາະການເຂົ້າອໍເດີ້ຂອງຕົວເອງ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ເພາະຍັງບໍ່ມີສັນຍານເຂົ້າອໍເດີ້ສົ່ງເຂົ້າມາໃຫ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ເທຣດ 3 ຊົ່ວໂມງເທຣດບັນຊີຈິງ 1 ຊົ່ວໂມງເຂົ້າອໍເດີ້ 3​ອໍເດີ້ ແພ້ 2 ຊະນະ 1 ສ່ວນພອດແຂ່ງເຂົ້າ 7 ອໍເດີ້ ແພ້ 2 ຊະນະ 5 
ສາເຫດທີ່ເຮັດໃຫ້ຂ້ອຍແພ້ພອດຈິງມື້ນີ້ມາຈາກ 2 ສາເຫດ
1 ຢາກເຂົ້າອໍເດີ້ເກີນໄປ ຮູ້ທັງຮູ້ກຣາຟບໍ່ງາມ ບໍ່ຊັດເຈນຍັງເຂົ້າ
2 ໃຈນີ່ງບໍ່ພໍ

---------------------------------------------------------------------------------------


(ມື້ທີ97) ວັນທີ່ 17.12.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າ ຕື່ນມາກໍ່ວິເຄາະຕົວເອງ ບໍ່ໄດ້ອ່ານບົດຄວາມເທຣດ ເບີ່ງວີດີໂອເທຣດ ວິເຄາະຜົນການເຂົ້າອໍເດີ້ຂອງຕົວເອງ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ພາດ 1 ອໍເດີ້ມີສັນນຍານ ແຕ່ບໍ່ທັນເຂົ້າ ສ່ວນສະກຸນເງິນອື່ນໆແມ່ນບໍ່ໄດ້ເຂົ້າເພາະບໍ່ມີສັນຍານສົ່ງເຂົ້າມາ

ໂມເດວ2 ມື້ນີ້ເທຣດ 2 ຊົ່ວໂມງ ເທຣດບັນຊີຈິງ 30 ນາທີ ແພ້ 4 ອໍເດີ້ເລີຍ ຊະນະ 0 ແພ້ 2 ມື້ຕິດຕໍ່ກັນແລ້ວມື້ອື່ນຕ້ອງຕັ້ງໃຈກວ່ານີ້ ສ່ວນພອດແຂ່ງມື້ນີ້ເທຣດ ໄປບໍ່ໄດ້ເລີຍ ມື້ນີ້ຕິດລົບພອດແຂ່ງ

ຜົນເສຍ ຜົນຂ້າງຄຽງຈາກໃຈນີ່ງບໍ່ພໍເຮັດໃຫ້ເຮົາເທຣດບໍ່ຊະນະຈິງຈິງ ການຮັກສາຈິດໃຈໃຫ້ຢູ່ໃນແບບອາລົມດີ ມີຄວາມໝັ່ນໃຈນີ້ເປັນສີ່ງທີ່ເທຣດຢ່າງເຮົາຕ້ອງມີ ແລະ ຮັກສາມັນຈື່ງເຮັດໃຫ້ເຮົາຊະນະ ແລະ ຢູ່ລອດໃນຕະຫຼາດໄດ້

No comments:

Post a Comment