March 3/2020


(ມື້ທີ123) ວັນທີ່ 2.3.2020


ມື້ນີ້ວັນຈັນຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ມື້ນີ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ບໍ່ໄດ້ອ່ານບົດຄວາມ ບໍ່ໄດ້ຟັງຈິດຕະວິທະຍາການເທຣດ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ເຂົ້າແຕ່ມື້ວັນພະຫັດແຕ່ຖຶກຕັດຂາດທືນໄປທັງສອງອໍເດີ້

ໂມເດວ2 ມື້ນີ້ຝືກຝົນໄດ້ 2 ຊົ່ວໂມງ ແລະ ທໍາຕາຕະລາງເພື່ອກວດເບີ່ງ winrate ໃນເດືອນນີ້ວ່າການເຂົ້າອໍເດີ້ຂອງຂ້ອຍສາມາດຢູ່ຫຼອດໃນຕະຫຼາດໄດ້ບໍ ສ່ວນການເຂົ້າອໍເດີ້ ບັນຊີຈີງໄດ້ເຂົ້າ 1 ອໍເດີ້ ແລະ ຊະນະໄດ້ແບບສ່ຽງຫຼາຍ ເພາະໂຊກຊ່ວຍເທົ່ານັ້ນ ເພາະສະນັ້ນຂ້ອຍຕ້ອງເຂົ້າໃຈມັນໃຫ້ດີກວ່ານີ້ເພາະເຂົ້າໃຫ້ໄດ້ຈຸດທີ່ສວຍງາມ ແລະ ບໍ່ໜັກອົກໜັກໃຈ

---------------------------------------------------------------------------------------
(ມື້ທີ124) ວັນທີ່ 3.3.2020

ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ອ່ານບັດຄວາມບໍ່ໄດ້ຟັງຈິດຕາວີທະຍາເທຣດ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ຕ້ອງເບີ່ງກ່ອນນອນ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກເທຣດ 3 ຊົ່ວໂມງ ຍັງບໍ່ຄົບ4 ຊົ່ວໂມງ ສ່ວນການເຂົ້າອໍເດີ້ຈີງບໍ່ໄດ້ເຂົ້າ ນັ່ງເບີ່ງກຣາຟ 1 ຊົ່ວໂມງເຄີ່ງ ແຕ່ບໍ່ໄດ້ເຂົ້າ ສາເຫດເພາະລັງເລ ລັງເລເພາະຍັງບໍ່ເຂົ້າໃຈມັນ ບໍ່ເຂົ້າໃຈມັນເພາະຍັງທົດສອບມັນບໍ່ພຽງພໍ ຈື່ງບໍ່ຊໍານານ ມື້ນີ້ມີ 1 ອໍເດີ້ທີ່ພາດໂອກາດເພາະມັນຄົບຮູບແບບ ແຕ່ບໍ່ກົດ

---------------------------------------------------------------------------------------
(ມື້ທີ125) ວັນທີ່ 4.3.2020

ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າຫຼາຍເພາະຕ້ອງໄປຕະຫຼາດໄປຊື້ຂອງກີນ ມື້ນີ້ບໍ່ໄດ້ອ່ານໜັງສື ບໍ່ໄດ້ຟັງຈິດຕາວິທະຍາເທຣດ ມື້ອື່ນຕອນທີ່ຂ້ອຍຝືກເທຣດ ຂ້ອຍຕ້ອງຟັງຈິດຕະວິທະຍາເທຣດໄປພ້ອມກັບການຝືືກສັກ 1 ຊົ່ວໂມງກໍ່ຍັງດີ 

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້ ເພາະຍັງຝືກຝົນໂມເດວ2 ຈື່ງບໍ່ຄ່ອຍມາເທຣດໂມເດວ1

ໂມເດວ2 ມື້ນີ້ເນື່ອງຈາກຕ້ອງອອກໄປຊອກຊື້ໝູ ຈື່ງໄດ້ຝືກເທຣດພຽງ 2 ຊົ່ວໂມງເທົ່ານັ້ນ ສ່ວນການເຂົ້າອໍເດີ້ບັນຊີຈີງແມ່ນເທຣດ 2 ຊົ່ວໂມງ ໄດ້ເຂົ້າ 1 ອໍເດີ້ ຊະນະ ມື້ນີ້ຂ້ອຍພາດ 2 ອໍເດີ້ທີ່ອົງປະກອບຄົບແຕ່ເນື່ຶອງການລັງເລຈື່ງເຮັດໃຫ້ບໍ່ກົດ ຂ້ອຍຕ້ອງຫາວິທີໃຫ້ກ້າວຂ້າມຜ່ານຈຸດນີ້ໄປໃຫ້ໄດ້
---------------------------------------------------------------------------------------
(ມື້ທີ126) ວັນທີ່ 5.3.2020


ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ມື້ນີ້ບໍ່ໄດ້ອ່ານໜັງສືເທຣດ ແຕ່ຟັງຈິດຕະວິທະຍາເທຣດ ແລະ ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກເທຣດໄດ້ 2 ຊົ່ວໂມງເທົ່ານັ້ນ ຍັງບໍ່ຄົບ 4 ຊົ່ວໂມງ ບັນຫາການຝືກຝົນຂອງມື້ນີ້ກໍ່ຄື ຂ້ອຍບໍ່ຕັ້ງໃຈລໍຖ້າອໍເດີ້ທີ່ມັນຊັດເຈນຈິງຈີງຢາກເຂົ້າຫຼາຍເກີນໄປຈື່ງເຮັດໃຫ້ເທຣດໄດ້ບໍ່ດີ ແຕ່ກໍ່ໄດ້ຮຽນຮູ້ເລື່ອງຂອງການລໍຖ້າ ຖ້າບໍລໍຖ້າຈຸດຊັດເຈນ ແລະ ໄດ້ປຽບຈິງຈິງກໍ່ຈະແພ້ໄດ້ ແລະ ໄດ້ຮູ້ 1 ຂໍ້ອີກໄດ້ມັນໄປບໍ່ຮອດຈຸດໄດ້ປຽບຈິງຈິງຖ້າມັນມີຈຸດຢືນຢັນ 1 ຈຸດທີ່ໜ້າເຊື່ອຖື ເຮົາກໍ່ເຂົ້າໄດ້ ສ່ວນການເທຣດຈີງມື້ນີ້ຂ້ອຍເທຣດ 2 ຊົ່ວໂມງເຂົ້າ 4 ອໍເດີ້ ຊະນະ3 ແພ້1 ມື້ນີ້ມີ 1 ໄມ້ທີ່ຊະນະກໍ່ຈິງແຕ່ມັນຊະນະໄດ້ສ່ຽງເກີນໄປ ຂ້ອຍຕ້ອງຫາຄວາມຮູ້ ແລະ ເຂົ້າໃຈມັນ
---------------------------------------------------------------------------------------
(ມື້ທີ127) ວັນທີ່ 9.3.2020


ມື້ນີ້ວັນຈັນ ຂ້ອຍຕື່ນຊ້າຫຼາຍເພາະມື້ວານກີນເບຍວັນແມ່ຍິງ ມື້ນີ້ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ບໍ່ໄດ້ວິເຄາະຕົວເອງ ມື້ນີ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ມື້ນີ້ບໍ່ໄດ້ຟັງຈິດຕະວິທະຍາການເທຣດ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກຝົນວິເຄາະກຣາຟ ໄດ້ 2 ຊົ່ວໂມງ ບໍ່ຄົບຕາມເປົ້າໝາຍ ມື້ນີ້ຂ້ອຍພົບບັນຫາການເຂົ້າອໍເດີ້ແບບ Breakout  ຂ້ອຍຍັງບໍ່ເຂົ້າໃຈມັນ ຈືື່ງເຮັດໃຫ້ຂ້ອຍເຂົ້າອໍເດີ້ບໍ່ໄດ້ດີ ຂ້ອຍຕ້ອງໄປແກ້ໄຂຈຸດນີ້ ແລະ ຮຽນຮູ້ເພີ່ມເຕີມທໍາຄວາມເຂົ້າໃຈພຶດຕິກໍາຂອງມັນວ່າມັນຈະໄປຕໍ່ໃນລັກສະນະແນວໃດ
ສ່ວນການເຂົ້າອໍເດີ້ ຈີງມື້ນີ້ເຂົ້າເທຣດ 2 ຊົ່ວໂມງ ເຂົ້າ 2 ອໍເດີ້ ຊະນະທັງໝົດ
---------------------------------------------------------------------------------------
(ມື້ທີ128) ວັນທີ່ 11.3.2020

ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ອ່ານໜັງສື ບໍ່ເບີ່ງການເຂົ້າອໍເດີ້ ບໍ່ໄດ້ວິເຄາະຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ບໍ່ໄດ້ຝືກຝົນ ສ່ວນການເທຣດບັນຊີຈິງ ມື້ນີ້ເຂົ້າເທຣດປະມານ 20 ນາທີເຂົ້າ2 ອໍເດີ້ ແພ້ທັງ 2 ເລີຍ ສາເຫດມາຈາກຜິດກົດ ບໍ່ເຮັດຕາມແຜນການເທຣດ ລືມສັນຍານການເຂົ້າອໍເດີ້ຂອງຕົວເອງ ບໍ່ລໍຖ້າຈຸດທີ່ດີຈີງ ແລະ ບໍ່ຕັ້ງໃຈເທຣດຢ່າງຈິງຈັງ ມີຄວາມຮູ້ບໍ່ຢ້ານເທຣດເສຍເລີຍ
---------------------------------------------------------------------------------------
(ມື້ທີ129) ວັນທີ່ 12.3.2020


ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ວິເຄາະຕົວເອງ ແລະ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ບໍ່ໄດ້ອ່ານບົດຄວາມເທຣດ ບໍ່ໄດ້ຟັງຈິດຕະວິທະຍາເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກຝົນການເຂົ້າອໍເດີ້ວິເຄາະກຣາຟ ໄດ້ພຽງ 2 ຊົ່ວໂມງ ບໍ່ຄົບ 4 ຊົ່ວໂມງຕໍ່ມື້ ສ່ວນການເຂົ້າ ອໍເດີ້ ຈິງແມ່ນເທຣດໄດ້ 1 ຊົ່ວໂມງ ໄດ້ເຂົ້າ 2 ອໍເດີ້ ຊະນະ 2 ອໍເດີ້
ມື້ນີ້ຕັ້ງໃຈກວ່າມື້ວານລໍຖ້າຈຸດແມ່ນຈື່ງເຂົ້າເຖິງແພ້ເຮົາຈະບໍ່ເສຍໃຈ 
ຂ້ອຍຕ້ອງຫາເວລາໄປ back test ແຕ່ລະທ່າວ່າໃນກຣາຟລັກສະນະຮູບແບບ ແບບໃດມັນຈະຊະນະຫຼາຍກວ່າ ບວກ forward test ພ້ອມວ່າລະບົບຂອງ work ບໍ
---------------------------------------------------------------------------------------
(ມື້ທີ130) ວັນທີ່ 13.3.2020


ມື້ນີ້ວັນສຸກ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາວິເຄາະຕົວເອງ ບໍ່ໄດ້ອ່ານໜັງສື ບໍ່ໄດ້ຟັງຈິດຕະວິທະຍາເທຣດ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນແຕາຈະເຂົ້າເບີ່ງຕອນເຂົ້ານອນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກເທຣດວິເຄາະກຣາຟ 3 ຊົ່ວໂມງ ບໍ່ຄົບ 4 ຊົ່ວໂມງ ສ່ວນການເຂົ້າເທຣດບັນຊີຈິງບໍ່ໄດ້ເຂົ້າເທຣດ ເນື່ອງຈາກຕ້ອງເຮັດວຽກຂອງຄົນອື່ນ ເຫຼືອເວລາພຽງ 1 ຊົ່ວໂມງ ຈື່ງບໍ່ຢາກເຂົ້າເທຣດ ບວກກັບສະພາບແວດລ້ອມວຸ້ນວາຍ ຈື່ງພັກ ໄວ້ວັນຈັນຈື່ງລເລີ່ມໃຫມ່
---------------------------------------------------------------------------------------
(ມື້ທີ131) ວັນທີ່ 17.3.2020


ມື້ນີ້ວັນອັງຄານ ຂ້ອຍຕື່ນຊ້າ ມື້ນີ້ບໍ່ໄດ້ເຮັດຫຍັງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ຝືກຝົນວິເຄາະກຣາຟໄດ້ພຽງ 30 ນາທີ ສ່ວນການເຂົ້າເທຣດບັນຊີເງີນຈິງບໍ່ໄດ້ເຂົ້າເທຣດ ຂ້ອຍຕ້ອງພະຍາຍາມຫຼາຍກວ່ານີ້ ຂ້ອຍຍັງບໍ່ເຂົ້າໃຈກຣາຟຢ່າງແທ້ຈິງ ຂ້ອຍຕ້ອງຈິງໃຈກວ່ານີ້ ເພື່ອໃຫ້ປະສົບຄວາມສໍາເລັດທີ່ດີ
---------------------------------------------------------------------------------------
(ມື້ທີ132) ວັນທີ່ 18.3.2020



ມື້ນີ້ວັນພຸດ ຂ້ອຍຕື່ນປົກກະຕິ ມື້ນີ້ອ່ານບົດຄວາມ ບໍ່ໄດ້ຟັງຈິດຕະວິທະຍາເທຣດ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ຝືກຝົນວີເຄາະກຣາຟ 3 ຊົ່ວໂມງ ເຂົ້າເທຣດບັນຊີຈີງໄດ້ 2 ຊົ່ວໂມງ ເຂົ້າ 5 ອໍເດີ້ ຊະນະ2 ແພ້3 ມື້ນີ້ກຣາຟມັນຊ່າງຍາກເຫຼືອເກີນ ມື້ນີ້ຂ້ອຍຜິດພາດເພາະເທຣດເອົາໃຈຕົວເອງຫຼາຍເກີນໄປທົດລອງ 2 ອໍເດີ້ຫຼີ້ນໆ ຈື່ງເຮັດໃຫ້ແພ້

---------------------------------------------------------------------------------------
(ມື້ທີ133) ວັນທີ່ 19.3.2020



ມື້ນີ້ວັນພະຫັດ ຂ້ອຍຕື່ນປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ບໍ່ໄດ້ອ່ານບົດຄວາມ ຟັງຈິດຕະວິທະຍາ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ 

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກຝົນການເທຣດ  5 ຊົ່ວໂມງ ສ່ວນການເຂົ້າອໍເດີ້ຈິງ ແມ່ນບໍ່ໄດ້ເຂົ້າເພາະຜົນຕອບແທນຂອງກຣາຟມັນນ້ອຍເກີນໄປຈື່ງບໍ່ຢາກເຂົ້າເງິນຈີງ
---------------------------------------------------------------------------------------
(ມື້ທີ134) ວັນທີ່ 20.3.2020




ມື້ນີ້ວັນສຸກ ຂ້ອຍຕື່ນປົກກະຕິ ມື້ນີ້ຟັງຈິດຕະວີທະຍາເທຣດ ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ແຕ່ບໍ່ໄດ້ອ່ານບົດຄວາມ ວິເຄາະຜົນການເທຣດ ວິເຄາະຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກຝົນວິເຄາະກຣາຟ 2 ຊົ່ວໂມງ ຂ້ອຍ 2 ຊົ່ວໂມງອອກໄປເພື່ອເປັນການຈົດບັນທືກ ແລະ ສືກສາຈຸດເຂົ້າອໍເດີ້ໃຫ້ແມ່ນຍໍາກວ່າເກົ່າເພື່ອໃຫ້ມີປະສິບຕິພາບ ເພາະ 4 ຊົ່ວໂມງທີ່ຂ້ອຍໃຊ້ນັ້ນຂ້ອຍເຮັດແບບຫຼີ້ນໆ ບໍ່ເນັ້ນເລີຍບາງມື້ຍັງເຮັດໃຫ້ອາລົມເສຍກັບການຝືກຝົນດ້ວຍດັ້ງນັ້ນຂ້ອຍຈື່ງຝືກແຕ່ 2 ຊົ່ວໂມງເຂົ້າ 5 ອໍເດີ້ແຕ່ເນັ້ນໆ ຈຸດທີ່ແມ່ນ ແລະ ໄດ້ປຽບ ຂ້ອຍຕ້ອງພັດທະນາໃຫ້ສຸດຍອດຂະບວນທ່າໃຫ້ໄດ້
ສ່ວນການເຂົ້າອໍເດີ້ຈິງ ແມ່ນເທຣດ 2 ຊົ່ວໂມງໄດ້ເຂົ້າ 2 ອໍເດີ້ຊະນະທັງສອງເລີຍ ຈາກການສັງເກດເທຣດທີ່ຜ່ານມາມຶ້ໃດທີ່ຂ້ອຍບໍ່ເນັ້ນໆມັນຈະແພ້ຫຼາຍກວ່າເພາະສະນັ້ນຂ້ອຍຕ້ອງຕັ້ງໃຈເນັ້ນໆ ເພື່ອຄວາມສໍາເລັດໃຫ້ໄດ້
---------------------------------------------------------------------------------------
(ມື້ທີ135) ວັນທີ່ 24.3.2020

ມື້ນີ້ວັນອັງຄານຂ້ອຍຕື່ນປົກກະຕິ ຕື່ນມາວິເຄາະຕົວເອງ ອ່ານໜັງສື ເບີ່ງການເຂົ້າອໍເດິ້ຂອງຄົນອື່ນ 
ໂມເດວ1 ບໍ່ໄດ້ເຮັດຫຍັງ
ໂມເດວ2 ມື້ນີ້ບໍ່ໄດ້ຝຶກຝົນເທຣດ ມີເທຣດທົດແທນ 2 ຊົ່ວໂມງຕອນ 14 ຫາ 16 ເຂົ້າ 4 ອໍເດີ້ ຊະນະ3 ແພ້ 1 
ແລະ ເຂົ້າເທຣດມື້ນີ້ 20 ຫາ 21:30 ເທຣດ10 ຊະນະ3 ແພ້7 ມື້ນີ້ຂ້ອຍຜິດວິໄນຈົນເຮັດໃຫ້ພອດເສຍຫາຍຢ່າງຫຼາຍກໍາໄລຫາຍໄປເລີຍ 80 ເປີເຊັນແຕ່ບໍ່ເປັນຫຍັງຂ້ອຍໄດ້ຮຽນຮູ້ວ່າເມື່ອໃດບໍ່ມີ Stoploss ເມື່ອນັ້ນຄືຈຸດຈົບຂອງເທຣດເດີ້ ຮ່າຮ່າ ສາເຫດທີ່ຂ້ອຍບໍ່ຢຸດຕາມແຜນເພາະເລີ່ມໝັ່ນໃຈສີມືເທຣດ Winrate ດີນ້ອນໜື່ງເລີຍລືມຈິດຕະວິທະຍາໄປເລີຍ ເລື່ອງທີ່ສອງຄືໃຊ້ອາລົມ ບໍ່ພໍໃຈກັບກໍາໄລທີ່ໄດ້ເພາະໂລກມາກກວ່າຄວາມຮູ້ທີ່ຕົນເອງມີ ຍອມແພ້ບໍ່ເປັນ ເທື່ອຕໍ່ໄປຂ້ອຍຕ້ອງປະຕິບັດຄືເທຣດຕາມແຜນເຖິງບໍ່ໄດ້ກໍາໄລກໍ່ຢຸດໃຫ້ເປັນ ຢຸດໃຫ້ໄດ້ ຕ້ອງເຮັດຕາມລະບົບ
---------------------------------------------------------------------------------------
(ມື້ທີ136) ວັນທີ່ 26.3.2020


ມື້ນີ້ວັນພະຫັດ ຂ້ອຍຕື່ນຊ້າຫຼາຍ ມື້ນີ້ຕື່ນມາມີແຕ່ຄິດເຖິງເປົ້າໝາຍຂອງຕົວເອງ ເນື່ອງມື້ນີ້ວານນີ້ຕ້ອງພັກຜ່ອນຈິດໃຈ ຈື່ງບໍ່ເຂົ້າເທຣດ ແລະ ບໍ່ໄດ້ຈົດບັນທືກການເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ ມີແຕ່ເຂົ້າ 1 ອໍເດີ້ Scalping ມື້ວັນອັງຄານປິດກໍາໄລ 8 ໂດລ່າ

ໂມເດວ2 ມື້ນີ້ບໍ່ໄດ້ຝືກຝົນການວິເຄາະກຣາຟ 
ເຂົ້າເທຣດບັນຊີຈິງໄດ້ 1 ຊົ່ວໂມງເຂົ້າ 2 ອໍເດີ້ຊະນະ2 ອໍເດີ້ທີ່ 2 ຊະນະໄດ້ແບບໂຊກຊ່ວຍ ມື້ນີ້ເຮັດໃຫ້ຂ້ອຍຮູ້ວ່າເຖິງແນວທີ່ຄິດວ່າແພ້ແຕ່ກໍ່ຊະນະ ແລະ ແນວທີ່ອາດຈະຊະນະແຕ່ກັບແພ້ ຈື່ງເຮັດໃຫ້ຂ້ອຍໄດ້ຮູ້ວ່າ ຄວາມແນ່ນອນຂອງຕະຫຼາດ ຈະບໍ່ມີວ່າ ແນວນີ້ດີສານຍານຊັດເຈນແລ້ວຕ້ອງຊະນະຕະຫຼອດໃນບາງເທື່ອເຮົາກໍ່ແພ້ໄດ້ ເພາະສະນັ້ນເງື່ອນໄຂຄົບເລືອກຈຸດທີ່ໄດ້ປຽບ ແລ້ວໃຫ້ຕະຫຼາດຕັດສີນ ແລ້ວເຮົາຍອມຮັບມັນ
---------------------------------------------------------------------------------------
(ມື້ທີ137) ວັນທີ່ 27.3.2020


ມື້ນີ້ວັນສຸກ ຂ້ອຍຕື່ນປົກກະຕິ ຕື່ນມາ ບໍ່ໄດ້ເຮັດຫຍັງ 

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກຝົນໄດ້ 1 ຊົ່ວໂມງ ເຂົ້າອໍເດີ້ຈິງ ເຂົ້າເທຣດ 30 ນາທີເຂົ້າ 7 ອໍເດີ້ ຊະນະ3 ແພ້4 ມື້ນີ້ເປັນອີກ 1 ມື້່ທີ່ຜິດວິໄນໄປອີກມື້ ຂ້ອຍມີອາລົມແບບນີ້ຕອນຊະນະເຮັດຕາມແຜນໄດ້ ແພ້ຍັງມີອາລົມແລ້ວຜິດວິໄນຂ້ອຍຕ້ອງກ້າວຂ້າມຈູດນີ້ໄປໃຫ້ໄດ້ ຂ້ອຍເທຣດແບບບໍ່ຕ້ອງຄິດຫຍັງຫຼາຍສັນຍານເກີດແລ້ວກົດ ແຕ່ຍັງພົບບັນຫາວ່າແນວມັນບໍ່ໄດ້ຂ້ອຍຍັງໄປກົດຈື່ງເຮັດໃຫ້ຂ້ອຍແພ້ ເລື່ອງນີ້ຂ້ອຍຄິດໄດ້2 ຂໍ້ຄຶ
1/ ຂ້ອຍຍັງບໍ່ຮອບຄອບ ເທຣດທີ່ແນວບໍ່ນ່າເຊື່ອຖື ແນວນ່າເຊື່ອຖືແຕ່ແຮງຈຸດນັ້ນມັນແຮງເກີນກວ່າທີ່ແນວຈະຮັບໄດ້ ຈະທະລຸແລ້ວແຕ່ຂ້ອຍຍັງໄປເຂົ້າເຂົ້າອໍເດີ້ຈື່ງເຮັດໃຫ້ແພ້ ບວກກັບການຕັດສິນໃຈ ວິເຄາະ ໃນເວລາສັ້ນໆຮູ້ສືກວ່າວິເຄາະໄດ້ບໍ່ຖີ່ຖ້ວຍ
2/ ຂ້ອຍຍັງບໍ່ຊໍານານກັບການວິເຄາະໄວໄວແລ້ວບໍ່ຄິດຫຍັງຫຼາຍ ແລະ ຂ້ອຍບໍ່ຊໍານານພໍ ຂ້ອຍຕ້ອງກ້າວຂ້າມຈຸດນີ້ໃຫ້ໄດ້ນັບແຕ່ອາທິດໜ້າເປັນຕົ້ນໄປຂ້ອຍຕ້ອງເທຣດໃຫ້ຫຼາຍກວ່ານີ້ວັນລະ 2 ຮອບເພື່ອເກັບປະສົບການ ຕອນນີ້ຢ່າຝ້າວທໍາເງິນແຕ່ທໍາໃຫ້ເຮົາເຂົ້າໃຈກຣາຟ ແລະ ພັດທະນາລະບົບ ພັດທະນາຈຸດເຂົ້າອໍເດີ້ໃຫ້ແມ່ນຍໍາທີ່ສຸດ ພັດທະນະການຕັດສີນໃຈທີ່ໄວ ວິເຄາະໃຫ້ຖີ່ຖ້ວນໃນເວລາສັ້ນໆ
---------------------------------------------------------------------------------------
(ມື້ທີ138) ວັນທີ່ 30.3.2020



ມື້ນີ້ວັນຈັນ ຂ້ອຍຕື່ນຊ້າ ຕ້ອງພະຍາຍາມຕື່ນໃຫ້ໄວກ່ອນນີ້ ມື້ນີ້ບໍ່ໄດ້ອ່ານບົດຄວາມບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ບໍ່ໄດ້ຝືກຝົນ ເດືອນນີ້ເຂົ້າແຕ່ເງິນຈິງລ້ວນໆ ລາໂດໂມ່ໄປສັກພັກ ມື້ນີ້ເທຣດ2 ຮອບ ຮອບລະ 2 ຊົ່ວໂມງລວມທັງໝົດ 7 ອໍເດີ້ ຊະນະ4 ແພ້3  ມື້ນີ້ແພ້ເພາະວິເຄາະໄດ້ຈຸດບໍ່ດີ ເລື່ອງຈິດໃຈການຕັດສິນໃຈຖືວ່າໂອເຄ ແຕ່ສີ່ງທີ່ເຮັດໄດ້ບໍ່ດີຄືວິເຄາະຈຸດບໍ່ໄດ້ດີຈື່ງເຮັດໃຫ້ແພ້
---------------------------------------------------------------------------------------
(ມື້ທີ139) ວັນທີ່ 31.3.2020



ມື້ນີ້ວັນອັງຄານຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ບໍ່ໄດ້ອ່ານບົດຄວາມ ບໍ່ໄດ້ຝັງຈິດຕະວິທະຍາ ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ
ມື້ນີ້ເປັນມື້ຂອງທ້າຍເດືອນແລ້ວ ຂ້ອຍຍັງຢູ່ສະຖານະຄືເກົ່າ ຄືຍັງທໍາກໍາໄລຕາມເປົ້າໝາຍບໍ່ໄດ້ ແຕ່ວ່າກໍ່ສາມາດທໍາກໍາໄລໄດ້ນ້ອຍໜື່ງແລະຈະຄ່ອຍຄ່ອຍເພີ່ມໄປເດືອນນີ້ຖືວ່າເປັນເດືອນທີ່ຂ້ອຍເລີ່ມເຮັດມັນເຂົ້າທີ່ເຂົ້າທາງ

ໂມເດວ1 ເປີດ 1 ອໍເດີ້ຕ້ອງລໍມື້ອື່ນວ່າມັນຈະເປັນແນວໃດ

ໂມເດວ2 ມື້ນີ້ເຂົ້າອໍເດີ້ 6 ອໍເດີ້ ຊະນະ3 ແພ້3 ມື້ນີ້ມີອໍເດີ້ທີ່ແພ້ 2 ອໍເດີ້ເພາະຂາດຄວາມອົດທົນບໍ່ລໍຈຸດທີ່ມັນມີຄວາມຊັດເຈນຈື່ງເຮັດໃຫ້ແພ້ ມື້ນີ້ເຈີໄມ້ແພ້ເພາະຂາດຄວາມອົດທົນບໍ່ລໍໃຫ້ຄົບເງື່ອນໄຂ ຂ້ອຍຕ້ອງອົດທົນຈຸດທີ່ຄືສັນຍານຄົບເງື່ອນໄຂເທົ່ານັ້ນ

No comments:

Post a Comment