November 11/2019

(ມື້ທີ69) ວັນທີ່ 1.11.2019

ມື້ນີ້ວັນສຸກ ຂ້ອຍຕື່ນເຊົ້າໄດ້ມື້ທີ່2 ຕື່ນມາກໍ່ວິເຄາະຕົວເອງ ວິເຄາະການເທຣດຂອງຕົວເອງ ບໍ່ໄດ້ເບີ່ງການເທຣດ ແຕ່ອ່ານການເທຣດ ຂ້ອຍຕ້ອງພະຍາຍາມອ່ານມື້ໜື່ງໃຫ້ໄດ້ 2 ຊົ່ວໂມງ

ໂມເດວ1 ມື້ນີ້ເຂົ້າ 2 ອໍເດີ ຕອນນີ້ຍັງຖືສະຖານະຢູ່ ອັນໜື່ງແດນລົບ ອັນໜື່ງແດນບວກ ສ່ວນພອດອື່ນກໍ່ຝືກເທຣດຄືການແຕ່ຍັງບໍ່ສາມາດຄວບຄຸມຕົວເອງໄດ້ໃນເລື່ອງ SL ແລະ TP ແຕ່ມື້ນີ້ກໍຖືວ່າດີທໍາໄດ້ບວກ

ໂມເດວ2 ມື້ນີ້ຝືກເທຣດໄດ້ພຽງ 2 ຊົ່ວໂມງເຄີ່ງ ສ່ວນພອດລາຍເດືອນມືນີ້ເຂົ້າເທຮດໄດ້ 1 ຊົ່ວໂມງເຄີ່ງ ຊະນະ 3 ແພ້ 1 ມື້ນີ້ສາມາດ Take Profit ໄດ້

ເປົ້າໝາຍຂອງເດືອນນີ້ຂ້ອຍຕ້ອງທໍາໃຫ້ Winrate ຮອດ60% ແລະ ສີ່ງທີ່ສອງຄືໄປເຮັດຕາລາງກ່ຽວກັບເລື່ອງຂອງຈິດໃຈ ແລະ ອາລົມຈະມີຜົນຕໍ່ການເທຣດແນວໃດ ແລະ ວີທີເຮັດໃຫ້ມັນດີຈະເຮັດແນວໃດອັນນີ້ຕ້ອງໄປຊອກຫາ
---------------------------------------------------------------------------------------
(ມື້ທີ70) ວັນທີ່ 2.11.2019


ມື້ນີ້ວັນເສົາ ຂ້ອຍຕື່ນສາຍອີກແລ້ວ ມື້ນີ້ອ່ານການເທຣດ ແລະ ທໍາການວິເຄາະຕົວເອງກ່ອນເຂົ້າເທຣດ ວີດີໂອເທຣດກ່ອນເຂົ້ານອນມື້ນີ້ຕ້ອງເບີ່ງ

ໂມເດວ1 ມື້ນີ້ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກເທຣດຄືເກົ່າ ຝືກເທຣດໄດ້ 2 ຊົ່ວໂມງເຄີ່ງ ແລະ ກໍ່ທໍາການ Backtest ທ່າການຂອງເຂົ້າອໍເດີ້ຂອງຕົວເອງ


---------------------------------------------------------------------------------------
(ມື້ທີ71) ວັນທີ່ 3.11.2019


ມື້ນີ້ວັນອາທິດ ຊ້ອຍຕຶ່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ເບີ່ງວີດີໂອເທຣດ ອ່ານການເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກເທຣດໄດ້ 3 ຊົ່ວໂມງ ແລະ ກໍ່ Backtest ທ່າເຂົ້າອໍເດີ້ ມື້ນີ້ສືກສເລື່ອງແນວຮັບແນວຕ້ານເພີ່ມຂຶ້ນເພື່ອໃຫ້ເຂົ້າໃຈໃຫ້ຫຼາຍຂື້ນ


---------------------------------------------------------------------------------------
(ມື້ທີ72) ວັນທີ່ 4.11.2019

ມື້ນີ້ວັນຈັນ ຂ້ອຍຕື່ນສາຍອີກແລ້ວ ຕ້ອງຕື່ນເຊົ້າເດີ້ມື້ອື່ນ ຕື່ນມາກໍ່ວິເຄາະຕົວເອງ ເບີ່ງວີດີໂອເທຣດ ອ່ານລົດຄວາມການເທຣດ 

ໂມເດວ1 ພອດ day trade  ບໍ່ໄດ້ເຂົ້າອໍເດີ້ສ່ວນສອງອໍເດີ້ທີ່ຍັງຖືນັ້ນກໍ່ຍັງຖືສະທານະຢູ່ ແຕ່ຕອນນີ້ຢູ່ແດນລົບທັງສອງອໍເດີ້ສ່ວນພອດ H1 ເຂົ້າ 1 ອໍເດີ້ຢູ້ແດນລົບສະຖານະການແລ້້ວເບີ່ງຄືຈະບໍລອດແລ້ວຕ້ອງເບີ່ງໄປ ການ Backtest ບໍ່ໄດ້ Backtest ມາຫຼາຍມື້ແລ້ວ ມື້ອື່ນຕ້ອງແບ່ງເວລາມາເບີ່ງເພຶ່ອໃຫ້ເຂົ້າໃຈມັນຫຼາຍກວ່ານີ້ ການທີ່ຂ້ອຍເຂົ້າບໍ່ຄ່ອຍຖືກ ຜິດຫຼາຍກວ່ານັ້ນເປັນເພາະຍັງບໍ່ທັຮເຂົ້າໃຈມັນຈິງຈິງ ເລື່ອງນີ້ຕ້ອງສືກສາ ແລະ ຝືກໄປອີກນານໃຫ້ເຂົ້າໃຈ ຖ້າຂ້ອຍເຂົ້າໃຈແລ້ວຂ້ອຍກໍ່ມີໂອກາດທໍາກໍາໄລໄດ້ແລ້ວ

ໂມເດວ2 ມື້ນີ້ຝືກເທຣດໄດ້ພຽງ 1 ຊົ່ວໂມງເຄີງເທົ່ານັ້ນ ຊື່ງມັນໜ້ອຍຫຼາຍເພາະສະນັ້ນຂ້ອຍຕ້ອງຝືກເທຣດຕອນຈະນອນໃຫ້ໄດ້ອີກ 1 ຊົ່ວໂມງເພື່ອເພີ່ມເວລາໃນການຫາປະສົບການເຂົ້າໃຈກຣາຟໃຫ້ຫຼາຍກວ່ານີ້ ສ່ວນພອດລາຍເດືອນຂ້ອຍເທຣດໄດ້ພຽງ 45 ນາທີໄດ້ເຂົ້າອໍເດີ້ 4 ອໍເດີ້ ຊະນະ 3 ແພ້ 1 ແຕ່ມື້ນີ້ກໍ່ສາມາດ Take Profit ໄດ້ 

ສີ່ງທີ່ຕ້ອງໄປທໍາຄວາມເຂົ້າໃຈເພີ່ມຄືແນວຮັບແນວຕ້ານ ເລື່ອງນີ້ຂ້ອຍຍັງບໍ່ເຂົ້າໃຈຈິງຈິງບາງໂຕຍັງງົງ ແລະ ທໍາຄວາມເຂົ້າໃຈແກ່ນແທ້ຂອງມັນໃຫ້ໄດ້ ດ່ັງຄໍາທີ່ Ido ເທຣດເດີ້ຂອງຂ້ອຍເວົ້າວ່າ ຍັງບໍ່ເຂົ້າໃຈມັນເລີຍ ຈະ ຄິດຫວັງຜົນກັບມັນຄົງເປັນໄປບໍ່ໄດ້
---------------------------------------------------------------------------------------

(ມື້ທີ73) ວັນທີ່ 5.11.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າກວ່າມື້ວານຕື່ນມາກໍ່ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ ອ່ານບົດຄວາມການເທຣດ ເບີ່ງວີດີໂອການເທຣດ

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້ ມີແຕ່ຍັງຖືສະຖານະອໍເດີ້ເກົ່າ ພອດ Day Trade ມາແດນບວກແລ້ວ ພອດ H1 ກໍ່ຢູ່ແດນບວກຄືກັນບໍ່ຮູ້ວ່າຈະປິດໄດ້ TP ໄດ້ທັງສອງພອດໄດ້ຫຼືບໍ

ໂມເດວ2 ມື້ນີ້ຝືກເທຣດໄດ້ 3 ຊົ່ວໂມງເຄີ່ງ ສ່ວນພອດລາຍເດືອນມື້ນີ້ເຂົ້າເທຣດ 4 ອໍເດີ້ແພ້ໝົດເລີຍ ມື້ນີ້  StopLoss ໄປຍອມແພ້ເລີຍມື້ນີ້

ສາເຫດທີ່ແພ້ຂອງມື້ນີ້ຄືຄໍາດຽວ ປະມາດ ເພາະຮຽນຮູ້ມາຫຼາຍມື້ຜົນງານດີຂື້ນຫຼາຍມື້ ເຮັດໃຫ້ບໍ່ຢ້ານເລີຍເທຣດບໍ່ມີການວິເຄາະດີດີ ເພາະສະນັ້ນຕໍ່ໄປນີ້ທຸກທຸກອໍເດີ້ກ່ອນຈະເທຮດຂ້ອຍຕ້ອງທ່ອງຈໍາຄໍານີ້ກ່ອນຫ້າມປະມາດມາດເດັດ ປະມາດເມື່ອໃດຫາຍຍະນະເມື່ອນັ້ນ ທຸກທຸກອໍເດີ້ເຂົ້າດ້ວຍຄວາມຕັ້ງໃຈ ແລະ ມີສະຕິຕະຫຼອດ ຫ້າມປະມາດ ຫ້າມປະມາດ ຫ້າມປະມາດ ຫ້າມປະມາດ ຫ້າມປະມາດ ຫ້າມປະມາດ ຫ້າມປະມາດ 
---------------------------------------------------------------------------------------


(ມື້ທີ74) ວັນທີ່ 7.11.2019

ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຮດ ບໍ່ໄດ້ອ່ານໜັງສືການ້ທຣດ ແຕ່ຟັງວິດີໂອເທຣດ

ໂມເດວ1 ອໍເດີ້ຍັງເປີດສະຖານະຢູ່ແຕ່ຢູ່ໃນແດນລົບ 1 ອໍເດີ້ສາມາດ TP  ໄດ້ແລ້ວ ສ່ວນພອດ H1 ແມ່ນໄດ້ເຂົ້າ 1 ອໍເດີ້ແຕ່ກໍ່ຖືກ  Stoploss ໄປແລ້ວເພາະວ່າເຂົ້າໃນຈຸດທີ່ບໍ່ແມ່ນຈຸດເຂົ້າອໍເດີ້ທີ່ດີຈື່ງເຮັດໃຫ້ແພ້ຂ້ອຍຄວນຫາທ່າໄມ້ຕາຍໃຫ້ໄດ້ໃນໂມເດວນີ້

ໂມເດວ2 ມື້ນີ້ໄດ້ຝືກ 3 ຊົ່ວໂມງເຄີ່ງ ເທຣດພອດລາຍເດືອນ 1 ຊົ່ວໂມງເຄີ່ງມື້ນີ້ສາມາດ TP ໄດ້ຫົວໃຈສໍາຄັນທີ່ເຮັດໃຫ້ຂ້ອຍທໍາໄດ້ດີກໍ່ຄື ໃຈນີ່ງ ໃຈເຢັນ ແລະ  ລໍຈັງຫວະທີ່ຂ້ອຍໝັ່ນໃຈຈື່ງກົດ ດັ່ງນັ້ນຂ້ອຍຕ້ອງຮັກສາພຶດຕິກໍາແບບນີ້ຂ້ອຍຈື່ງສາມາດຢູ່ລອດໄດ້

ສ່ວນສີ່ງທີ່ເຮັດໃຫ້ຂ້ອຍພາດແລະແພ້ຕິດກັນຫຼາຍໆເທື່ອນັ້ນເປັນເພາະ ຂ້ອຍບໍ່ຍອມຮັບຄວາມແພ້ນັ້ນ ຈື່ງເຮັດອາລົມເສຍ ແລ້ວເຮັດໃຫ້ບໍ່ມີສະມາທິ ຈະເອົາແຕ່ຊະນະ ຈະເອົາຄືນກັບຕະຫຼາດ ຈື່ງເຮັດໃຫ້ທຸກຢ່າງຜິດໝົດ ດັ່ງນັ້ນຂ້ອຍຕ້ອງຈັດການກັບລົມຂອງຕົວເອງໃຫ້ດີເພື່ອການຢູ່ລອດ ແລະ ທໍາກໍາໄລ


---------------------------------------------------------------------------------------


(ມື້ທີ75) ວັນທີ່ 8.11.2019

ມື້ນີ້ວັນສຸກຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາກໍ່ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ ແລະ ອ່ານການເທຣດ ເບີ່ງວິດີໂອການເທຣດ

ໂມເດວ1 ມື້ນີ້ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ນີ້ຝືກເທຣດໄດ້ 4 ຊົ່ວໂມງພອດລາຍເດືອນເທຣດ 1 ຊົ່ວໂມງເຄີງ ຊະນະ 2 ແພ້ 3 ແຕ່ມື້ນີ້ຖືວ່າດີຫຼາຍເພາະຂ້ອຍຕັ້ງໃຈ ເຮັດເຕັມທີ່ຫຼາຍກັບການເທຣດມື້ນີ້ ທຸກທຸກອໍເດີ້ແມ່ນຕັ້ງສະມາທິ ແລະ ຕັ້ງໃຈຢ່າງສູງ ຕໍ່ໄປຂ້ອຍຕ້ອງເຮັດແບບນີ້ຕະຫຼອດ


---------------------------------------------------------------------------------------


(ມື້ທີ76) ວັນທີ່ 10.11.2019

ມື້ນີ້ວັນອາທິດ ຂ້ອຍຕື່ນມາປົກກະຕິຕື່ນມາບໍ່ໄດ້ເຮັດຫຍັງ ເພາະມີງານຫຼາຍ ວັນເສົາວັນທິດນີ້ 

ໂມເດວ2 ເຂົ້າເທຣດໄດ້ 2 ຊົ່ວໂມງມື້ນີ້ບໍ່ສາມາດເອົາຊະນະຕະຫຼາດ ເພາະມາຈາກການບໍ່ຈິງໃຈ ແລະ ເອົາອາລົມເປັນຫຼັກ ບໍ່ເທຣດຕາມສີ່ງທີ່ເຫັນ ແຕ່ເທຣດກັບສີ່ງທີ່ຄິດເທົ່ານັ້ນ
---------------------------------------------------------------------------------------

(ມື້ທີ77) ວັນທີ່ 13.11.2019

ມື້ນີ້ວັນພຸດ ຂ້ອຍຕື່ນເຊົ້າປົກກະຕິ ຕື່ນມາບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງການເທຣດ ບໍ່ໄດ້ວີເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ເນື່ອງຈາກມີການເປີດແບຣນສິນຄ້າເລີຍໃຊ້ເວລາໃຫ້ກັບມັນຈື່ງເຮັດໃຫ້ຂ້ອຍບໍ່ມີເວລາມາເທຣດ ແຕ່ຂ້ອຍຈະພະຍາຍາມເຮັດໃຫ້ມີເວລາມາເທຣດຕາມປົກກະຕິໃຫ້ໄດ້ເພາະຂ້ອຍຍັງຢູ່ໃນຊ່ວງລົ້ມລຸກຄຸກຄານ ຈື່ງຕ້ອງເອົາເວລາມາຫາປະສົບການ ແລະ ຮຽນຮູ້ໃຫ້ຫຼາຍທີ່ສຸດ

ໂມເດວ1  ມື້ນີ້ພອດ Daytrade ຍັງເປີດສອງອໍເດີ້ 1 ອໍເດີ້ແມ່ນໂຕເກົ່າແຕ່ອີກ 1 ອໍເດີ້ແມ່ນໂຕໃໝ່ເປີດມື້ວານນີ້ ແຕ່ສອງອໍເດີ້ຕອນນີ້ຢູ່ແດນບວກໝົດທັງສອງ ສ່ວນພອດ H1 ແມ່ນໄດ້ເຂົ້າ 1 ອໍເດີ້ແຕ່ກໍ່ Take pofit ໄປແລ້ວ ໂມເດວ1 ນີ້ຂ້ອຍຕ້ອງມີລາຍລະອຽດຈົດບັນທືນເພື່ອເປັນການເຮັດເປັນຂັ້ນເປັນຕອນຈື່ງຖືກກັບຫຼັກການຈິງຈິງ ເວລາເຮັດຈີງຈື່ງເຮັດໄດ້ ແລະ ຈື່ງບໍ່ເສຍເວລາໃນການຮຽນຮູ້ກັບມັນເປັນປີ

ໂມເດວ2 ມື້ນີ້ເທຣດບັນຊີເງິນຈິງ ເທຣດ 2 ຊົ່ວໂມງເຄີ່ງໄດ້ເຂົ້າ 3 ອໍເດີ້ ເທຣດບັນຊີຈີງນີ້ຕັ້ງໃຈເກີນໄປ ແລະ ຍັງຕື່ນເຕັ້ນກັບມັນ ແຕ່ຕ້ອງພະຍາຍາມຄວບຄຸມອາລົມໃຫ້ດີ ເຂົ້າຈຸດທີ່ເຂົ້າໃຈ ແລະ ເຂົ້າຈຸດທີ່ໝັ່ນໃຈ ມື້ນີ້ເທຣດ ຊະນະ 2 ແພ້ 1 ສ່ວນພອດແຂ່ງຂ້ອຍຕ້ອງເອົາເວລາມາເທຣດໃຫ້ໄດ້ເພື່ອເປັນການຮຽນຮູ້ທີ່ດີ 


---------------------------------------------------------------------------------------

(ມື້ທີ78) ວັນທີ່ 14.11.2019

ມື້ນີ້ວັນພະຫັດ ຂ້ອຍຕື່ນມາກໍ່ວິເຄາະຜົນການເທຣດຕົວເອງ ເບີ່ງການເທຣດແຕ່ບໍ່ໄດ້ອ່ານການເທຣດ

ໂມເດວ1 ເດເທຣດບໍ່ໄດ້ເຂົ້າອໍເດີ ຍັງຖືຢູ່ຄືເກົ່າ ສ່ວນພອດ H1 ເຂົ້າ 2 ອໍເດີ້ແຕ່ກໍ່ຖືກ Stoploss ໄປ

ໂມເດວ2 ມື້ນີເຂົ້າເທຣດ ໄດ້ 1 ຊົ່ວໂມງເຄີງ ເທຣດ ຊະນະ 1 ແພ້ 2 ມື້ນີ້ແພ້ໃຫ້ກັບຕະຫຼາດ ແລະແພ້ໃຫ້ກັບຕົວເອງ ສ່ວນການຝືກເທຣດແມ່ນຝືກໄດ້ 30 ນາທີ ການເທຣດຈິງຂ້ອຍຍັງທໍາການກົມກືນປັບຕົວຍັງບໍ່ທັນເຂົ້າກັບມັນຈື່ງເຮັດໃຫ້ຄວາມກັງວົນຕອນເທຣດແຕ່ຕ້ອງຫາທາງແກ້ຕົວນີ້ດ້ວຍການເທຣດບັນຊີເງິນຈິງເດືອນລະ 1 ເທື່ອເພື່ອເປັນການຝືກເລື່ອງຂອງອາລົມ ແຕ່ວ່າເວົ້າລວມແລ້ວການກັບມາເທື່ອນີ້ຂອງຂ້ອຍມັນດີຫຼາຍກວ່າແຕ່ກ່ອນຫຼາຍ ເພາະສະນັ້ນ ຮັກສາການເທຣດແບບນີ້ໃຫ້ດີ ແລະ ພັດທະນາໃຫ້ມື້ນີ້ດີວ່າມື້ວານ ມື້ອື່ນດີກວ່າມື້ນີ້ ຂ້ອຍຕ້ອງປະສົບຄວາມສໍາເລັດໄດ້ແນ່ໆ


---------------------------------------------------------------------------------------


(ມື້ທີ79) ວັນທີ່ 15.11.2019

ມື້ນີ້ວັນສຸກ ຂ້ອຍຕື່ນສາຍຫຼາຍ ຕື່ນມາບວະເຄາະຜົນການເທຣດວີເຄາະຕົວເອງ ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງການເທຣດ

ໂມເດວ2 ມື້ນີ້ເປີດຫຼາຍອໍເດີ້ມົ່ວໄປໝົດ ແຕ່ກໍ່ອໍເດີ້ໝົດ ເພື່ອເລີ່ມຕົ້ນທີດໜ້າດ້ວຍການເຮັດຈິງຈັງກວ່ານີ້

ໂມເດວ2 ມື້ນີ້ຝືກເທຣດໄດ້ 1  ຊົ່ວໂມງເຄີ່ງ ເຊີ່ງມັນນ້ອຍຫຼາຍ ຕ້ອງຢູ່ກັບກຣາຟ ໃຫ້ຫຼາຍກວ່ານີ້ໃຫ້ໄດ້ ສ່ວນພອດຈິງນັ້ນມື້ນີ້ບໍ່ໄດ້ເຂົ້າເທຣດເນື່ອງຈາກຄວບຄຸມອາລົມບໍ່ຄ່ອຍໄດ້ ມື້ນີ້ຂ້ອຍມີອາລົມກັບກຣາຟຫຼາຍຈື່ງພັກຕົວ

ສີ່ງທີ່ຂ້ອຍຜິດພາດ ແລະ ເຮັດໃຫ້ຂ້ອຍຢູ່ກັບກຣາຟບໍ່ໄດ້ນານນັ້ນເປັນເພາະຂ້ອຍມີອາລົມໂລດໃຈຮ້າຍ ໃຈຮ້ອນ ຫຼົງ ເວລາເທຣດ ຍັງເຮັດໃຈນີ່ງບໍ່ທັນໄດ້ເລື່ອງນີ້ຂ້ອຍຕ້ອງຫາວິທີແກ້ໃຫ້ໄດ້
---------------------------------------------------------------------------------------

(ມື້ທີ80) ວັນທີ່ 16.11.2019

ມື້ນີ້ວັນເສົາ ຂ້ອຍຕື່ນສາຍປົກກະຕິ ມື້ນີ້ມີການເດີນທາງໄປວັງວຽງ ຈື່ງບໍ່ໄດ້ເຮັດກິຈະວັດປະຈໍາວັນຂອງການເທຣດ

ໂມວເດວ1 ບໍ່ໄດ້ເທຣດເພາະເປັນວັນເສົາວັນທິດ ແລະ ບໍ່ໄດ້ backtest ຈຸດເຂົ້າອໍເດີ້ເພາະຕອນນີ້ຂ້ອຍໃຫ້ນໍ້າໜັກກັບໂມເດວ2 ຫຼາຍກວ່າ

ໂມເດວ2 ມື້ນີ້ຝືກເທຣດ 2 ຊົ່ວໂມງ ເລື່ອງອາລົມ ຄວບຄຸມຕົວເອງບໍ່ໃຫ້ ຫົວຮ້ອນຍັງຢູ່ ແຕ່ພັດທະນາໄປນ້ອຍໜື່ງເພາະຝັງຫຼັກທັມມະຂອງພຸດທະ ແລະ ຕ້ອງຟັງຝືກຕໍ່ໄປຈື່ງເອົາອາລົມອອກຈາກການເທຣດໃຫ້ໄດ້
---------------------------------------------------------------------------------------

(ມື້ທີ81) ວັນທີ່ 18.11.2019

ມື້ນີ້ວັນຈັນ ຂ້ອຍຕື່ນເຊົ້າເພາະຕ້ອງໄປຊ່ວຍວຽກອ້າຍ ມື້ນີ້ບໍ່ໄດ້ເບີ່ງວິດີໂອບໍ່ໄດ້ອ່ານເລີຍ

ໂມເດວ1 ເດເທຣດຍັງເປີດ 1 ອໍເດີຄືເກົ່າ ສ່ວນ H1 ແມ່ນໄດ້ ເຂົ້າ 1 ອໍເດີ້ໄປ ຕ້ອງລໍລຸ້ນມື້ອື່ນ

ໂມເດວ 2 ມື້ເມື່ອຍຫຼາຍບວກກັບກິນເບຍມາເລີຍບໍ່ໄດ້ເທຣດພອດເງິນຈິງເທຣດແຕ່ພອດລາຍເດືອນບັນຊີແຂ່ງ ຊະນະ 2 ແພ້ 3 ເມື່ອແລະກິນເບຍຈະເຮັດໃຫ້ເມື່ອເວລາເທຮດຈະບໍ່ຕັ້ງໃຈໄດ້ເຕັມທີ່ ມີຄວາມຮູ້ສືກວ່າຢາກພັກຜ່ອນໄວໄວ ດັ່ງນັ້ນຖ້າມີອາລົມແບບນີ້ຈະເຮັດໃຫ້ເວລາເທຣດບໍ່ລໍຈັງຫວະທີ່ແມ່ນຈິງຈິງ 
---------------------------------------------------------------------------------------


(ມື້ທີ82) ວັນທີ່ 19.11.2019

ມື້ນີ້ວັນອັງຄານ ຂ້ອຍຕື່ນເຊົ້າປົກກະຕິ ມື້ບໍ່ໄດ້ອ່ານການເທຣດ ບໍ່ໄດ້ເບີ່ງວີດີໂອເທຣດ ບໍ່ໄດ້ວິເຄາະຜົນການເທຣດ ຊ່ວງນີ້ງານຫຼາຍນັກ

ໂມເດວ1 ມື້ນີ້ໄດ້ເຂົ້າ 1 ອໍເດີ້ ພອດ H1 ແຕ່ສຸດທ້າຍເທົ່າທຶນ ສ່ວນພອດ Day trade ຄືເກົ່າແຕ່ຕອນນີ້ມັນກັບໃກ້ບ່ອນເຂົ້າອໍເດີ້ແລ້ວບໍ່ຮູ້ວ່າຈະແພ້ຫຼືຊະນະຕ້ອງລໍລຸ້ນຕໍ່ໄປ

ໂມເດວ2 ມື້ນີ້ບໍ່ໄດ້ຝືກເທຣດເລີຍ ແຕ່ເທຣດບັນຊີເງິນຈິງ ເທຣດ 2 ຊົ່ວໂມງໄດ້ເຂົ້າ 1 ອໍເດີ້ ມັນຊ້າຫຼາຍ ຊ້າແຕ່ຊົວ ຂ້ອຍຕ້ອງຄ່ອຍຄ່ອຍພັດທະນາໄປ ບໍ່ເປັນຫຍັງຄ່ອຍເປັນຄ່ອຍໄປຢ່າຮີບຮ້ອນ ຊະນະ 1 
---------------------------------------------------------------------------------------

(ມື້ທີ83) ວັນທີ່ 20.11.2019

ມື້ນີ້ວັນພຸດ ຂ້ອຍຕື່ນມາສວາຍຫຼາຍ ຕື່ນມາກໍ່ບໍ່ໄດ້ເຮັດ ມາບ້ານແລ້ວວຽກຫຼາຍຈິງຈິງ 

ໂມເດວ1 ມື້ນີ້ເດເທຣດ ຖືກ SL ແລ້ວເທົ່າທືນ ສ່ວນພອດ H1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເທຣດ 2 ຊົ່ວໂມງ ຊະນະ1 ແພ້ 2 ທີ່ຂ້ອຍເຮັດໄດ້ຜົນງານ 50 50​ ແບບນີ້ເປັນເພາະຂ້ອຍຕັ້ງໃຈເກີນ ເລື່ອງທີ່ 2 ມີຫຼາຍຢ່າງໃນຫົວ ຫຼາຍເທັກນິດຈົນ ໃຊ້ໂຕນີ້ລະແວງຕົວນັ້ນແບບນີ້ຈື່ງເຮັດໃຫ້ບໍ່ກ້າເຂົ້າ ຂ້ອຍຕ້ອງໄປແກ້ໄຂບັນຫານີ້ໃຫ້ໄດ້ວ່າຕ້ອງປັບແນວໃດ ແກ້ແນວໃດໃຫ້ບໍ່ຊັບສົນງົນງົງ 
---------------------------------------------------------------------------------------

(ມື້ທີ84) ວັນທີ່ 21.11.2019

ມື້ນີ້ວັນພະຫັດຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ບໍ່ໄດ້ເຮັດຫຍັງເລີຍ 

ໂມເດວ1 ບໍ່ໄດ້ເຮັດຫຍັງເລີຍ

ໂມເດວ2 ມື້ນີເຂົ້າເທຣດໄດ້ 30 ນາທີ ແພ້3 ຊະນະ 0 ຕ້ອງ Stoploss ໄປເລີຍ ເປັນເພາະເທັກນິດຂ້ອຍແນ່ນອນ ເປັນເພາະຈຸດເຂົ້າຂອງຂ້ອຍມີບັນຫາ ຂ້ອຍຕ້ອງໄປແກ້ໄຂມັນ 

ສາເຫດມາຈາກ ໃຊ້ເທັກນິດບໍ່ຊໍານານ ບໍ່ໄດ້ມີການເທຣດຝືກຝົນມານານພໍ ບໍ່ໄດ້  ເຂົ້າໃຈມັນຈິງຈິງ ເພາະຊະນະມື້ອື່ນຂ້ອຍຕ້ອງເທຣດເທຣດນິດດຽວເທົ່ານັ້ນ

---------------------------------------------------------------------------------------


(ມື້ທີ85) ວັນທີ່ 23.11.2019

ມື້ນີ້ວັນເສົາ ຂ້ອຍຕື່ນສວາຍ ຕື່ນມາກໍ່ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດ ເບີ່ງວີດີໂອເທຣດ ແຕ່ບໍ່ໄດ້ອ່ານການເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຝືກເທຣດ 3 ຊົ່ວໂມງເຄີ່ງ ຝືກເທຣດມາຫຼາຍວັນເຮັດໃຫ້ເຫັນຈຸດເຂົ້າທີ່ຊັດເຈນຂື້ນ ການຕັດສິນໃຈໄດ້ພໍດີ ແຕ່ສີ່ງທີ່ເຮັດໃຫ້ຂ້ອຍທໍາ winrate  ໄດ້ບໍ່ດີນັ້ນເປັຍເພາະ ລໍບໍ່ໄດ້ ເຢັນບໍ່ພໍ ຍັງບໍ່ຄົບອົງປະກອບກໍ່ກົດແລ້ວ ຈື່ງເຮັດໃຫ້ Winrate ຍັງຢູ່ລະດັບພໍໃຊ້ ຍັງບໍ່ດີ ດັ່ງນັ້ນຂ້ອຍຕ້ອງໄປຝືກຄວາມອົດທົນໃຫ້ໄດ້

No comments:

Post a Comment