June 6/2020

(ມື້ທີ144) ວັນທີ່ 1.6.2020


ມື້ນີ້ວັນຈັນ ຂ້ອຍຕື່ນເຊົ້າປົກະຕິ ມື້ນີ້ວິເຄາະຕົວເອງ ບໍ່ໄດ້ເບີ່ງການເທຣດຂອງຄົນອື່ນ ຟັງຈິດຕະວິທະຍາການເທຣດ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ 

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ມື້ເຂົ້າອໍເດີ້ຈີງ ຊະນະ1 ແພ້3 ຈື່ງໄດ້ stoploss ໄປ ຂ້ອຍບໍ່ໄດ້ເທຣດບັນຊີເດໂມແລ້ວເດືອນ5 ທີ່ຜ່ານມາຂ້ອຍບໍ່ໄດ້ຈົດບັນທືກແຕ່ກໍ່ເທຣດຕາມປົກກະຕິ ແລະ ເທຣດແຕ່ບັນຊີຈີງເທົ່ານັ້ນ ເດືອນ5 ເປັນເດືອນທໍາອິດທີ່ຂ້ອຍສາມາດທໍາເງີນໄດ້ພອດບວກ 6 ໂດລາ ຊື່ງເປັນເດືອນທີ່ທໍາໄດ້ດີຫຼາຍ 
ມື້ນີ້ທີ່ຂ້ອຍແພ້ບໍ່ແມ່ນບໍ່ເຮັດຕາມວິໄນ ແຕ່ເປັນເລຶ່ອງການວິເຄາະບໍ່ດີ ບໍ່ລໍຈຸດທີ່ແມ່ນ ເຟົ້າເຂົ້າອໍເດີ້ຫຼາຍເກີນໄປຈື່ງເຮັດໃຫ້ແພ້ ທໍາຕົວຄືກັບຄົນຂາດເຂີນການເຂົ້າອໍເດີ້ ຈົງຈໍາໄວ້ວ່າ ເຮົາທໍາເງີນບໍ່ແມ່ນການເຂົ້າອໍເດີ້ໃຫ້ໄດ້ຫຼາຍໆ ເພາະສະນັ້ນຕ້ອງລໍໃຫ້ໄດ້ຈຸດທີ່ພໍໃຈສາມາດຍອມຮັບໄດ້
--------------------------------------------------------------------------------------
(ມື້ທີ145) ວັນທີ່ 3.6.2020


ມື້ນີ້ວັນພຸດ ຂ້ອຍຕືື່ນປົກກະຕິ ມື້ນີ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ຟັງຈິດຕະວິທະຍາການເທຣດ ວິເຄາະຜົນການເທຣດຂອງຕົວເອງ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ເຂົ້າອໍເດີ້ຈີງເທຣດໄດ້ 30 ນາທີເຂົ້າໄດ້ 4 ອໍເດີ້ຊະນະ2 ແພ້ 2 ມື້ນີ້ຂ້ອຍຜິດວິໄນກໍ່ຄືຂ້ອຍເບີ້ນລອດ ແລະ ຂ້ອຍຍັງຜິດ ອີກ 1​ຂ້ອຍຄື ບໍ່ໄດ້ເກີດສັນຍານແຕ່ດັນໄປກົດ ສາເຫດທີ່ເຮັດໃຫ້ຂ້ອຍເປັນແນວນີ້ກໍ່ເພາະຂ້າງໃນຈິດໃຈຄວາມຄິດຂອງຂ້ອຍມັນຂັດແຍ້ງກັນຈື່ງເຮັດໃຫ້ບໍ່ໝັ່ນໃຈບໍ່ກ້າໄປຕໍ່ແຕ່ແນວໃດກໍ່ຕ້ອງເດີນສຸດທ້າຍໄປແບບລົ້ມລຸກລົ້ມລຸກ

--------------------------------------------------------------------------------------
(ມື້ທີ146) ວັນທີ່ 4.6.2020


ມື້ນີ້ວັນພະຫັດ ຂ້ອຍຕື່ນຊ້າກວ່າປົກກະຕິ ເພາະມື້ຄືນນອນດືກ ນອນດືກເພາະເບີ່ງໜັງ ມື້ນີ້ບໍ່ໄດ້ຟັງຈິດຕະວິທະຍາ ບໍ່ໄດ້ວິເຄາະຕົວເອງ ແຕ່ວິເຄາະຜົນການເທຣດຂອງຕົວເອງ 

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດຕາມເຄີຍ ຮອບທີ່1 ບໍ່ໄດ້ເຂົ້າອໍເດີ້ ຮອບ2 ໄດ້ເຂົ້າອໍເດີ້ 1 ອໍເດີ້ ຊະນະແລ້ວກໍ່ພັກບ່ອນ ເພາະວ່າຂ້ອຍໄປບໍ່ຜ່ານ 16 ດັ່ງນັ້ນພໍດີມັນໄປທີ່ 17 ຂ້ອຍເລີຍໂອເຄພັກຜ່ອນ ມື້ນີ້ຖືວ່າເຮັດໄດ້ດີ ວິໄນບໍ່ຂາດ ບໍ່ທໍາຕົວເປັນຄົນຂາດເຂີນການເຂົ້າອໍເດີ້ ເທຣດແບບຄົນທໍາເງິນ
--------------------------------------------------------------------------------------
(ມື້ທີ147) ວັນທີ່ 5.6.2020

ມື້ນີ້ວັນສຸກ ຂ້ອຍຕື່ນເຊົ້າປົກກະຕິ ມື້ນີ້ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ ແຕ່ບໍ່ໄດ້ຟັງຈິດຕະວິທະຍາ ຕອນຈະນອນຂ້ອຍຕ້ອງຟັງມັນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ2 ຮອບ ມື້ນີ້ເຂົ້າ 4 ອໍເດີ້ຊະນະ3 ແພ້1 ມື້ນີ້ເທຣນຕາມສັນຍານ ແຕ່ຂ້ອຍຍັງພົບ 1 ບັນຫາທີ່ຍັງກ້າວຂ້າມກໍ່ຄືການລັງເລແນວທີ່ມັນດີແຂງແຮງ ແຕ່ຮອດຈຸດໄດ້ປຽບຈື່ງບໍ່ເທຣດ ຂ້ອຍຕ້ອງບໄປຫາວິທີແກ້ແລະທໍາຄວາມເຂົ້າໃຈທົດສອບວ່າມັນໄດ້ຜົນແນວເພື່ອໃຫ້ການເຂົ້າອໍເດີ້ຂອງຂ້ອຍບໍ່ຕ້ອງລັງເລເລີຍ ຂ້ອຍຢາກເຮັດໃຫ້ໄດ້ແບບນີ້ ມີສັນຍານ ຄົບອົງປະກອບ ມີຣີເຈັກແລ້ວກົດແບບໝັ່ນໃຈເລີຍ ບໍ່ໄດ້ມີອີກນິດ ອີກນິດນາ
--------------------------------------------------------------------------------------
(ມື້ທີ148) ວັນທີ່ 8.6.2020

ມື້ນີ້ວັນຈັນ ຂ້ອຍຕື່ນຊ້າ ເລື່ອງຕື່ນນອນນີ້ຂ້ອຍຕ້ອງຕື່ນເຊົ້າກວ່ານີ້ເພື່ອທໍາຕົວເປັນຄົນດຸໝັ່ນ  ຈື່ງໝັ່ນເຮັດວຽກຊອງຕົວເອງ ມື້ນີ້ບໍ່ໄດ້ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ບໍ່ຟັງຈິດຕະວິທະຍາ

ໂມເດວ1 ບໍ່ໄດ້ເຂົ້າອໍເດີ້

ໂມເດວ2 ບໍ່ໄດ້ເຂົ້າອໍເດີ້ເພາະວ່າເປີເຊັນກໍ່ນ້ອຍບວກກັບກຣາຟ ບໍ່ເຂົ້າເທັກນິດຈື່ງບໍ່ເທຣດ
--------------------------------------------------------------------------------------
(ມື້ທີ149) ວັນທີ່ 9.6.2020


ມື້ນີ້ວັນອັງຄານ ຂ້ອຍກໍ່ຕື່ນຊ້າ ມື້ນີ້ບໍ່ໄດ້ເຮັດຫຍັງເລີຍ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບ ຮອບລະ 1 ຊົ່ວໂມງເຄີ່ງ ມື້ນີ້ໄດ້ເຂົ້າ 4 ອໍເດີ້ ຊະນະ2 ແພ້ 2  ມື້ນີ້ກຣາຟບໍ່ຄ່ອຍເຂົ້າເທັກນິດ ແລະ ຂ້ອຍກໍ່ບໍ່ລໍສັນຍານຈິງຈິງ ຈື່ງເຮັດໃຫ້ແພ້ 1 ອໍເດີ້ໄປ ແລະ 1 ອໍ້ເດີ້ເພາະຂ້ອຍບເລືອກແນວໄດ້ບໍ່ບວກກັບຍັງບໍໍ່ຊໍານານກັບມັນ
--------------------------------------------------------------------------------------
(ມື້ທີ150) ວັນທີ່ 10.6.2020

ມື້ນີ້ວັນພຸດ ຂ້ອຍກໍ່ຕື່ນປົກກະຕິ ຊ່ວງນີ້ເຮັດຕົວບໍ່ຄ່ອຍດີເທົ່າໃດໜັກເພາະວ່າຕື່ນ 8 ໂມງຕະຫຼອດ ຂ້ອຍຕ້ອງພະຍາຍາມເລື່ອງການຕື່ນ ມື້ນີ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ວິເຄາະຕົວເອງ ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ 

ໂມເດວ2  ເຂົ້າເທຣດ 2 ຮອບຕາມເຄີຍແຕ່ ຮອບທີ່ 1 ບໍ່ໄດ້ເຂົ້າເພາະກຣາຟບໍ່ມີບ່ອນຊັດເຈນໃຫ້ເຂົ້າອໍເດີ້ ຮອບທີ່2 ໄດ້ເຂົ້າອໍເດີ້ດຽວ ເຂົ້າ 1 ອໍເດີ້ ຊະນະ
--------------------------------------------------------------------------------------
(ມື້ທີ151) ວັນທີ່ 11.6.2020


ມື້ນີ້ວັນພະຫັດ ຂ້ອຍຕື່ນຳວກວ່າມື້ວານ ມື້ນີ້ບໍ່ໄດ້ວິເຄາະຜົນການເທຣດຂອງຕົວເອງ ວິເຄາະຕົວເອງ ທົບທວນເປົ້າໝາຍການເທຣດ ຟັງຈິດຕະວິທະຍາ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເທຮດ 1 ຮອບ ເຂົ້າ 3 ອໍເດີ້ ຊະນະ2 ແພ້1 ມື້ນີ້ເຮັດໄດ້ຕາມເປົ້າໝາຍຂອງເດືອນທີ່ແລ້ວ ຈື່ງພັກບ່ອນເພື່ອອາທິດໜ້າເລີ່ມເປົ້າໝາຍຂອງເດືອນທັດໄປ
--------------------------------------------------------------------------------------
(ມື້ທີ152) ວັນທີ່ 15.6.2020


ມື້ນີ້ວັນຈັນ ຂ້ອຍຕື່ນເຊົ້າປົກກະຕິ ມື້ອ່ານປຶ້ມເທຣດ ຟັງຈິດຕະວິທະຍາ ວິຄາະຕົນເອງ ວິເຄາະຜົນການເທຣດຂອງຕົວເອງ ທໍາທຸກຄົບ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບ ຮອບທີ່ນັ່ງລໍຖ້າ 1 ຊົ່ວໂມງບໍ່ມີຈຸດທີ່ຊັດເຈນໄດ້ເຂົ້າອໍເດີ້ ຮອບທີ່2 ຕອນແລງ ເຂົ້າເທຣດ 30 ນາທີເຂົ້າ2 ອໍເດີ້ ແພ້ 2 ອໍເດີ້ ສາເຫດທີ່ແພ້ມື້ ຄື 1 ຂ້ອຍບໍ່ລໍຖ້າຈຸດໄດ້ປຽບບໍ່ວິເຄາະຖີ່ຖ້ວນ 2 ມື້ນີ້ເຄຶ່ອນທີ່ແຮງມີວໍລຸ່ມໃນຊ່ວງເວລາສັ້ນໆເໝືອນວ່າຈະມີຂ່າວບາງຢ່າງ ມື້ນີ້ຈື່ງພັກຜ່ອນ Stoploss ໄປ
--------------------------------------------------------------------------------------
(ມື້ທີ153) ວັນທີ່ 16.6.2020

ມື້ນີ້ວັນອັງຄານ ມື້ນີ້ຂ້ອຍຕື່ນຊ້າຫຼາຍ ບວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ  ບໍ່ໄດ້ຟັງຈິດຕະວິທະຍາ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຮອບທີ່1 ບໍ່ໄດ້ເຂົ້າອໍເດີ້ເນື່ອງຈາກມັນບໍ່ມີ ຮອບທີ່2 ໄດ້ເຂົ້າ 1 ອໍເດີ້ຊະນະ ມື້ນີ້ເທຣດ 1 ຊົ່ວໂມງ ຢາກເທຣດແບບ 1 ໄມ້ຖ້າຊະນະແລ້ວພັກຕໍ່ 1 ຮອບຮູ້ສືກວ່າມັນບໍ່ກົດດັນ ແລະ ເໝືອນທໍາໃຫ້ມີຄວາມສຸກດ້ວຍ


--------------------------------------------------------------------------------------
(ມື້ທີ154) ວັນທີ່ 17.6.2020


ມື້ນີ້ວັນພຸດຂ້ອຍຕື່ນຊ້າ ມື້ນີ້ ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ ອ່ານປື້ມກ່ຽວກັບດານເທຣດນ້ອຍໜື່ງ ບໍ່ໄດ້ຟັງຈິດຕະວິທະຍາການເທຣດ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີເຂົ້າເທຣດ 2 ຮອບ ຮອບທີ1 ເຂົ້າເທຣດ1 ອໍເດີ້ ຮອບທີ2 ເຂົ້າເທຣດ 1 ອໍເດີ້ ມືີ້ນີ້ໄດ້ເຂົ້າ 2 ອໍເດີ້ ຊະນະທັງສອງ ຂ້ອຍຕ້ອງເຮັດແບບນີ້ຄື 1 ຮອບຖ້າເຂົ້າແລ້ວຊະນະແມ່ນເຊົາທັນທີ ຮອບທີ2 ຖ້າຊະນະກໍ່ເຊົາການເທຣດແບບນີ້ຮູ້ສືກວ່າຄຽດ ແຕ່ຖ້າບໍ່ຊະນະແພ້ຕິດຕໍ່ກັນ2 ໄມ້ ຫຼື ລວມຕອນ 2 ຮອບຖ້າຄົບ 3 ໄມ້ແພ້ຕ້ອງພັກໃນມື້ນັ້ນ ເຂົ້ານ້ອຍ ແລະ ເຂົ້າເນັ້ນໆ ເພື່ອໄດ້ບົດຮຽນທີ່ມີປະສິດທິພາບ


--------------------------------------------------------------------------------------
(ມື້ທີ155) ວັນທີ່ 18.6.2020



ມື້ນີ້ວັນພະຫັດຂ້ອຍເຊົ້າປົກກະຕິ ເພາະນີ້ໄດ້ໄປຊ່ວຍວຽກພີ່ນ້ອງຈື່ງບໍ່ໄດ້ທໍາກິດຈະກໍາຄົບທຸກຢ່າງຂອງຂ້ອຍ ບໍ່ໄດ້ເຮັດຫຍັງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ຮອບທີ່1 ບໍ່ໄດ້ເທຣດເພາະບໍ່ທັນ  ຮອບທີ່ 2 ເຂົ້າເທຣດ 1​ຊົ່ວໂມງເຂົ້າ 3​ ອໍເດີ້ ຊະນະ2 ແພ້ 1 ມື້ນີ້ເທຣດກຣາຟແຮງຫຼາຍຮູ້ສືກຕື່ນເຕັ້ນແລະມີອາລົມກັບມັນໃຈສັ່ນນິດໆ ເປັນລາງບໍ່ຄ່ອຍດີທໍາໃຫ້ເຂົ້າອໍເດີ້ເຂົ້າສັນຍານບໍ່ຄົບຖ້ວນ ວິເຄາະບໍ່ດີເທົ່າໃດ ເພາະສະນັ້ນກ່ອນທີ່ຂ້ອຍຈະເຂົ້າອໍເດີ້ຂ້ອຍຕ້ອງຄດໃຫ້ທັນວ່າມັນຄົບອົງປະກອບແລ້ວຫລືບໍ


--------------------------------------------------------------------------------------
(ມື້ທີ156) ວັນທີ່ 19.6.2020



ມື້ນີ້ວັນສຸກຂ້ອຍຕື່ນຊ້າຫຼາຍ ມື້ນີ້ບໍ່ໄດ້ເຮັດຫຍັງ ເນື່ອງຈາກທໍາ Youtube ມີການສືກສານ້ອຍໜື່ງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດຮອບທີ1 ເຂົ້າ 3 ອໍເດີ້ ຊະນະ2 ແພ້1 ຮອບທີ2 ແພ້ 2 ຈື່ງ Stoploss ຕົວເອງໄປເນື່ອງເທຣດໝົດນໍານົດແລ້ວອໍເດີ້ທີ່ແພ້


--------------------------------------------------------------------------------------
(ມື້ທີ157) ວັນທີ່ 21.6.2020


ມື້ນີ້ວັນອາທິດຂ້ອຍຕື່ນຊ້າຫຼາຍ ມື້ນີ້ບໍ່ໄດ້ເຮັດຫຍັງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2​ ມື້ນີ້ເຂົ້າເທຣດ 2 ຮອບ ຮອບທີ່1 ເຂົ້າ 3 ອໍເດີ້ ຊະນະ2 ແພ້ 1 ຮອບທີ2 ເຂົ້າ 3 ຊະນະ1 ແພ້ 2 ຮອບ2 ນີ້ຂ້ອຍຜິດກົດການເທຣດຂ້ອຍເບີ້ນລ໊ອດ ຂ້ອຍຕ້ອງພະຍາຍາມຢ່າທໍາແບບນີ້ອີກເພື່ອຮັກສາພອດເຖິງບໍ່ໄດ້ກໍາໄລໃນມື້ນັ້ນ ກໍ່ຍັງດີກວ່າລ້າງພອດທົ່ງຄໍານີ້ໄວ້ກ່ອນຈະຜິດກົດ
--------------------------------------------------------------------------------------
(ມື້ທີ158) ວັນທີ່ 22.6.2020



ມື້ນີ້ວັນຈັນຂ້ອຍຕື່ນຊ້າຫຼາຍ ມື້ນີ້ບໍ່ໄດ້ເຮັດຫຍັງ ແຕ່ວິເຄາະຜົນການເມຣດຂອງຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບຕາມເຄີຍ ຮອບທີ1 ເຂົ້າ 4 ອໍເດີ້ຊະນະ1 ແພ້4 ຮອບທີ່ 2 ຊະນະ1 ແພ້2 ມື້ນີ້ເປັນອີກມື້ທີ່ຂ້ອຍເທຣດບໍ່ເຂົ້າທີ່ບໍ່ເຂົ້າທາງ ຂ້ອຍຕ້ອງໄປວິເຄາະຕົນເອງແລະພັກຜ່ອນໄປສັກ 1 ອາທິດ ຕ້ອງອາທິດໜ້າຂ້ອຍຈື່ງຈະເທຣດຕາມປົກະຕິ ຕ້ອງທົບຕົນເອງວ່າຜິດພາດບ່ອນ ແລະ ເພາະຫຍັງ


--------------------------------------------------------------------------------------
(ມື້ທີ159) ວັນທີ່ 29.6.2020


ມື້ນີ້ວັນຈັນຂ້ອຍຕື່ນຊ້າຫຼາຍ ມື້ນີ້ບໍ່ໄດ້ເຮັດຫຍັງກ່ຽວກັບການເທຣດ ມີແຕ່ຈົດສະຖິຕິເທຣດເທົ່ານັ້ນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດສອງຮອບມື້ເຂົ້າອໍເດີ້ໄປທັງໝົດ 14 ອໍເດີ້ເລີຍ ມື້ນີ້ບໍ່ໄດ້ຮູ້ເລີຍວ່າຊະນະເທົ່າໃດແພ້ເທົ່າແຕ່ມີແຕ່ທໍາໃຫ້ພອດລົບ ມື້ອື່ນຕ້ອງເປັນການເລີ່ມຕົ້ນທີ່ດີ ການທີ່ຂ້ອຍເທຣດວັນຈັນນີ້ເພື່ອຮຽນຮູ້ວີທີຮັບມືກັບເຂົ້າໃຈມັນເຖິງຈະເສີຍກໍ່ຕາມຍອມເສຍເພື່ອການຮຽນຮູ້ ແລະ ເຂົ້າໃຈ ແຕ່ພະຍາຍາມຢ່າເສຍວິໄນ
--------------------------------------------------------------------------------------
(ມື້ທີ160) ວັນທີ່ 30.6.2020



ມື້ນີ້ວັນອັງຄານ ຂ້ອຍຕື່ນຊ້າຫຼາຍ ມື້ນີ້ບໍ່ໄດ້ວິເຄາະຜົນການເທຣດ ແຕ່ວິເຄາະຕົວເອງ ບໍ່ຟັງຈິດຕະວິທະຍາເທຣດ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ເຂົ້າເທຣດຮອບດຽວຕອນແລງ ໄດ້ເຂົ້າ 1 ອໍເດີ້ ມື້ນີ້ຮູ້ໄດ້ວ່າຕົວເອງກັບມາເພາະແມ່ນໂຊກໃນການເທຣດແຕ່ເປັນຄວບຄຸມລໍຈັງຫວະໄດ້ບໍ່ເທຣດມົ່ວໆຕາມອາລົມຂ້ອຍຕ້ອງຮັກສາການທໍາແບບນີ້ໃຫ້ໄດ້ 
ສໍາລັບເດືອນນີ້ຂ້ອຍຕ້ອງມາປະມວນຜົນການເທຣດວິເຄາະມັນທັງໝົດເດືອນ 6 ວ່າບ່ອນໃດດີບ່ອນໃດຕ້ອງແກ້ ແລະ ໄປທໍາການວິເຄາະຈົດບັນທືກອາລົມນິໄສ ການຕັດສີນໃຈແບບໃດຄວນຮັກ ແລພ ບໍ່ຄວນຮັກສາ

No comments:

Post a Comment