July 7/2020

(ມື້ທີ161) ວັນທີ່ 1.7.2020


ມື້ນີ້ວັນພຸດ ຂ້ອຍຕື່ນຊ້າຫຼາຍ ມື້ນີ້ບໍ່ໄດ້ເບີ່ງການເທຣດຂອງຄົນອື່ນ ບໍ່ໄດ້ວິເຄາະຜົນການເທຣດ ແຕ່ວິເຄາະຕົວເອງ ວິເຄາະການເທຣດ 6 ທີ່ຜ່ານມານີ້ ເດືອນ 6 ນີ້ເຂົ້າອໍເດີ້ທີ່ບໍ່ຕາມສັນຍານຂອງຕົວເອງແມ່ນ 29 ເປີເຊັນເລີຍທີດຽວ ດັ່ງນັ້ນເດືອນ 7 ນີ້ຂ້ອຍຕ້ອງຫຼຸດເປີເຊັນນີ້ລົງເດີ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບ ມື້ນີ້ເທຣດທັງໝົດ 7 ອໍເດີ້ແພ້ 3 ຊະນະ 4 ມື້ນີ້ທໍາໄດ້ ບວກ
--------------------------------------------------------------------------------------
(ມື້ທີ162) ວັນທີ່ 2.7.2020


ມື້ນີ້ວັນພະຫັດ ຂ້ອຍຕື່ນຊ້າຕາມເຄີຍ ມື້ນີ້ວິເຄາະຕົວເອງ ວິເຄາະຜົນການເທຣດ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບ ມື້ນີ້ເຂົ້າເທຣດ 4 ອໍເດີ້ມື້ນີ້ທໍາໄດ້ບວກ ອາລົມແລະການຕັດສິນໃຈໃນ 2 ມື້ຜ່ານມານີ້ຖືໄດ້ວ່າໂອເຄ ຂ້ອງຕ້ອງໄປເຮັດບົດບັນທືກກ່ຽວກັບອາລົມ ຄວາມຄິດການຕັດສິນໃຈ ວ່າແນວຄວນເຮັດຮັກສາໄວ້ ແລະ ແນວໃດບໍ່ຄວນເຮັດບໍ່ຄວນຮັກສາໄວ້
--------------------------------------------------------------------------------------
(ມື້ທີ163) ວັນທີ່ 6.7.2020


ມື້ນີ້ວັນຈັນຂ້ອຍຕື່ນຊ້າ ກາຍເປັນເລື່ອງປົກກະຕິໄປແລ້ວເພາະຂ້ອຍກໍາລັງຝືກຝົນເປັນເກມເມີ ມື້ນີ້ບໍ່ໄດ້ວິເຄາະຜົນການເທຣດ ບໍ່ໄດ້ວິເຄາະຕົວເອງ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດຮອບດຽວ ເຂົ້າອໍເດີ້ທັງໝົດ 7 ອໍເດີ້ ຊະນະ3 ແພ້ 4 ມື້ນີ້ຂ້ອຍເທຣດຜິດກົດຂອງຕົວເອງ ແລະ ກຣາຟບໍ່ຄ່ອຍດີດັ່ງນັ້ນຈື່ງພັກຜ່ອນ ກຣາຟຕະຫຼາດວັນຈັນ ຂ້ອຍຍັງບໍ່ເຂົ້າໃຈມັນເທື່ອຂ້ອຍຕ້ອງສຶກສາເພີ່ມເຕີມ ແລະ ກໍ່ຕະຫຼາດວັນສຸກ 2 ວັນີ້ຂ້ອຍຕ້ອງໄປທໍາຄວາມເຂົ້າໃຈມັນແຕກຕ່າງກັນແນວໃດ ແລະ ເລືອກໃຊ້ເທັກນິດແນວໃດຈື່ງເໝາະສົມກັບມັນ 

--------------------------------------------------------------------------------------
(ມື້ທີ164) ວັນທີ່ 7.7.2020


ມື້ນີ້ວັນອັງຄານຂ້ອຍຕື່ນຊ້າຕາມເຄີຍເລື່ອງຕື່ນໄວຂ້ອຍຕ້ອງພະຍາຍາມເຮັດໃຫ້ໄດ້ ຕ້ອງຕື່ນ 7 ໂມງເຄີ່ງໃຫ້ໄດ້ ເລີ່ມມື້ອື່ນເປັນຕົ້ນໄປ ມື້ນີ້ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ 

ໂມເດວ1 ບໍ່ໄດ່ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບ ເຂົ້າ 2 ອໍເດີ້ຊະນະ 2 ອໍເດີ້ ມື້ນີ້ຂ້ອຍມີບັນຫາກ່ຽວກັບການຕັດສິນໃຈ ການຕັດສີນແບບໄວກໍ່ໄວແບບບໍ່ມີເຫດຜົນ ຊ້າກໍ່ຊ້າເກີນຈົນເຮັດໃຫ້ລັງເລ ບັນຫາມາຈາກການບໍ່ຢາກເສຍນັ້ນເອງ ຂ້ອຍຕ້ອງຫາທາງແກ້ໄຂຂໍ້ນີ້ໃຫ້ຜ່ານໂດຍການນືກເຖິງການຕັດສີນໃຈຕອນເຮັດໄດ້ກັບຕອນເຮັດໄດ້ບໍ່ດີມາປັບປຸ່ງນໍາໃຊ້ໃນການເທຣດ

--------------------------------------------------------------------------------------
(ມື້ທີ165) ວັນທີ່ 8.7.2020


ມື້ນີ້ວັນພຸດຂ້ອຍຕື່ນໄດ້ຕາມເວລາທີ່ກໍານົດແລະຕ້ອງເຮັດຕໍ່ໄປໃຫ້ໄດ້ເລື້ອຍໆ ມື້ນີ້ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ ບໍ່ໄດ້ເບີ່ງການເຂົ້າອໍເດີ້ຂອງຄົນອື່ນ ບໍ່ໄດ້ຟັງຈິດຕະວິທະຍາ

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 1 ຮອບໄດ້ເຂົ້າ 3 ອໍເດີ້ ຊະນະ2 ແພ້ 1 ຕອນແລງບໍ່ຢາກເຂົ້າເທຣດຂ້ອຍຈື່ງບໍ່ເທຣດ ມື້ນີ້ບໍ່ມີຫຍັງໃຫ້ທົບທວນມີແຕ່ເລື່ອງຂອງການຕັດສີນໃຈ
--------------------------------------------------------------------------------------
(ມື້ທີ166) ວັນທີ່ 9.7.2020



ມື້ນີ້ວັນພະຫັດ ຂ້ອຍຕື່ນເຊົ້າ ມື້ນີ້ວິເຄາະຕົວເອງ ວິເຄາະຜົນການເທຣດຂອງຕົວເອງ 

ໂມເດວ1 ບໍ່ໄດ້ເຮັດຫຍັງ

ໂມເດວ2 ມື້ນີ້ເຂົ້າເທຣດ 2 ຮອບແຕ່ໄດ້ເຂົ້າອໍເດີ້ຮອບທີ2 ມື້ນີ້ເຂົ້າອໍເດີ້ 6 ອໍເດີ້ຊະນະ 2 ແພ້ 4 ມຶ້ກຣາຟຄ້ອນຄ້າງແຮງຈື່ງເຮັດໃຫ້ການເຂົ້າອໍເດີ້ຜິດປົກກະຕິ

No comments:

Post a Comment