Tuesday, August 6, 2019

ກ່ຽວກັບເຈົ້າຂອງໄດອາຣີ່


ຮູ້ຈັກຜູ້ຂຽນ

ຂ້ອຍຊື່ SengMoua
ໃນ Blog ນີ້ຈະຈົດບັນທືກເສັ້ນທາງການເດີນທາງເປັນເທຣດເດີຂອງຂ້ອຍເອງ ສາເຫດທີ່ສ້າງ Blog ກໍ່ເພື່ອໃຫ້ຕົນເອງໄດ້ມາອ່ານຂໍ້ຜິດພາດຂອງຕົວເອງແລະເພື່ອຂ້ອຍບໍ່ລືມເປົ້າໝາຍທີ່ຕັ້ງໄວ້ ເຖິງຈະເຮັດບໍ່ສໍາເລັດກໍ່ຕາມແຕ່ຖືວ່າຄັ້ງໜື່ງເຮົາເຄີຍໄປໃນເສັ້ນທາງສາຍນີ້ ແລະ ເພື່ອເປັນຂໍ້ຜິດພາດໃຫ້ໝູ່ເພື່ອນທຸກຄົນໄດ້ຮຽນຮູ້ເຖິງຄວາມຜິດພາດຂອງຂ້ອຍ ແລະ ສີ່ງສຸດທ້າຍຄືຂ້ອຍຢາກຈົດບັນທືກໃຫ້ໄດ້ 1000 ມື້


ຖ້າໝູ່ເພື່ອນຄົນໃດມັກໃນສາຍນີ້ຢາກສືກສາຢາກເດີນໃນສາຍນີ້ ເຈົ້າບໍ່ໂດດດ່ຽວເພາະຈະມີຂ້ອຍແລະບົດຄວາມຂອງຂ້ອຍໃຫ້ກໍາລັງໃຈໃຫ້ກັບເຈົ້າ ແລະ ເປັນໝູ່ເດີນໄປພ້ອມກັນ ໃນເສັ້ນທາງສາຍນີ້ຕ້ອງມີຫຼາຍຄົນເດີນໄປດ້ວຍກັນຈື່ງມ່ວນ
Trade